Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 17:14 - ພຣະຄຳພີສັກສິ

14 ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ປິ່ນປົວ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ກໍ​ຈະ​ຫາຍ​ດີ; ຈົ່ງ​ຊ່ວຍກູ້​ເອົາ​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍ​ຈະ​ໄດ້ພົ້ນ. ພຣະອົງ​ແມ່ນ​ຜູ້​ທີ່​ຂ້ານ້ອຍ​ຍ້ອງຍໍ​ສັນລະເສີນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 17:14
23 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນໄພ​ແລະ​ນຳ​ຄືນ​ມາ ຈາກ​ທ່າມກາງ​ບັນດາ​ຊົນຊາດ​ດ້ວຍ ເພື່ອ​ວ່າ​ຈະ​ໄດ້​ໂມທະນາ​ຂອບພຣະຄຸນ ແລະ​ສັນລະເສີນ​ພຣະນາມ​ອັນ​ບໍຣິສຸດ​ນັ້ນ.


ຂ້າແດ່​ພຣະເຈົ້າ​ແຫ່ງ​ຄຳ​ສັນລະເສີນ ຂໍ​ຢ່າ​ເມີນເສີຍ​ມິດງຽບ​ໄປເລີຍ.


ໂຜດ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ແດ່ ຂ້ານ້ອຍ​ເປັນ​ຂອງ​ພຣະອົງ ແລະ​ຂ້ານ້ອຍ​ພະຍາຍາມ​ທີ່​ຈະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


“ພຽງແຕ່​ພວກເຮົາ​ກ່າວ​ອອກ​ປາກ​ກໍໄດ້​ສິ່ງ​ທີ່​ຕ້ອງການ ຈະ​ເວົ້າ​ສິ່ງ​ທີ່​ໃຈ​ຕ້ອງການ ແລະ​ຜູ້ໃດ​ຈະ​ຢັບຢັ້ງ​ໄດ້.”


ພຣະອົງ​ໃຫ້​ຊົນຊາດ​ຂອງ​ພຣະອົງ​ໄດ້​ເຂັ້ມແຂງ​ຂຶ້ນ​ອີກ​ໃໝ່ ເພື່ອ​ປະຊາຊົນ​ທັງປວງ​ຈະ​ໄດ້​ຍ້ອງຍໍ​ສັນລະເສີນ​ພຣະອົງ ຄື​ຊາດ​ອິດສະຣາເອນ ພວກ​ທີ່ຮັກຍິ່ງ​ຂອງ​ພຣະອົງ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ເຖີດ.


ຂ້າແດ່​ພຣະເຈົ້າ ຂໍ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ໂດຍ​ພຣະນາມ​ຂອງ​ພຣະອົງ​ແດ່​ ແລະ​ໂຜດ​ໃຫ້​ເປັນ​ອິດສະລະ​ໂດຍ​ພຣະ​ກຳລັງ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ອິດອ່ອນ​ຊຸດໂຊມ​ລົງ ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ແດ່ທ້ອນ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ໃຫ້​ກຳລັງ​ດ້ວຍ ເພາະ​ອິດເມື່ອຍ​ທີ່ສຸດ ແລະ​ຈິດໃຈ​ພາຍ​ໃນ​ຂອງ​ຂ້ານ້ອຍ​ກໍ​ເປັນ​ທຸກຢ່າງ​ໜັກໜ່ວງ


ຂ້າແດ່​ພຣະເຈົ້າຢາເວ ຈິດໃຈ​ພາຍ​ໃນ​ຂອງ​ຂ້ານ້ອຍ​ກໍ​ເດືອດຮ້ອນ​ໜັກ ພຣະອົງ​ຈະ​ລໍຖ້າ​ດົນ​ປານໃດ​ຈຶ່ງ​ຈະ​ມາ​ຊ່ວຍ​ຂ້ານ້ອຍ?


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ກັບມາ ແລະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ດ້ວຍ ໂດຍ​ພຣະເມດຕາ ຊ່ວຍ​ກູ້​ເອົາ​ຂ້ານ້ອຍ​ອອກ​ຈາກ​ຄວາມ​ຕາຍ​ແດ່ທ້ອນ.


ດ້ວຍ​ຣິດທານຸພາບ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພວກ​ຂ້ານ້ອຍ​ພົ້ນ​ໄພ ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ຊ່ວຍກູ້​ເອົາ​ປະຊາຊົນ​ທີ່​ພຣະອົງ​ຊົງຮັກ.


ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຊົນຊາດ​ນີ້​ມືດມົນ, ຫູ​ຂອງ​ພວກເຂົາ​ໜວກ ແລະ​ຕາ​ຂອງ​ພວກເຂົາ​ບອດ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້. ຖ້າ​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້ ພວກເຂົາ​ຈະ​ກັບ​ມາ​ຫາ​ເຮົາ​ແລະ​ຮັບ​ການ​ປິ່ນປົວ​ໃຫ້​ດີ.”


ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ກຳແພງ​ທອງສຳຣິດ ອັນ​ແຂງແກ່ນ​ສຳລັບ​ພວກເຂົາ. ພວກເຂົາ​ຈະ​ຕໍ່ສູ້​ເຈົ້າ ແຕ່​ພວກເຂົາ​ຈະ​ບໍ່​ຊະນະ​ເຈົ້າ​ໄດ້​ຈັກເທື່ອ. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃຫ້​ປອດໄພ.


ພວກ​ຂ້ານ້ອຍ​ບໍ່ໄດ້​ຮັບ​ການ​ຊ່ວຍເຫລືອ​ຫຍັງ​ເລີຍ ຈາກ​ພະ​ຕ່າງຊາດ​ທີ່​ພວກ​ຂ້ານ້ອຍ​ນະມັດສະການ​ທີ່​ເທິງ​ເນີນພູ​ຕ່າງໆ ແລະ​ພູເຂົາ​ທັງຫຼາຍ​ນັ້ນ. ຄວາມພົ້ນ​ຂອງ​ຊາດ​ອິດສະຣາເອນ​ນັ້ນ​ມາ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ແຕ່ເທົ່ານັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ພວກເຈົ້າ​ຫາຍ​ດີ ແລະ​ປິ່ນປົວ​ບາດແຜ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ເວົ້າ​ກໍຕາມ​ວ່າ, ‘ພູເຂົາ​ຊີໂອນ​ຖືກ​ປະຖິ້ມ ແລະ​ບໍ່ມີ​ຜູ້ໃດ​ສົນໃຈ.”’


“ເຮົາ​ໄດ້ຍິນ​ປະຊາຊົນ​ອິດສະຣາເອນ​ເວົ້າ ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ​ດັ່ງນີ້: ‘ພວກ​ຂ້ານ້ອຍ​ດື້ດ້ານ ແລະ​ຈອງຫອງ ດັ່ງ​ສັດ​ໂຕໜຶ່ງ ແຕ່​ຂໍໂຜດ​ໄດ້​ສັ່ງສອນ​ໃຫ້​ເຊື່ອຟັງ​ພຣະອົງ​ແດ່ ຂໍໂຜດ​ໃຫ້​ໄດ້​ກັບຄືນ​ມາ​ຫາ​ພຣະອົງ​ແດ່ທ້ອນ; ພວກ​ຂ້ານ້ອຍ​ພ້ອມ​ແລ້ວ​ຈະ​ກັບຄືນ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ແຕ່​ເຮົາ​ຈະ​ປິ່ນປົວ​ເມືອງ​ນີ້ ແລະ​ປະຊາຊົນ​ຂອງເຮົາ ແລະ​ປົວແປງ​ສຸຂະພາບ​ຂອງ​ພວກເຂົາ​ຂຶ້ນໃໝ່. ເຮົາ​ຈະ​ໃຫ້​ພວກເຂົາ​ສະຫງົບສຸກ​ແລະ​ປອດໄພ​ຢ່າງ​ຫລວງຫລາຍ.


ສະນັ້ນ ໂມເຊ​ຈຶ່ງ​ຂໍຮ້ອງ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ພຣະເຈົ້າ ຂໍ​ຊົງໂຜດ​ຮັກສາ​ນາງ​ໃຫ້​ຫາຍດີ​ດ້ວຍເຖີດ.”


ແຕ່​ເມື່ອ​ເປໂຕ​ເຫັນ​ລົມ​ພັດ​ມາ​ແຮງ​ກໍ​ຢ້ານ ແລະ​ກຳລັງ​ຈະ​ຈົມ​ລົງ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ພຣະອົງເຈົ້າ​ເອີຍ ຊ່ວຍ​ຂ້ານ້ອຍ​ແດ່ທ້ອນ.”


ພວກ​ສາວົກ​ຈຶ່ງ​ໄປ​ປຸກ​ພຣະອົງ ພວກເພິ່ນ​ເວົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ພວກ​ຂ້ານ້ອຍ​ກຳລັງ​ຈະ​ຕາຍ​ຢູ່​ແລ້ວ.”


“ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ສະຖິດ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ຫົດສົງ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ ອິດສະຫລະ​ພາບ ແກ່​ຄົນ​ທັງຫລາຍ​ທີ່​ຖືກ​ຈຳຈອງ ແລະ ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ​ອີກ ປົດປ່ອຍ​ຜູ້​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ກໍ​ເຫັນ​ໂດຍ​ປະຈັກຕາ​ແລ້ວ​ເຖິງ​ຄວາມ​ຍິ່ງໃຫຍ່ ແລະ​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ສຳລັບ​ພວກເຈົ້າ.


ເຮົາ​ແລະ​ເຮົາ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ​ແທ້​ໃດ ນອກຈາກ​ເຮົາ​ນີ້​ໄປ​ບໍ່ມີ​ພະອື່ນ​ໃດ​ອີກ​ແລ້ວ; ມີ​ຜູ້ໃດ​ແດ່​ກ້າ​ຕໍ່ຕ້ານ​ແຜນການ​ຂອງເຮົາ ເຮົາ​ຂ້າ​ແລະ​ໃຫ້​ຊີວິດ ເຮັດ​ໃຫ້​ບາດເຈັບ​ແລະ​ປິ່ນປົວ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka