ເຢເຣມີຢາ 16:4 - ພຣະຄຳພີສັກສິ4 ພວກເຂົາຈະຕາຍດ້ວຍການເຈັບໄຂ້ໄດ້ປ່ວຍໜັກ ແລະຈະບໍ່ມີຜູ້ໃດໄວ້ທຸກໃຫ້ພວກເຂົາ ແລະຝັງພວກເຂົາໄວ້. ຊາກສົບຂອງພວກເຂົາຈະຢຽດຢາຍດັ່ງກອງຝຸ່ນຢູ່ຕາມເທິງໜ້າດິນ. ພວກເຂົາຈະຖືກຂ້າໃນສົງຄາມ ຫລືຕາຍອຶດຕາຍຢາກ ແລະຊາກສົບຂອງພວກເຂົາຈະເປັນອາຫານສຳລັບຝູງນົກ ແລະຝູງສັດປ່າ.” Uka jalj uñjjattʼäta |
ເພາະສະນັ້ນ ບັດນີ້ພຣະເຈົ້າຢາເວກ່າວວ່າ ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ; ພວກເຈົ້າບໍ່ໃຫ້ພີ່ນ້ອງຊາວອິດສະຣາເອນໄດ້ຮັບອິດສະຫລະພາບ. ດີແລ້ວ ບັດນີ້ເຮົາຈະໃຫ້ພວກເຈົ້າໄດ້ມີອິດສະຫລະພາບ, ພຣະເຈົ້າຢາເວກ່າວວ່າ ຄືອິດສະຫລະພາບທີ່ຈະຕາຍໂດຍສົງຄາມ, ການເຈັບໄຂ້ໄດ້ປ່ວຍ ແລະການຕາຍອຶດຕາຍຫິວ. ເຮົາຈະເຮັດໃຫ້ທຸກໆຊົນຊາດໃນໂລກນີ້ຢ້ານກົວຫຼາຍ ຕໍ່ສິ່ງທີ່ເຮົາຈະເຮັດກັບພວກເຂົາ.
ສຳລັບປະຊາຊົນຢູດາທີ່ຍັງເຫລືອແລະຕັ້ງໃຈໄປຢູ່ໃນເອຢິບນັ້ນ ເຮົາຈະເຮັດໃຫ້ພວກເຂົາຖືກທຳລາຍໄປຢ່າງໝົດສິ້ນ. ພວກເຂົາທັງໝົດບໍ່ວ່າໃຫຍ່ຫລືນ້ອຍຈະຕາຍໃນເອຢິບ ຄືຕາຍໃນສົງຄາມຫລືຕາຍຍ້ອນການອຶກຢາກ. ພວກເຂົາຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ຄົນທັງຫລາຍຈະຫົວເຢາະເຢີ້ຍພວກເຂົາແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
ແກ່ພວກເຈົ້າຊາວອິດສະຣາເອນວ່າ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ‘ເຮົາຈະເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ຍ້ອນພວກເຈົ້າພາກພູມໃຈເຖິງຄວາມໝັ້ນຄົງຂອງພຣະວິຫານ. ພວກເຈົ້າມັກຈະແນມເບິ່ງພຣະວິຫານນັ້ນ ແລະມັກຈະເຂົ້າໄປໃນທີ່ນັ້ນ; ພວກລູກຊາຍຍິງຂອງພວກເຈົ້າທີ່ເຫຼືອຢູ່ໃນນະຄອນເຢຣູຊາເລັມ ຈະຖືກຂ້າໃນສົງຄາມ.