8 ຢ່າເຂົ້າໄປໃນເຮືອນທີ່ຄົນກຳລັງກິນລ້ຽງກັນ. ຢ່ານັ່ງລົງກິນແລະດື່ມກັບພວກເຂົາ.
ຂ້ານ້ອຍບໍ່ເຂົ້າສ່ວນກັບຄົນມີອຸບາຍ ແລະບໍ່ຫຍຸ້ງກ່ຽວອັນໃດກັບຄົນໜ້າຊື່ໃຈຄົດ.
ຂ້ານ້ອຍບໍ່ໄດ້ໃຊ້ເວລາກັບຄົນອື່ນໃຫ້ເສຍໄປລ້າໆ ໂດຍຫົວເລາະແລະສະໜຸກສະໜານ. ໂດຍຍອມເຊື່ອຟັງພຣະຂໍ້ຄຳສັ່ງ ຂ້ານ້ອຍໄດ້ຢູ່ຕາມລຳພັງ ແລະເຕັມໄປດ້ວຍຄວາມໂກດຮ້າຍ.
ກ່ອນວັນນໍ້າໄດ້ຖ້ວມໂລກນັ້ນ ປະຊາຊົນໄດ້ກິນແລະໄດ້ດື່ມ ແລະໄດ້ເອົາກັນເປັນຜົວເປັນເມຍ ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອ,
ແຕ່ເຮົາໄດ້ຂຽນມາບອກພວກເຈົ້າວ່າ ຖ້າຜູ້ໃດໄດ້ຊື່ວ່າເປັນພີ່ນ້ອງແລ້ວ, ແຕ່ຍັງເປັນຄົນຫລິ້ນຊູ້ ຄົນໂລບ ຄົນຂາບໄຫວ້ຮູບເຄົາຣົບ ຄົນເວົ້າຫຍາບຊ້າ ຄົນຂີ້ເຫລົ້າ ຄົນຂົ່ມຂູ່ກໍດີ ຢ່າຄົບຫາກັບຄົນຢ່າງນັ້ນ, ແມ່ນແຕ່ກິນເຂົ້າຮ່ວມພາ ກໍຢ່າຊູ່ກິນ.
ຢ່າເຂົ້າໄປມີສ່ວນໃດໆກັບການກະທຳຝ່າຍຄວາມມືດ ອັນບໍ່ມີປະໂຫຍດຫຍັງ ແຕ່ຈົ່ງເປີດເຜີຍສິ່ງເຫຼົ່ານັ້ນ ອອກມາສູ່ຄວາມສະຫວ່າງກໍດີກວ່າ.