21 “ເພາະສະນັ້ນ ເຮົາຈະເຮັດໃຫ້ຊົນຊາດຕ່າງໆ ຮູ້ຣິດເດດ ແລະຄວາມຍິ່ງໃຫຍ່ຂອງເຮົາຄັ້ງດຽວແລ້ວພໍ; ພວກເຂົາຈະຮູ້ວ່ານາມຊື່ຂອງເຮົາແມ່ນພຣະເຈົ້າຢາເວ.”
ຈົ່ງໃຫ້ພວກເຂົາຮູ້ວ່າ ພຣະອົງຜູ້ມີນາມຊື່ເປັນພຣະເຈົ້າຢາເວພຽງແຕ່ອົງດຽວ ເປັນຜູ້ປົກຄອງສູງສຸດທົ່ວທັງແຜ່ນດິນໂລກນີ້.
ພຣະເຈົ້າຢາເວເປີດເຜີຍພຣະອົງເອງດ້ວຍການຕັດສິນອັນຍຸດຕິທຳ ຄົນຊົ່ວຮ້າຍກໍຖືກຈັບໂດຍສິ່ງທີ່ຕົນເອງໄດ້ກະທຳໄວ້.
ເຮົາຈະເຮັດໃຫ້ລາວໃຈແຂງກະດ້າງດື້ດຶງຂຶ້ນອີກ ແລະໄລ່ຕິດຕາມພວກເຈົ້າມາ ແລະໄຊຊະນະຂອງເຮົາທີ່ມີຕໍ່ລາວ ແລະກອງທັບຂອງລາວ ຈະນຳກຽດສັກສີແລະຊື່ສຽງມາໃຫ້ເຮົາ. ແລ້ວຊາວເອຢິບກໍຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.” ດັ່ງນັ້ນ ຊາວອິດສະຣາເອນຈຶ່ງເຮັດຕາມທີ່ໄດ້ກ່າວໄວ້ນັ້ນທຸກປະການ.
ພຣະເຈົ້າຢາເວເປັນນັກຮົບຜູ້ຍິ່ງໃຫຍ່ ພຣະເຈົ້າຢາເວນັ້ນ ແມ່ນນາມອັນກຽງໄກຂອງພຣະອົງ.
ເຮົາໄດ້ປາກົດແກ່ອັບຣາຮາມ, ອີຊາກ ແລະຢາໂຄບ ໃນຖານະພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່, ແຕ່ເຮົາບໍ່ໄດ້ສຳແດງເຮົາເອງ ໃຫ້ພວກເຂົາຮູ້ຈັກນາມຊື່ອັນສັກສິດຂອງເຮົາຄື ພຣະເຈົ້າຢາເວ.
ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າເດີ ອົງບໍຣິສຸດຂອງອິດສະຣາເອນທີ່ຊ່ວຍພວກເຈົ້າໃຫ້ພົ້ນ. ເຮົາຈະໃຫ້ປະເທດເອຢິບຍອມປົດປ່ອຍພວກເຈົ້າເປັນເສລີ ຈະໃຫ້ເອທີໂອເປຍ ແລະເສບາຍອມດ້ວຍ.
“ພຣະເຈົ້າຢາເວອົງທີ່ໄດ້ສ້າງແຜ່ນດິນໂລກ ແລະພຣະເຈົ້າຢາເວປະກອບໃຫ້ເປັນຮູບຮ່າງ ຜູ້ມີນາມວ່າພຣະເຈົ້າຢາເວໄດ້ກ່າວດັ່ງນີ້:
ແລ້ວເອເຊກຽນກໍຈະເປັນໝາຍສຳຄັນໃຫ້ແກ່ພວກເຈົ້າ; ພວກເຈົ້າຈະເຮັດຕາມທຸກສິ່ງທີ່ລາວໄດ້ເຮັດ. ເມື່ອເຫດການນີ້ເກີດຂຶ້ນ ພວກເຈົ້າກໍຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.”’
ໃນວັນດຽວກັນນັ້ນເອງ ເຈົ້າຈະໄດ້ຣິດແຫ່ງການປາກເວົ້າຊຶ່ງເຈົ້າໄດ້ເສຍໄປນັ້ນຄືນມາ ແລະເຈົ້າຈະເວົ້າກັບພວກເຂົາດ້ວຍວິທີດັ່ງກ່າວນີ້ ເຈົ້າຈະເປັນໝາຍສຳຄັນໃຫ້ແກ່ປະຊາຊົນ ແລະພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
ຊາດອິດສະຣາເອນປະຊາຊົນຂອງເຮົາ ຈະແກ້ແຄ້ນດິນແດນເອໂດມໃຫ້ເຮົາ; ແລະພວກເຂົາຈະເຮັດໃຫ້ເອໂດມໄດ້ຊີມຣິດແຫ່ງຄວາມໂກດຮ້າຍອັນຫ້ຽມໂຫດຂອງເຮົາ. ເອໂດມຈະຮູ້ວ່າການຕົກເປັນເປົ້າແຫ່ງການແກ້ແຄ້ນຂອງເຮົານັ້ນ ໝາຍຄວາມວ່າຢ່າງໃດ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ປະຊາຊົນຈະຖືກຂ້າໃນທຸກທີ່ທຸກບ່ອນ ແລະພວກທີ່ຍັງເຫລືອມີຊີວິດຢູ່ຈະຮັບຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
ພຣະອົງ ອົງໄດ້ສ້າງດວງດາວທັງຫລາຍ ຄືດາວໄກ່ນ້ອຍ ແລະດາວໄຖດ້ວຍ. ພຣະອົງເຮັດໃຫ້ມືດກາຍເປັນສະຫວ່າງ ແລະໃຫ້ກາງເວັນນັ້ນກາຍເປັນກາງຄືນ. ພຣະອົງເອີ້ນນໍ້າທະເລແລະເທໃສ່ພິພົບ ພຣະອົງຊົງນາມວ່າ ພຣະເຈົ້າຢາເວ.