ເຢເຣມີຢາ 17:10 - ພຣະຄຳພີສັກສິ10 ເຮົາຄືພຣະເຈົ້າຢາເວຄົ້ນເບິ່ງແນວຄິດຂອງຄົນ ແລະທົດສອບເບິ່ງໃຈມະນຸດທັງຫລາຍດ້ວຍ. ເຮົາເຮັດຕໍ່ແຕ່ລະຄົນຕາມວິທີທີ່ພວກເຂົາໃຊ້ຊີວິດ ຄືຕາມສິ່ງທີ່ພວກເຂົາປະພຶດແລະກະທຳ.” Uka jalj uñjjattʼäta |
ຕໍ່ມາເພິ່ນໄດ້ກ່າວແກ່ໂຊໂລໂມນວ່າ, “ລູກເອີຍ ເຈົ້າຈົ່ງຮໍ່າຮຽນໃຫ້ຮູ້ຈັກພຣະເຈົ້າອົງທີ່ພໍ່ໄດ້ຮັບໃຊ້ນີ້ໃຫ້ດີໆ ແລະຈົ່ງບົວລະບັດຮັບໃຊ້ພຣະອົງດ້ວຍສຸດໃຈແລະສຸດຄວາມຄິດ. ພຣະເຈົ້າຢາເວຮູ້ຄວາມຄິດແລະຄວາມປາຖະໜາທັງໝົດຂອງພວກເຮົາ. ຖ້າເຈົ້າສະແຫວງຫາພຣະອົງ ພຣະອົງກໍຈະໃຫ້ເຈົ້າໄດ້ພົບກັບພຣະອົງ, ແຕ່ຖ້າເຈົ້າຫັນໜ້າໜີໄປຈາກພຣະອົງ ພຣະອົງກໍຈະປະຖິ້ມເຈົ້າຕະຫລອດໄປ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຮູ້ວ່າພຣະອົງທົດສອບເບິ່ງຈິດໃຈຂອງມະນຸດທຸກຄົນ ແລະພໍໃຈກັບປະຊາຊົນທີ່ເປັນນໍ້າໜຶ່ງໃຈດຽວກັນ. ຂ້ານ້ອຍຂໍມອບສິ່ງທັງໝົດນີ້ໃຫ້ພຣະອົງດ້ວຍໃຈເຫລື້ອມໃສສັດທາ ແລະຂ້ານ້ອຍເຫັນວ່າປະຊາຊົນທີ່ມາເຕົ້າໂຮມກັນທີ່ນີ້ ພວກເຂົາມີຄວາມສຸກໃຈຫລາຍສໍ່າໃດ ທີ່ໄດ້ນຳເອົາເຄື່ອງຂອງມາຖວາຍແກ່ພຣະອົງ.
ແລ້ວຂ້າພະເຈົ້າກໍພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເອີຍ ພຣະອົງເປັນຜູ້ພິພາກສາທີ່ທ່ຽງທຳ; ພຣະອົງທົດສອບເບິ່ງຄວາມນຶກຄິດກັບຄວາມຮູ້ສຶກຂອງຄົນທັງຫລາຍ. ຂ້ານ້ອຍຂໍມອບເລື່ອງຂອງຂ້ານ້ອຍໄວ້ໃນມືຂອງພຣະອົງ. ດັ່ງນັ້ນ ຂໍໂຜດໃຫ້ຂ້ານ້ອຍໄດ້ເຫັນພຣະອົງແກ້ແຄ້ນຄົນເຫຼົ່ານີ້ດ້ວຍເຖີດ.”
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນທີ່ມີກ່າວເຖິງບັນດາພວກຜູ້ລ້ຽງແກະ ຄືຜູ້ມີໜ້າທີ່ລ້ຽງດູປະຊາຊົນຂອງພຣະອົງວ່າ, “ພວກເຈົ້າບໍ່ໄດ້ລ້ຽງດູປະຊາຊົນຂອງເຮົາ; ພວກເຈົ້າໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປ ແລະຂັບໄລ່ພວກເຂົາໃຫ້ໜີໄປ ແລະບໍ່ໄດ້ເອົາໃຈໃສ່ພວກເຂົາ. ບັດນີ້ ເຮົາຈະລົງໂທດພວກເຈົ້າສຳລັບການຊົ່ວຊ້າທີ່ພວກເຈົ້າໄດ້ເຮັດນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະມີໜັງສືອີກເຫຼັ້ມໜຶ່ງ ກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະຄົນທັງຫລາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ.