Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 16:9 - ພຣະຄຳພີສັກສິ

9 ຈົ່ງ​ຟັງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ: ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ​ເຮຮາ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ສຸດສິ້ນ​ລົງ. ປະຊາຊົນ​ໃນ​ທີ່ນີ້​ຈະ​ມີ​ຊີວິດ​ຢູ່​ຈົນ​ໄດ້​ເຫັນ​ເຫດການ​ນີ້​ເກີດຂຶ້ນ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 16:9
8 Jak'a apnaqawi uñst'ayäwi  

ໃນ​ທີ່​ສູ້ຮົບ​ພວກ​ຊາຍໜຸ່ມ​ໄດ້​ຖືກ​ຂ້າ​ຢ່າງ​ຫລວງຫລາຍ ແລະ​ພວກ​ຍິງສາວ​ກໍ​ບໍ່ມີ​ຜູ້ໃດ​ແຕ່ງງານ​ນຳ​ດ້ວຍ.


ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ໄປ. ພວກເຂົາ​ຈະ​ບໍ່ມີ​ນໍ້າມັນ​ສຳລັບ​ຕະກຽງ ແລະ​ຈະ​ບໍ່ມີ​ເຂົ້າປາອາຫານ​ກິນ​ດ້ວຍ.


ດິນແດນ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ໃນ​ເມືອງ​ຂອງ​ຢູດາຍ ແລະ​ໃນ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ​ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ສິ້ນສຸດ​ລົງ.”


ແຕ່​ພຣະເຈົ້າຢາເວ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ ເຮົາ​ຈະ​ກ່າວ​ແລະ​ສິ່ງ​ທີ່​ເຮົາ​ກ່າວ​ກໍ​ຈະ​ເກີດຂຶ້ນ. ມັນ​ຈະ​ບໍ່​ຊັກຊ້າ​ອີກ​ຕໍ່ໄປ. ຄົນ​ກະບົດ​ເອີຍ ໃນ​ຄາວ​ທີ່​ພວກເຈົ້າ​ຍັງ​ມີ​ຊີວິດ​ຢູ່ນີ້ ເຮົາ​ຈະ​ເຮັດ​ຕາມ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ເຕືອນ​ພວກເຈົ້າ​ແລ້ວ.’ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.”


ເຮົາ​ຈະ​ໃຫ້​ສຽງ​ເພງ​ສຸດສິ້ນ​ລົງ ແລະ​ຈະ​ໃຫ້​ສຽງ​ພິນ​ມິດງຽບ​ຫາຍໄປ.


ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ມ່ວນຊື່ນ​ທັງໝົດ​ສິ້ນສຸດ​ລົງ ເຊັ່ນ: ບຸນ​ປະຈຳເດືອນ, ປະຈຳ​ອາທິດ ແລະ​ການ​ຊຸມນຸມ​ໃນ​ເທດສະການ​ຕ່າງໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka