Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 16:18 - ພຣະຄຳພີສັກສິ

18 ເຮົາ​ຈະ​ໃຫ້​ພວກເຂົາ​ໄດ້​ຮັບ​ໂທດກຳ​ສອງ​ເທົ່າ ສຳລັບ​ການບາບ​ແລະ​ຄວາມ​ຊົ່ວຊ້າ​ທີ່​ພວກເຂົາ​ໄດ້​ເຮັດ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ເປັນ​ມົນທິນ ໂດຍ​ສ້າງ​ຮູບເຄົາຣົບ​ທີ່​ບໍ່ມີ​ຊີວິດ​ແລະ​ໂດຍ​ມີ​ພະປອມ​ເຕັມ​ທົ່ວ​ທັງ​ດິນແດນ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 16:18
24 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ຂ້າ​ເດັກນ້ອຍ​ເຫຼົ່ານັ້ນ​ທີ່​ບໍ່ມີ​ຄວາມຜິດ ແລະ​ດິນແດນ​ກໍ​ເປັນ​ມົນທິນ​ຍ້ອນ​ການ​ນັ້ນ.


ປະຊາກອນ​ໄດ້​ເຮັດ​ໃຫ້​ໂລກນີ້​ເປັນ​ມົນທິນ ໂດຍ​ລະເມີດ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ​ຕະຫລອດໄປ.


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ພວກເຈົ້າ​ກໍ​ສິ້ນສຸດ​ໄປ ແລະ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ຊັບສົມບັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ເທົ່າຕົວ ພວກເຈົ້າ​ຈະ​ຊົມຊື່ນ​ຍິນດີ​ຢູ່​ຕະຫລອດ.


ເຮົາ​ຕັດສິນໃຈ​ລົງໂທດ​ພວກເຂົາ​ແລ້ວ ແລະ​ໂທດກຳ​ຂອງ​ພວກເຂົາ​ນັ້ນ​ກໍ​ບັນທຶກ​ໄວ້​ແລ້ວ. ເຮົາ​ຈະ​ບໍ່​ເບິ່ງ​ຂ້າມ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ


ແຕ່​ເຮົາ​ຈະ​ຕອບແທນ​ການບາບ​ທີ່​ພວກເຂົາ​ໄດ້​ເຮັດ ພ້ອມ​ທັງ​ການບາບ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ພະ​ຂອງ​ຊາວ​ຕ່າງຊາດ​ທີ່​ເນີນພູ ແລະ​ໄດ້​ເວົ້າ​ສິ່ງ​ທີ່​ຊົ່ວຮ້າຍ​ໃສ່​ເຮົາ. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ ໃຫ້​ສະສົມ​ກັບ​ບາບກຳ​ຂອງ​ພວກເຂົາ​ໃນ​ອະດີດ.”


ຈົ່ງ​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ຄົນ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ແດ່ທ້ອນ; ແຕ່​ຂໍ​ຊົງ​ໂຜດ​ໄວ້​ຊີວິດ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ. ຈົ່ງ​ກະທຳ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ​ຢ່າງໃຫຍ່ ແຕ່​ຢ່າ​ເຮັດ​ໃຫ້​ຂ້ານ້ອຍ​ຢ້ານກົວ​ເລີຍ. ຈົ່ງ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ທຳລາຍ​ພວກເຂົາ​ໃຫ້​ໝຸ່ນ​ທະລາຍ​ດ້ວຍ​ເຖີດ.


ເຮົາ​ໄດ້​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ອຸດົມ​ຮັ່ງມີ ເພື່ອ​ໃຫ້​ໄດ້​ຮັບ​ຜົນລະປູກ ແລະ ສິ່ງ​ທີ່ດີ​ອື່ນໆ. ແຕ່​ພວກເຂົາ​ພັດ​ໄດ້​ເຮັດ​ໃຫ້​ດິນແດນ​ຂອງເຮົາ​ຈິບຫາຍ ໂດຍ​ເຮັດ​ໃຫ້​ເປັນ​ມົນທິນ​ບ່ອນ​ທີ່​ເຮົາ​ມອບ​ໃຫ້​ພວກເຂົາ​ນັ້ນ.


ແລະ​ທັງ​ບໍ່​ອັບອາຍ​ຂາຍໜ້າ​ຈັກດີ້. ນາງ​ໄດ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ແລະ ໄດ້​ຫລີ້ນຊູ້​ໂດຍ​ຂາບໄຫວ້​ໂງ່ນຫີນ​ແລະ​ກົກໄມ້.


ເຮົາ​ໄດ້​ສືບຕໍ່​ສົ່ງ​ພວກ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ເພື່ອ​ບອກ​ພວກເຈົ້າ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທີ່​ເຮົາ​ບໍ່​ມັກ​ນັ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຢູດາ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ. ພວກເຂົາ​ໄດ້​ເອົາ​ຮູບພະ​ຂອງ​ພວກເຂົາ​ທີ່​ໜ້າ​ກຽດຊັງ​ນັ້ນ ມາ​ວາງ​ໄວ້​ໃນ​ວິຫານ​ທີ່​ມີ​ຊື່​ຕາມ​ນາມຊື່​ຂອງເຮົາ ແລະ​ເຮັດ​ໃຫ້​ວິຫານ​ນັ້ນ​ເສື່ອມເສຍ​ກຽດ.


ເມື່ອ​ພວກເຂົາ​ກັບຄືນ​ມາ ພວກເຂົາ​ຈະ​ກຳຈັດ​ຮູບເຄົາຣົບ​ອັນ​ເປິເປື້ອນ ແລະ​ໜ້າກຽດຊັງ​ທັງໝົດ​ທີ່​ພວກເຂົາ​ພົບເຫັນ​ນັ້ນ​ໃຫ້​ສິ້ນໄປ.


ແຕ່​ເຮົາ​ຈະ​ລົງໂທດ​ປະຊາຊົນ​ຜູ້​ມັກ​ຂາບໄຫວ້​ຮູບເຄົາຣົບ​ຕ່າງໆ ອັນ​ເປິເປື້ອນ​ແລະ​ໜ້າກຽດຊັງ. ເຮົາ​ຈະ​ລົງໂທດ​ພວກເຂົາ​ສຳລັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ໂດຍ​ການ​ຄາດຕະກຳ​ຕ່າງໆ ຊຶ່ງ​ພວກເຂົາ​ໄດ້​ກໍ່​ຂຶ້ນ ແລະ​ໂດຍ​ການຂາບໄຫວ້​ຮູບເຄົາຣົບ​ອັນ​ໜ້າກຽດຊັງ. ສະນັ້ນ ເຮົາ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ສະນັ້ນ ໃນ​ເມື່ອ​ເຮົາ​ມີ​ຊີວິດ​ຢູ່ ຍ້ອນ​ເຈົ້າ​ໄດ້​ເຮັດ​ໃຫ້​ວິຫານ​ຂອງເຮົາ​ເປັນ​ມົນທິນ ດ້ວຍ​ການ​ເຮັດ​ຊົ່ວ​ທຸກຢ່າງ​ອັນ​ໜ້າກຽດຊັງ; ສະນັ້ນ ເຮົາ​ຈະ​ຕັດ​ເຈົ້າ​ອອກ ໂດຍ​ປາສະຈາກ​ຄວາມ​ເມດຕາ​ກະລຸນາ.


ເວລາ​ແຫ່ງ​ການລົງໂທດ​ໄດ້​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ປະຊາຊົນ​ຈະ​ໄດ້​ຮັບ​ໃນ​ສິ່ງ​ທີ່​ສົມຄວນ​ໄດ້​ຮັບ. ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຮູ້ຈັກ. ພວກເຈົ້າ​ເວົ້າ​ວ່າ, “ຜູ້ທຳນວາຍ​ຄົນ​ນີ້​ໂງ່. ຄົນ​ທີ່​ມີ​ພຣະເຈົ້າ​ດົນໃຈ​ກໍ​ເປັນ​ຄົນ​ບໍ່​ເຕັມ.” ພວກເຈົ້າ​ກຽດຊັງ​ເຮົາ​ຫລາຍ​ທີ່ສຸດ ເພາະ​ບາບ​ຂອງ​ພວກເຈົ້າ​ໜາ​ຫລາຍ.


ເຮົາ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ທີ່​ເທິງ​ພູ ມ້າງ​ແລະ​ຮື້​ແທ່ນບູຊາ​ເຄື່ອງຫອມ​ລົງ​ໝົດ ແລະ​ໂຍນ​ສົບ​ພວກເຈົ້າ​ຖິ້ມ​ໃສ່​ເທິງ​ຮູບເຄົາຣົບ​ຂອງ​ພວກເຈົ້າ​ທີ່​ຫັກ​ເພພັງ. ຍ້ອນ​ເຮົາ​ເບື່ອໜ່າຍ​ພວກເຈົ້າ​ຫລາຍ​ທີ່ສຸດ


ຈົ່ງ​ລຸກ​ຂຶ້ນ ແລະ​ໜີໄປ​ສາ; ຢູ່​ໃນ​ທີ່​ນີ້ ບໍ່ມີ​ບ່ອນ​ປອດໄພ​ອີກ​ແລ້ວ. ການບາບ​ຂອງ​ພວກເຈົ້າ​ໄດ້​ນຳ​ເຄາະກຳ​ມາ​ສູ່​ບ່ອນ​ນີ້​ໃຫ້​ພິນາດໄປ.


ນະຄອນ​ນັ້ນ​ໄດ້​ໃຫ້​ຜົນ​ຢ່າງ​ໃດ ກໍ​ຈົ່ງ​ໃຫ້​ຜົນ​ແກ່​ມັນ​ຢ່າງ​ນັ້ນ ແລະ​ຈົ່ງ​ຕອບແທນ​ແກ່​ການ​ກະທຳ ຂອງ​ມັນ​ເປັນ​ສອງ​ເທົ່າ. ໃນ​ຈອກ​ທີ່​ມັນ​ໄດ້​ປະສົມ​ໄວ້ ກໍ​ຈົ່ງ​ປະສົມ​ລົງ​ໃນ​ຈອກ​ນັ້ນ​ສອງ​ເທົ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka