ພວກອ້າຍເອື້ອຍນ້ອງຂອງໂຢບ ແລະພວກໝູ່ເພື່ອນເກົ່າແກ່ ຕ່າງກໍໄດ້ມາຢ້ຽມຢາມໂຢບ ແລະກິນລ້ຽງສະຫລອງທີ່ເຮືອນຂອງເພິ່ນ. ພວກເຂົາໄດ້ສະແດງຄວາມເຫັນອົກເຫັນໃຈ ແລະເລົ້າໂລມເພິ່ນສຳລັບຄວາມເດືອດຮ້ອນທັງໝົດ ທີ່ພຣະເຈົ້າຢາເວໄດ້ນຳມາສູ່ເພິ່ນ, ແຕ່ລະຄົນໃນພວກເຂົາໄດ້ເອົາເງິນບາງສ່ວນ ແລະແຫວນຄຳຜູ້ລະວົງໃຫ້ໂຢບ.