Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 17:1 - ພຣະຄຳພີສັກສິ

1 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຢູດາ​ເອີຍ ບາບ​ຂອງ​ພວກເຈົ້າ​ໄດ້​ຖືກ​ຂຽນ​ໄວ້​ແລ້ວ​ໂດຍ​ໃຊ້​ປາກກາ​ເຫຼັກ​ຂຽນ; ມັນ​ໄດ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ຫົວໃຈ​ຂອງ​ພວກເຈົ້າ ໂດຍ​ໃຊ້​ເພັດ​ຄົມໆ​ແກະສະຫລັກ ແລະ​ຖືກ​ສະຫລັກ​ໄວ້​ທີ່​ແຈ​ຕ່າງໆ​ຂອງ​ແທ່ນບູຊາ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 17:1
15 Jak'a apnaqawi uñst'ayäwi  

ຢ່າ​ປະຖິ້ມ​ຈັກເທື່ອ​ຄວາມ​ຈົງຮັກ​ພັກດີ ແລະ​ຄວາມສັດຊື່ ຈົ່ງ​ເອົາ​ສິ່ງ​ເຫຼົ່ານັ້ນ​ຄ້ອງ​ຄໍ​ເຈົ້າ​ໄວ້ ຈົ່ງ​ຂຽນ​ຈົດຈຳ​ໄວ້​ຢູ່​ໃນ​ຫົວໃຈ​ຂອງເຈົ້າ.


ຈົ່ງ​ຖື​ຮັກສາ​ຄຳສັ່ງສອນ​ຂອງ​ພໍ່​ໄວ້​ກັບ​ເຈົ້າ​ຢູ່​ທຸກ​ເວລາ ຈົ່ງ​ບັນທຶກ​ສິ່ງ​ນັ້ນ​ໄວ້​ຢູ່​ໃນ​ຈິດໃຈ​ເຈົ້າ.


ນະຄອນ​ເຢຣູຊາເລັມ ເຮົາ​ລືມໄລ​ເຈົ້າ​ບໍ່ໄດ້​ເລີຍ ເຮົາ​ຂຽນ​ຊື່​ເຈົ້າ​ໃສ່​ຝາມື​ຂອງເຮົາ​ແລ້ວ.


ປະຊາຊົນ​ຢູດາ​ມີ​ພະ​ຫລາຍ​ເທົ່າ​ກັບ​ເມືອງ​ທັງຫລາຍ​ທີ່​ຕົນ​ມີ​ຢູ່ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ກໍ​ຕັ້ງ​ແທ່ນ​ຂຶ້ນ​ເພື່ອ​ຖວາຍບູຊາ​ແກ່​ພະບາອານ ຫລາຍ​ເທົ່າ​ກັບ​ມີ​ຖະໜົນ​ຫົນທາງ​ໃນ​ນະຄອນ​ເຢຣູຊາເລັມ.


ເຖິງ​ແມ່ນ​ເຈົ້າ​ຈະ​ລ້າງ​ດ້ວຍ​ສະບູ​ຟອງ​ແຮງ​ກໍດີ ເຮົາ​ກໍ​ຍັງ​ຈະ​ເຫັນ​ຄວາມຜິດ​ອັນ​ເປິເປື້ອນ​ຂອງເຈົ້າ​ຢູ່​ຕໍ່ໜ້າ​ເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ


ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຊຳລະລ້າງ​ຄວາມ​ຊົ່ວຊ້າ​ອອກ​ຈາກ​ຈິດໃຈ​ຂອງເຈົ້າ​ສາ ເພື່ອ​ວ່າ​ເຈົ້າ​ຈະ​ພົ້ນ​ໄດ້. ເຈົ້າ​ຈະ​ຄິດ​ບາບ​ຢູ່​ຢ່າງນີ້​ອີກ​ໄປ​ດົນນານ​ປານໃດ?


ແຕ່​ການ​ຂາບໄຫວ້​ຮູບເຄົາຣົບ​ໃນ​ກີເລອາດ​ຍັງ​ມີ​ຢູ່ ແລະ​ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ເຫຼົ່ານັ້ນ​ກໍ​ຈະ​ຕາຍ. ການ​ເຜົາບູຊາ​ງົວເຖິກ​ໃນ​ກິນການ​ຍັງ​ມີ​ຢູ່ ແລະ​ແທ່ນບູຊາ​ທັງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍ​ຈະ​ກາຍເປັນ​ກອງ​ຫີນ​ຢູ່​ກາງ​ທົ່ງນາ.”


ພວກເຂົາ​ບໍ່ເຄີຍ​ຄິດ​ວ່າ ເຮົາ​ຈະ​ຈົດຈຳ​ກິດຈະການ​ຊົ່ວ​ທັງໝົດ​ຂອງ​ພວກເຂົາ; ແຕ່​ການບາບ​ຂອງ​ພວກເຂົາ​ໄດ້​ອ້ອມ​ພວກເຂົາ​ໄວ້ ແລະ​ເຮົາ​ຈະ​ບໍ່​ລະເວັ້ນ​ເບິ່ງ​ການບາບ​ນັ້ນ.”


ຊາວ​ອິດສະຣາເອນ​ມີ​ແທ່ນບູຊາ ສຳລັບ​ຊຳລະລ້າງ​ບາບ​ຕື່ມ​ຂຶ້ນ​ເທົ່າໃດ ສະຖານທີ່​ເຮັດ​ບາບ​ຈະ​ມີ​ຕື່ມ​ຂຶ້ນ​ຫລາຍ​ເທົ່ານັ້ນ.


ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ນັ້ນ ແລະ​ທາ​ມັນ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ສ່ວນ​ເລືອດ​ທີ່​ເຫຼືອ ໃຫ້​ເພິ່ນ​ຖອກ​ໃສ່​ຕີນ​ແທ່ນ​ນັ້ນ.


ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ແຂງ​ດັ່ງ​ຫີນ ຈຶ່ງ​ບໍ່​ຟັງ​ກົດບັນຍັດ ແລະ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສົ່ງ​ໄປ​ໂດຍ​ພຣະວິນຍານ​ຂອງ​ພຣະອົງ​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ແຕ່ກ່ອນ. ເພາະສະນັ້ນ ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ໄດ້​ມາເຖິງ​ພວກເຂົາ.


ແລະ​ເປັນ​ທີ່​ຈະແຈ້ງ​ແລ້ວ​ວ່າ ພວກເຈົ້າ​ເປັນ​ຕົວໜັງສື​ທີ່​ມາ​ຈາກ​ພຣະຄຣິດ ທີ່​ພວກເຮົາ​ເປັນ​ຜູ້​ຂຽນ ຊຶ່ງ​ບໍ່ໄດ້​ຂຽນ​ດ້ວຍ​ນໍ້າມຶກ ແຕ່​ຂຽນ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ແລະ​ບໍ່ໄດ້​ຂຽນ​ໃສ່​ແຜ່ນຫີນ ແຕ່​ຂຽນ​ໃສ່​ຫົວໃຈ​ຂອງ​ມະນຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka