Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 17:16 - ພຣະຄຳພີສັກສິ

16 ແຕ່​ຂ້ານ້ອຍ​ບໍ່ໄດ້​ຫາ​ໂອກາດ​ໜີ​ຈາກ​ການ​ເປັນຜູ້ລ້ຽງ​ແກະ​ທີ່​ຕາມ​ພຣະອົງ​ໄປ ຂ້ານ້ອຍ​ບໍ່ເຄີຍ​ປາຖະໜາ​ເຫັນ​ວັນ​ແຫ່ງ​ຄວາມ​ຈິບຫາຍ. ພຣະອົງ​ກໍ​ຮູ້​ເລື່ອງ​ນີ້​ດີ; ພຣະອົງ​ກໍ​ຮູ້​ແລ້ວ​ໃນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເວົ້າ​ອອກ​ມາ​ຈາກ​ປາກ​ຂອງ​ຂ້ານ້ອຍ ກໍ​ຖືກຕ້ອງ​ຕໍ່ສາຍຕາ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 17:16
21 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຮູ້​ຂ້ານ້ອຍ​ດີ ເຫັນ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ ແລະ​ຮູ້​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ​ດ້ວຍ. ຈົ່ງ​ດຶງ​ຄົນຊົ່ວ​ອອກ​ມາ​ເບິ່ງດູ ດັ່ງ​ດຶງ​ແກະ​ໄປ​ຂ້າ ຈົ່ງ​ເຝົ້າເບິ່ງ​ພວກເຂົາ​ຈົນກວ່າ​ພວກເຂົາ​ຖືກ​ຂ້າ​ຖິ້ມ.


ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ​ຂ້າພະເຈົ້າ​ກ່າວ ຂ້າພະເຈົ້າ​ຈະ​ລີ້​ຮ້ອງໄຫ້​ຍ້ອນ​ພວກເຈົ້າ​ຈອງຫອງ. ຂ້າພະເຈົ້າ​ຈະ​ຮ້ອງໄຫ້​ຢ່າງ​ຂົມຂື່ນ​ນໍ້າຕາ​ຫລັ່ງໄຫລ ເພາະ​ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ສາ​ແລ້ວ.


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເຂົ້າໃຈ. ຈົ່ງ​ລະນຶກເຖິງ​ຂ້ານ້ອຍ​ແລະ​ຊ່ວຍ​ຊູ​ຂ້ານ້ອຍ​ດ້ວຍ. ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ແກ້ແຄ້ນ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ເຖີດ. ຢ່າ​ອົດທົນ​ຕໍ່​ພວກເຂົາ​ຜູ້​ທີ່​ຫວັງ​ຢາກ​ຂ້າ​ຂ້ານ້ອຍ​ໃຫ້​ໄດ້. ຈົ່ງ​ລະນຶກ​ວ່າ ການ​ທີ່​ຂ້ານ້ອຍ​ໄດ້​ຮັບ​ການ​ດູໝິ່ນນິນທາ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ.


ພວກເຂົາ​ຈະ​ເຮັດ​ການຮ້າຍ​ຕອບແທນ​ການດີ​ຊັ້ນບໍ? ດ້ວຍວ່າ, ພວກເຂົາ​ຍັງ​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ​ຢູ່. ໂຜດ​ລະນຶກເຖິງ​ຂ້ານ້ອຍ​ທີ່​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ສຳລັບ​ພວກເຂົາ ເພື່ອ​ພຣະອົງ​ຈະ​ບໍ່ໄດ້​ກະທຳ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ຫລອກລວງ​ຂ້ານ້ອຍ ຂ້ານ້ອຍ​ຈຶ່ງ​ຖືກ​ຫລອກລວງ​ສາ​ແລ້ວ. ພຣະອົງ​ນັ້ນ​ເຂັ້ມແຂງ​ລື່ນກວ່າ​ຂ້ານ້ອຍ ພຣະອົງ​ຊົງ​ຣິດ​ເໜືອ​ຂ້ານ້ອຍ​ຫລາຍ​ແທ້. ທຸກຄົນ​ຫົວ​ເຍາະເຍີ້ຍ​ນິນທາ​ຂ້ານ້ອຍ ຫົວເລາະ​ໃສ່​ຂ້ານ້ອຍ​ຕະຫລອດ​ວັນ.


ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.


“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.


ພວກເຈົ້າ​ກຽດຊັງ​ຜູ້​ທີ່​ກ່າວຕຳໜິ​ໃນ​ຄວາມ​ຍຸຕິທຳ ແລະ​ດູຖູກ​ລາວ​ຜູ້​ທີ່​ເວົ້າ​ຄວາມຈິງ.


ພວກທ່ານ​ກໍ​ຮູ້​ແລ້ວ​ວ່າ ຂ້າພະເຈົ້າ​ບໍ່ໄດ້​ຖ່ວງດຶງ​ສິ່ງໃດໆ ທີ່​ເປັນ​ຄຸນ​ປະໂຫຍດ​ແກ່​ພວກທ່ານ ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ​ຈາກ​ການ​ປະກາດ ຫລື​ສັ່ງສອນ​ພວກທ່ານ​ຕາມ​ທີ່​ປະຊຸມ ແລະ​ຕາມ​ບ້ານ​ເຮືອນ.


ດ້ວຍວ່າ, ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ ໃນ​ການ​ປະກາດ​ພຣະ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ​ໃຫ້​ພວກທ່ານ​ຮູ້.


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ພວກເຮົາ​ບໍ່​ຄື​ຫລາຍ​ຄົນ ທີ່​ເຮັດ​ກັບ​ຖ້ອຍຄຳ​ຂອງ​ພຣະເຈົ້າ ເປັນ​ເໝືອນ​ສິນຄ້າ​ຊື້​ຂາຍ​ລາຄາ​ຖືກໆ ແຕ່​ເພາະ​ພຣະເຈົ້າ​ໄດ້​ໃຊ້​ພວກເຮົາ​ມາ ພວກເຮົາ​ຈຶ່ງ​ກ່າວ​ດ້ວຍ​ຄວາມ​ຈິງໃຈ​ຊ້ອງໜ້າ​ພຣະອົງ ເໝືອນ​ຢ່າງ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ຈົດຈຳ​ຂໍ້​ນີ້​ໄວ້ ຄື​ໃຫ້​ທຸກຄົນ​ວ່ອງໄວ​ໃນ​ການ​ຟັງ, ຊ້າ​ໃນ​ການ​ເວົ້າ, ຊ້າ​ໃນ​ການ​ຄຽດຮ້າຍ,


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ໄດ້​ພາກັນ​ເປັນ​ອາຈານ​ຈຳນວນ​ຫລວງຫລາຍ ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ເຮົາ​ທັງຫລາຍ​ທີ່​ເປັນ​ຜູ້​ສອນ​ນັ້ນ ຈະ​ໄດ້​ຮັບ​ການ​ຊົງ​ພິພາກສາ​ໜັກໜ່ວງ​ກວ່າ​ຜູ້​ອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka