Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 16:20 - ພຣະຄຳພີສັກສິ

20 ຄົນ​ໜຶ່ງ​ເຮັດ​ພະ​ຂອງຕົນ​ໄດ້​ບໍ? ບໍ່ໄດ້​ດອກ; ຖ້າ​ລາວ​ເຮັດ​ໄດ້ ສິ່ງ​ທີ່​ລາວ​ເຮັດ​ນັ້ນ​ກໍ​ບໍ່ແມ່ນ​ພຣະແທ້.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 16:20
12 Jak'a apnaqawi uñst'ayäwi  

ແລະ​ທັງ​ໄດ້​ຈູດ​ພະ​ຕ່າງໆ​ຂອງ​ຊົນຊາດ​ເຫຼົ່ານີ້​ຖິ້ມ​ດ້ວຍ ເພາະ​ພະ​ເຫຼົ່ານັ້ນ​ບໍ່ແມ່ນ​ພຣະເຈົ້າ ເປັນ​ພຽງແຕ່​ພະ​ທີ່​ມະນຸດ​ສ້າງ​ຂຶ້ນ​ມາ ດ້ວຍ​ໄມ້​ແລະ​ດ້ວຍ​ຫີນ​ເທົ່ານັ້ນ.


ບັດນີ້ ພວກ​ພະ​ຂອງ​ເມືອງ​ຮາມັດ ແລະ​ອັກປັດ​ໄປ​ໃສ​ໝົດ​ແລ້ວ? ພວກ​ພະ​ຂອງ​ເມືອງ​ເສຟາກວາອິມ​ໄປ​ໃສ​ໝົດ? ມີ​ຜູ້ໃດ​ແດ່​ຊ່ວຍ​ນະຄອນ​ຊາມາເຣຍ​ໄດ້?


ທັງ​ໄດ້​ຈູດ​ບັນດາ​ພະ​ຂອງ​ພວກເຂົາ​ຖິ້ມ​ຊຶ່ງ​ບໍ່ແມ່ນ​ພຣະ​ແທ້, ແຕ່​ເປັນ​ພຽງ​ຮູບ​ໄມ້ ແລະ​ຫີນ​ທີ່​ມື​ມະນຸດ​ໄດ້​ເຮັດ​ຂຶ້ນ​ເທົ່ານັ້ນ.


ບໍ່ມີ​ຊົນຊາດ​ອື່ນໃດ​ເຄີຍ​ສັບປ່ຽນ​ພຣະ​ຂອງຕົນ ເຖິງ​ວ່າ​ພວກມັນ​ບໍ່ແມ່ນ​ພຣະ​ແທ້​ກໍຕາມ. ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ສັບປ່ຽນ​ເຮົາ​ເດີ ພຣະເຈົ້າ​ຜູ້​ທີ່​ໄດ້​ນຳ​ສະຫງ່າຣາສີ​ມາ​ສູ່​ພວກເຂົາ ກັບ​ບັນດາ​ພະ​ທີ່​ບໍ່​ສາມາດ​ເຮັດ​ຫຍັງ ແລະ​ທີ່​ຊ່ວຍເຫລືອ​ພວກເຂົາ​ຫຍັງ​ບໍ່ໄດ້.


ພຣະເຈົ້າຢາເວ​ຖາມ​ວ່າ, “ເປັນຫຍັງ​ເຮົາ​ຈຶ່ງ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ນໍ? ພວກເຂົາ​ປະຖິ້ມ​ເຮົາ​ໄປ​ຂາບໄຫວ້​ພະ​ທີ່​ບໍ່ແມ່ນ​ພຣະເຈົ້າ. ເຮົາ​ລ້ຽງ​ພວກເຂົາ​ຈົນ​ອີ່ມ ແຕ່​ກໍ​ນອກ​ໃຈ​ເຮົາ ແລະ​ມົ້ວສຸມ​ຢູ່​ກັບ​ພວກ​ຍິງ​ແມ່ຈ້າງ.


ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ໄດ້​ສັ່ງ​ໃຫ້​ສ້າງ​ຮູບປັ້ນ​ເປັນ​ຄຳ​ຮູບ​ໜຶ່ງ ສູງ​ຊາວເຈັດ​ແມັດ ແລະ​ກວ້າງ​ເກືອບ​ສາມ​ແມັດ ແລະ​ເພິ່ນ​ຕັ້ງ​ຮູບ​ນີ້​ໄວ້​ທີ່​ທົ່ງພຽງ​ດູຣາ ໃນ​ແຂວງ​ບາບີໂລນ.


ບັດນີ້ ພວກເຈົ້າ​ກໍ​ຮູ້​ເຫັນ​ໄດ້​ໂດຍ​ຕົນເອງ​ແລ້ວ​ວ່າ ສິ່ງ​ທີ່​ໂປໂລ ຊາຍ​ຄົນ​ນີ້​ກຳລັງ​ເຮັດ​ນັ້ນ​ເປັນ​ແນວ​ໃດ ລາວ​ເວົ້າ​ວ່າ ບັນດາ​ຮູບ​ພະ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ ບໍ່ແມ່ນ​ພຣະເຈົ້າ ແລະ​ລາວ​ກໍ​ຊັກຊວນ​ຫລາຍ​ຄົນ​ໃຫ້​ເຊື່ອ​ເປັນ​ຜົນ​ສຳເລັດ ທັງ​ໃນ​ເມືອງ​ເອເຟໂຊ​ນີ້ ແລະ​ໃກ້​ແຂວງ​ເອເຊຍ​ທັງໝົດ​ດ້ວຍ.


ແຕ່​ເຖິງ​ແມ່ນ​ວ່າ​ພວກເຮົາ ຫລື​ເທວະດາ​ຈາກ​ສະຫວັນ​ກໍຕາມ ຈະ​ປະກາດ​ຂ່າວປະເສີດ ທີ່​ແຕກຕ່າງ​ໄປ​ຈາກ​ທີ່​ພວກເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ​ແລ້ວ​ນັ້ນ ກໍ​ໃຫ້​ຜູ້ນັ້ນ​ຖືກ​ສາບແຊ່ງ


ໃນ​ເມື່ອ​ກ່ອນ​ນີ້ ເຈົ້າ​ທັງຫລາຍ​ຍັງ​ບໍ່​ຮູ້ຈັກ​ພຣະເຈົ້າ ພວກເຈົ້າ​ກໍ​ເປັນ​ທາດຮັບໃຊ້​ຂອງ​ສິ່ງ​ຕ່າງໆ ຊຶ່ງ​ຕາມ​ທຳມະດາ​ແລ້ວ ມັນ​ບໍ່ແມ່ນ​ພຣະ​ແທ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka