Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 17:11 - ພຣະຄຳພີສັກສິ

11 ຜູ້​ທີ່​ໄດ້​ເງິນຄຳ​ມາ​ໃນ​ທາງ​ບໍ່​ສຸດຈະຫລິດ ກໍ​ເປັນ​ດັ່ງ​ນົກ​ຟັກໄຂ່​ທີ່​ບໍ່​ອອກລູກ ໃນ​ຊີວິດ​ບັ້ນກາງ​ລາວ​ຈະ​ເສຍ​ຄວາມຮັ່ງມີ​ໄປ ໃນ​ຊີວິດ​ບັ້ນປາຍ​ຈະ​ບໍ່ມີ​ຫຍັງ​ແຕ່​ກາຍເປັນ​ບ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 17:11
39 Jak'a apnaqawi uñst'ayäwi  

ເມື່ອ​ພວກເຂົາ​ກິນ​ເຂົ້າ ກໍ​ບໍ່​ໃຫ້​ເຫຼືອ​ໄວ້​ຈັກຢ່າງ ແຕ່​ບັດນີ້ ຄວາມ​ຮຸ່ງເຮືອງ​ຂອງ​ພວກເຂົາ​ກໍ​ມາ​ສູ່​ຈຸດຈົບ.


ເບິ່ງດູ ມີ​ຫຍັງ​ເກີດຂຶ້ນ​ນຳ​ຜູ້​ທີ່​ວາງໃຈ​ໃນ​ຕົນເອງ ຄື​ຊາຕາກຳ​ຂອງ​ຜູ້​ທີ່ ພໍໃຈ​ໃນ​ຄວາມຮັ່ງມີ​ນັ້ນ.


ຂ້າແດ່​ພຣະເຈົ້າ ພຣະອົງ​ຈະ​ນຳ​ຜູ້​ທີ່​ຂ້າ​ຄົນ​ແລະ​ຄົນ​ຂີ້ຕົວະ ໃຫ້​ເຂົ້າ​ໄປ​ສູ່​ຂຸມຝັງສົບ​ພຸ້ນ ກ່ອນ​ທີ່​ອາຍຸ​ເຄິ່ງ​ໜຶ່ງ​ຂອງ​ພວກເຂົາ​ໝົດ​ໄປ ສ່ວນ​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ.


ຊັບ​ທີ່​ຫາ​ໄດ້​ງ່າຍ​ກໍ​ສູນເສຍ​ໄປ​ໄວ, ແຕ່​ຊັບ​ທີ່​ຫາ​ດ້ວຍ​ເຫື່ອໄຄ​ກໍ​ສະສົມ​ໄວ້​ໄດ້.


ຄົນ​ທີ່​ຫາ​ກຳໄລ​ໃນ​ທາງ​ລັດ ກໍ​ນຳ​ຄວາມ​ລຳບາກ​ມາ​ສູ່​ຄອບຄົວ ຄົນ​ທີ່​ບໍ່​ຮັບ​ສິນຈ້າງ​ລາງວັນ ກໍ​ຈະ​ຊື່ນຊົມ​ຍິນດີ​ກັບ​ຊີວິດ​ອັນ​ຍືນໝັ້ນ.


ຊັບສົມບັດ​ທີ່​ໄດ້​ມາ​ໂດຍ​ທາງ​ບໍ່​ຊອບ​ກໍ​ສູນເສຍ​ຢ່າງ​ໄວວາ, ແຕ່​ເປັນ​ຄື​ບ້ວງແຮ້ວ​ທີ່​ນຳພາ​ໄປ​ສູ່​ຄວາມຕາຍ.


ເພາະວ່າ​ເງິນ​ຂອງ​ເຈົ້າ​ອາດ​ສູນເສຍ​ໄປ​ໃນ​ພັບຕາ​ດຽວ​ກໍໄດ້ ເໝືອນ​ກັບ​ວ່າ​ມັນ​ມີ​ປີກ​ບິນ​ໄປ​ສູ່​ຟ້າ​ອາກາດ​ໄດ້​ດັ່ງ​ນົກອິນຊີ.


ຜູ້ປົກຄອງ​ທີ່​ບໍ່ມີ​ສາມັນ​ສຳນຶກ​ກໍ​ມັກ​ກົດຂີ່​ປະຊາຊົນ ຜູ້​ກຽດຊັງ​ການ​ສໍ້ໂກງ​ກໍ​ປົກຄອງ​ດົນນານ​ໄດ້.


ຄົນ​ສັດຊື່​ໃຊ້​ຊີວິດ​ເຕັມ​ດ້ວຍ​ຄວາມສຸກ, ແຕ່​ຄົນ​ທີ່​ຢາກ​ຮັ່ງມີ​ໄວ​ກໍ​ຈະ​ໜີໄປ​ບໍ່​ພົ້ນ​ໂທດ.


ຄົນ​ເຫັນແກ່ຕົວ​ຟ້າວຟັ່ງ​ຢາກ​ຮັ່ງ​ຢາກ​ມີ ຄວາມ​ຍາກຈົນ​ຈະ​ໂຈມຕີ​ລາວ​ເມື່ອໃດ​ແມ່ນ​ບໍ່​ຮູ້.


ເປັນ​ຄົນ​ຮັ່ງມີ​ຍ້ອນ​ໂກງ​ດອກເບ້ຍ​ແລະ​ເອົາ​ປຽບ​ຄົນອື່ນ ຊັບສົມບັດ​ຂອງຕົນ​ກໍ​ຈະ​ຖືກ​ເອົາ​ໄປ​ໃຫ້​ຄົນ​ໃຈ​ບຸນ​ທີ່​ເຮັດ​ດີ​ຕໍ່​ຄົນທຸກ.


ເຄາະກຳ​ເປັນ​ຂອງ​ຜູ້​ທີ່​ສ້າງ​ເຮືອນ​ຕົນ​ຢ່າງ​ບໍ່​ຍຸດຕິທຳ ທັງ​ຂະຫຍາຍ​ໃຫ້​ກວ້າງຂວາງ​ຢ່າງ​ບໍ່​ສັດຊື່; ຄື​ຜູ້​ທີ່​ໃຫ້​ຄົນອື່ນ​ເຮັດ​ວຽກ​ໂດຍ​ບໍ່​ໃຫ້​ຄ່າຈ້າງ​ຫຍັງ ທັງ​ບໍ່​ຈ່າຍ​ຄ່າ​ແຮງງານ​ໃຫ້​ພວກເຂົາ​ອີກ​ດ້ວຍ.


“ແຕ່​ເຈົ້າ​ເຫັນ​ແຕ່​ຜົນປະໂຫຍດ​ສ່ວນຕົວ ເຈົ້າ​ກົດຂີ່​ຢ່າງ​ຮຸນແຮງ​ປະຊາຊົນ​ຂອງເຈົ້າ. ເຈົ້າ​ເຂັ່ນຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຫຍັງ.”


ຍ້ອນ​ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ ພະຍາຍາມ​ຈະ​ຫາ​ເງິນ​ໃນ​ທາງ​ທີ່​ບໍ່​ສັດຊື່; ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ທົ່ງນາ​ຂອງ​ພວກເຂົາ​ໃຫ້​ຄົນ​ໃໝ່​ເປັນ​ເຈົ້າຂອງ ແລະ​ມອບ​ເມຍ​ຂອງ​ພວກເຂົາ​ໃຫ້​ເປັນ​ຂອງ​ຊາຍ​ອື່ນ. ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ພະຍາຍາມ​ຫາ​ເງິນ​ໃນ​ທາງ​ບໍ່​ສັດຊື່. ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ມີ​ເຄື່ອງຂອງ​ເຕັມ​ຫໍໂຮງ​ທີ່​ໄດ້​ມາ​ຈາກ​ອາຊະຍາກຳ ແລະ​ການ​ປຸ້ນຈີ້. ພວກເຂົາ​ບໍ່​ຮູ້ຈັກ​ປະພຶດ​ຕົນ​ຢ່າງ​ສັດຊື່.


ພວກເຈົ້າ​ໄດ້​ຂັບໄລ່​ຜູ້ຍິງ​ທີ່​ເປັນ​ປະຊາຊົນ​ຂອງເຮົາ​ໃຫ້​ອອກ​ຈາກ​ເຮືອນ​ອັນ​ຜາສຸກ​ຂອງ​ພວກເຂົາ ແລະ​ພວກເຈົ້າ​ໄດ້​ເອົາ​ກຽດສັກສີ​ໜີໄປ​ຕະຫລອດ ຄື​ກຽດສັກສີ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກ​ລູກ​ຂອງ​ພວກເຂົາ​ນັ້ນ.


ພວກເຂົາ​ລ້ວນແຕ່​ເປັນ​ນັກ​ຊ່ຽວຊານ​ໃນ​ການ​ເຮັດຊົ່ວ. ບັນດາ​ເຈົ້າໜ້າທີ່ ແລະ​ຜູ້​ຕັດສິນ​ຄວາມ​ກໍ​ຖາມ​ຫາ​ສິນບົນ. ຄົນ​ທີ່​ມີ​ອິດທິພົນ​ກໍ​ເອີ່ຍ​ເຖິງ​ສິ່ງ​ທີ່​ຕົນ​ຕ້ອງການ; ສະນັ້ນ ພວກເຂົາ​ຈຶ່ງ​ວາງ​ອຸບາຍ​ໃສ່​ກັນແລະກັນ.


ໃນວັນນັ້ນ ເຮົາ​ຈະ​ລົງໂທດ​ທຸກຄົນ​ທີ່​ຂາບໄຫວ້ ຄ້າຍຄື​ກັບ​ພວກ​ທີ່​ບໍ່​ນັບຖື​ພຣະເຈົ້າ, ພວກ​ທີ່​ຂີ້ລັກ ແລະ​ພວກ​ທີ່​ຂ້າເຈົ້າ​ເອົາຂອງ ເພື່ອ​ນຳ​ໄປ​ສ້າງຮັ່ງ​ຄູນມີ​ໃຫ້​ແກ່​ເຮືອນ​ເຈົ້ານາຍ​ຂອງຕົນ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ພຣະອົງ​ຈະ​ສົ່ງ​ຄຳສາບແຊ່ງ​ນີ້​ອອກ​ໄປ ແລະ​ມັນ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ຂີ້ລັກ​ທຸກຄົນ ຕະຫລອດ​ທັງ​ເຮືອນ​ຂອງ​ຜູ້​ເວົ້າຕົວະ​ພາຍໃຕ້​ຄຳ​ສາບານ​ທຸກຄົນ. ມັນ​ຈະ​ຢູ່​ໃນ​ເຮືອນ​ຂອງ​ພວກເຂົາ​ຈົນກວ່າ​ບ້ານ​ເຮືອນ​ຖືກ​ຮົກຮ້າງ​ເພພັງ.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [


ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນ​ໂງ່​ເອີຍ ໃນ​ຄືນ​ນີ້​ແຫຼະ ຊີວິດ​ຂອງ​ເຈົ້າ​ຈະ​ດັບ​ໄປ​ຈາກ​ເຈົ້າ, ສ່ວນ​ສິ່ງຂອງ​ທີ່​ເຈົ້າ​ໄດ້​ຫາ​ມາ​ໄວ້​ນັ້ນ ຈະ​ຕົກ​ເປັນ​ຂອງ​ຜູ້ໃດ?’


ສ່ວນ​ຄົນ​ທີ່​ຢາກ​ລໍ້າລວຍ​ກໍ​ຕົກ​ຢູ່​ໃນ​ການ​ທົດລອງ ເຂົາ​ຈຶ່ງ​ຖືກ​ບ້ວງແຮ້ວ​ຂອງ​ບັນດາ​ກິເລດ​ຕັນຫາ​ອັນ​ໂງ່ງ່າວ ແລະ​ເຮັດ​ໃຫ້​ເຈັບປວດ ຊຶ່ງ​ຈ່ອງດຶງ​ຄົນ​ເຫຼົ່ານັ້ນ ລົງ​ສູ່​ຄວາມ​ພິນາດ​ຈິບຫາຍ.


ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.


ຕາ​ຂອງ​ພວກເຂົາ​ກໍ​ມັກ​ເບິ່ງ​ແຕ່​ຍິງ​ທີ່​ລ່ວງ​ປະເວນີ ບໍ່ຢຸດ​ບໍ່ຢັ້ງ​ໃນ​ການ​ເຮັດ​ບາບ, ພວກເຂົາ​ກ້ຽວກ່ອມ​ຄົນ​ທີ່​ມີ​ໃຈ​ບໍ່​ທ່ຽງໝັ້ນ ພວກເຂົາ​ມີ​ໃຈ​ເກັ່ງ​ໃນ​ການ​ໂລບ, ເປັນ​ຄົນ​ທີ່​ຖືກ​ຊົງ​ປ້ອຍດ່າ​ແລ້ວ.


ແລະ​ດ້ວຍ​ໃຈ​ໂລບ ພວກເຂົາ​ຈະ​ໄດ້​ກຳໄລ​ຈາກ​ພວກເຈົ້າ​ດ້ວຍ​ກ່າວ​ຄຳ​ຕົວະ ການ​ລົງໂທດ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຖືກ​ພິພາກສາ​ດົນນານ​ມາ​ແລ້ວ ກໍ​ບໍ່​ເສີຍຊ້າ​ຢູ່. ຄວາມ​ຈິບຫາຍ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ບໍ່ໄດ້​ລືມ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka