Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 16:16 - ພຣະຄຳພີສັກສິ

16 ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ສົ່ງ​ຄົນ​ຈັບປາ​ຫລາຍ​ຄົນ ມາ​ຈັບ​ປະຊາຊົນ​ເຫຼົ່ານີ້. ແລ້ວ​ເຮົາ​ກໍ​ຈະ​ສົ່ງ​ນາຍພານ​ຫລາຍ​ຄົນ ມາ​ໂຫ່​ພວກເຂົາ​ລົງ​ຈາກ​ເທິງ​ພູເຂົາ ແລະ​ເນີນພູ​ທຸກໜ່ວຍ ແລະ​ເຂົ້າ​ໄປ​ໃນ​ຖໍ້າ​ແລະ​ໃນ​ໂງ່ນຫີນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 16:16
21 Jak'a apnaqawi uñst'ayäwi  

ດ້ວຍ​ກຳລັງ​ຄວາມ​ກ້າຫານ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ລາວ​ຈຶ່ງ​ເປັນ​ນາຍພານ​ຜູ້​ຍິ່ງໃຫຍ່. ສະນັ້ນ ຄົນ​ຈຶ່ງ​ມັກ​ອວຍພອນ​ກັນແລະກັນ​ວ່າ, “ຂໍ​ພຣະເຈົ້າຢາເວ​ບັນດານ​ໃຫ້​ເຈົ້າ​ເປັນ​ນາຍພານ​ຜູ້​ຍິ່ງໃຫຍ່​ເໝືອນ​ດັ່ງ​ນິມໂຣດ.”


ເມື່ອ​ພຣະເຈົ້າຢາເວ​ມາ​ເຮັດ​ໃຫ້​ໂລກ​ສັ່ນສະເທືອນ ປະຊາຊົນ​ຈະ​ລີ້​ຢູ່​ໃນ​ຖໍ້າ ຢູ່​ໃນ​ໂງ່ນຫີນ​ຕາມ​ເນີນພູ ຫລື​ຂຸດ​ຮູ​ຢູ່​ໃນ​ດິນ ເພື່ອ​ຊອກ​ຫາ​ທີ່​ຈະ​ປົບໜີ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແລະ​ຫລົບລີ້​ຈາກ​ຣິດອຳນາດ​ແລະ​ສະຫງ່າຣາສີ​ຂອງ​ພຣະອົງ.


ພວກເຂົາ​ຈະ​ມາ​ຢູ່​ເຕັມ​ຮ່ອມພູ, ໃນ​ຖໍ້າ​ແລະ​ຕາມ​ໂງ່ນຫີນ, ທັງ​ຈະ​ປົກຄຸມ​ຢູ່​ຕາມ​ພຸ່ມໄມ້​ແລະ​ທົ່ງຫຍ້າ​ດ້ວຍ.


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເມື່ອ​ໄດ້ຍິນ​ສຽງ​ທະຫານ​ຂີ່​ມ້າ​ແລະ​ນັກຍິງທະນູ ທຸກໆ​ຄົນ​ກໍ​ຈະ​ພາກັນ​ແລ່ນ​ປົບໜີໄປ​ທັງນັ້ນ. ບາງຄົນ​ກໍ​ຈະ​ແລ່ນ​ໄປ​ສູ່​ປ່າດົງ​ພົງໄພ ບາງຄົນ​ກໍ​ຈະ​ປີນ​ຂຶ້ນ​ຕາມ​ໂງ່ນຫີນ​ດ້ວຍ. ທຸກໆ​ເມືອງ​ກໍ​ຈະ​ຖືກ​ປະ​ໃຫ້​ຮ້າງເປົ່າ​ທັງໝົດ ແລະ​ຈະ​ບໍ່ມີ​ຜູ້ໃດ​ອາໄສ​ຢູ່​ທີ່​ນັ້ນ​ຕໍ່ໄປ​ອີກ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ນຳ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ມາ​ສູ່​ພວກເຈົ້າ​ຮອບດ້ານ. ພວກເຈົ້າ​ທັງໝົດ​ຈະ​ແລ່ນ​ປົບໜີໄປ, ແຕ່ລະຄົນ​ຈະ​ແລ່ນ​ເອົາ​ຊີວິດ​ລອດ ແລະ​ຈະ​ບໍ່ມີ​ຜູ້ໃດ​ຈະ​ນຳ​ທະຫານ​ຂອງ​ພວກເຈົ້າ​ທີ່​ແຕກ​ໄປ​ນັ້ນ ມາ​ເຕົ້າໂຮມ​ກັນ​ໄດ້​ອີກ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: “ຊາດ​ອິດສະຣາເອນ​ຈະ​ຖືກ​ກວາດລ້າງ​ໃຫ້​ກ້ຽງ ດັ່ງ​ສວນອະງຸ່ນ​ທີ່​ຖືກ​ຄົນ​ເກັບເລັມ​ໃຫ້​ຈົນກ້ຽງ. ດັ່ງນັ້ນ ເຈົ້າ​ຕ້ອງ​ຊ່ວຍກູ້​ເອົາ​ທຸກໆຄົນ ເທົ່າທີ່ຈະ​ຊ່ວຍ​ໄດ້​ໃນ​ເມື່ອ​ຍັງ​ມີ​ເວລາ​ຢູ່.”


ສັດຕູ​ກຳລັງ​ຈອບ​ເບິ່ງ​ບາດ​ຍ່າງ​ພວກເຮົາ, ພວກເຮົາ​ຍ່າງ​ໄປມາ​ແມ່ນແຕ່​ຕາມ​ຫົນທາງ​ກໍ​ບໍ່ໄດ້. ວັນ​ຂອງ​ພວກເຮົາ​ນັ້ນ​ມັນ​ກໍ​ສັ້ນ​ເຂົ້າ​ທຸກທີ, ວາລະ​ສຸດທ້າຍ​ຂອງ​ພວກເຮົາ​ມາເຖິງ​ສາ​ແລ້ວ.


ພວກເຂົາ​ໄດ້​ໄລ່​ຕິດຕາມ​ພວກເຮົາ​ວ່ອງໄວ​ດັ່ງ​ນົກອິນຊີ​ໃນ​ທ້ອງຟ້າ, ພວກມັນ​ບິນ​ລົງ​ມາ​ສະກົດຮອຍ​ຕາມ​ພວກເຮົາ​ຢູ່. ພວກມັນ​ໄລ່​ຕິດ​ຕາມ​ເທິງ​ພູ​ທັງຫຼາຍ​ເພື່ອ​ຄອຍ​ຈັບ​ເອົາ​ພວກເຮົາ ຢ່າງ​ບໍ່​ຮູ້ຕົວ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ.


ເຮົາ​ຈະ​ໂຈມຕີ ແລະ​ລົງໂທດ​ຄົນ​ບາບ​ເຫຼົ່ານີ້. ຊົນຊາດ​ທັງຫລາຍ​ຈະ​ຮວມກັນ​ຕໍ່ສູ້​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ຖືກ​ລົງໂທດ​ຍ້ອນ​ການບາບ​ຂອງ​ພວກເຂົາ.


ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ສາບານ​ດ້ວຍ​ຄວາມ​ບໍຣິສຸດ​ຂອງ​ພຣະອົງ​ວ່າ, “ວັນ​ທັງຫລາຍ​ກໍ​ໃກ້​ເຂົ້າ​ມາ​ແລ້ວ ຄື​ເມື່ອ​ສັດຕູ​ຈະ​ເອົາ​ຂໍເກາະ​ແກ່​ລາກ​ພວກເຈົ້າ​ໄປ; ແຕ່ລະຄົນ​ໃນ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ປາ​ຖືກ​ເບັດ.


ວັນ​ນັ້ນ​ຈະ​ເປັນ​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ແລ່ນ​ປົບໜີ​ຈາກ​ສິງ ແລ້ວ​ໄປ​ພົບ​ໝີ ຫລື​ດັ່ງ​ຊາຍ​ຄົນ​ໜຶ່ງ​ທີ່​ກັບຄືນ​ເມືອ​ເຮືອນ ແລ້ວ​ເອົາ​ມື​ຂົ່ມ​ໃສ່​ຝາ​ແລະ​ຖືກ​ງູ​ຕອດ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ໃນ​ເວລາ​ນັ້ນ ເຮົາ​ຈະ​ຖື​ໂຄມໄຟ​ອັນ​ໜຶ່ງ ເຍືອງ​ຄົ້ນຫາ​ນະຄອນ​ເຢຣູຊາເລັມ. ເຮົາ​ຈະ​ລົງໂທດ​ປະຊາຊົນ​ທີ່​ສ້າງ​ຄວາມ​ອີ່ມອົກອີ່ມໃຈ ແລະ​ເຊື່ອໝັ້ນ​ໃນ​ຕົນເອງ ຄື​ຜູ້​ທີ່​ເວົ້າ​ໃນ​ຈິດໃຈ​ວ່າ, ‘ບໍ່​ວ່າ​ຮ້າຍ​ຫລື​ດີ ພຣະເຈົ້າຢາເວ​ເຮັດ​ຫຍັງ​ບໍ່ໄດ້​ດອກ.’


ພໍ່​ຂ້ານ້ອຍ​ເອີຍ ເບິ່ງ​ສົ້ນ​ເສື້ອລ່າມ​ຂອງທ່ານ​ທີ່​ຂ້ານ້ອຍ​ພວມ​ຖື​ຢູ່​ນີ້​ດູ ຂ້ານ້ອຍ​ຄວນ​ຂ້າ​ທ່ານ​ຖິ້ມ​ເສຍ​ແລ້ວ, ແຕ່​ຂ້ານ້ອຍ​ພຽງແຕ່​ໄດ້​ຕັດ​ເອົາ​ສົ້ນ​ເສື້ອ​ເທົ່ານັ້ນ. ອັນນີ້​ກໍ​ເຮັດ​ໃຫ້​ທ່ານ​ແນ່ໃຈ​ໄດ້​ແລ້ວ​ວ່າ ຂ້ານ້ອຍ​ບໍ່ໄດ້​ກະບົດ​ຫລື​ຄິດ​ທຳຮ້າຍ​ທ່ານ​ແຕ່​ຢ່າງໃດ. ແມ່ນ​ວ່າ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຫຍັງ​ຜິດ​ຕໍ່​ທ່ານ​ກໍຕາມ ແຕ່​ທ່ານ​ກໍ​ຍັງ​ຕາມລ່າ​ຂ້ານ້ອຍ​ຢູ່.


ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຖືກ​ຂ້າ​ໃນ​ດິນແດນ​ຂອງ​ປະເທດ​ອື່ນ ທີ່​ຫ່າງໄກ​ຈາກ​ພຣະພັກ​ຂອງ​ພຣະເຈົ້າຢາເວ​ເລີຍ. ເຫດໃດໜໍ ກະສັດ​ແຫ່ງ​ຊາດ​ອິດສະຣາເອນ​ຈຶ່ງ​ຕາມ​ສັງຫານ​ຂ້ານ້ອຍ ຜູ້​ຕໍ່າຕ້ອຍ​ດັ່ງ​ໂຕ​ໝັດ? ເຫດໃດໜໍ ທ່ານ​ຈຶ່ງ​ຕາມລ່າ​ຂ້ານ້ອຍ​ດັ່ງ​ນົກ​ປ່າ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka