ເຢເຣມີຢາ 16:15 - ພຣະຄຳພີສັກສິ15 ແຕ່ພວກເຂົາຈະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກດິນແດນທາງທິດເໜືອ ແລະອອກມາຈາກປະເທດຕ່າງໆ ທີ່ພຣະອົງໄດ້ເຮັດໃຫ້ພວກເຂົາກະຈັດກະຈາຍໄປນັ້ນ.’ ເຮົາຈະນຳພວກເຂົາກັບຄືນມາສູ່ດິນແດນເດີມຂອງພວກເຂົາ ຄືດິນແດນຊຶ່ງເຮົາໄດ້ໃຫ້ແກ່ບັນພະບຸລຸດຂອງພວກເຂົານັ້ນ.” Uka jalj uñjjattʼäta |
ພວກເຈົ້າຈະພົບເຮົາແທ້ໆ,’ ພຣະເຈົ້າຢາເວກ່າວວ່າ, ‘ແລະເຮົາຈະປົວແປງພວກເຈົ້າຂຶ້ນໃໝ່ຢູ່ໃນປະເທດຂອງພວກເຈົ້າເອງ. ເຮົາຈະເຕົ້າໂຮມພວກເຈົ້າຈາກທຸກໆປະເທດແລະຈາກທຸກໆບ່ອນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າກະຈັດກະຈາຍໄປນັ້ນ’ ພຣະເຈົ້າຢາເວກ່າວວ່າ ‘ແລະເຮົາຈະນຳພວກເຈົ້າກັບຄືນມາສູ່ດິນແດນ ຊຶ່ງເຮົາໄດ້ສົ່ງພວກເຈົ້າໄປເປັນຊະເລີຍນັ້ນ.’
“ປະຊາຊົນຂອງເຮົາເອີຍ ພວກເຈົ້າຢ່າຢ້ານເລີຍ ປະຊາຊົນອິດສະຣາເອນເອີຍ ຢ່າແຕກຕື່ນເທາະ ພຣະເຈົ້າຢາເວກ່າວວ່າ: ເຮົາຈະຊ່ວຍກູ້ເອົາພວກເຈົ້າມາຈາກແດນຫ່າງໄກ ຈາກດິນແດນພວກເຈົ້າຕົກໄປເປັນຊະເລີຍນັ້ນ. ພວກເຈົ້າຈະກັບຄືນມາບ້ານ ທັງມີຊີວິດຢ່າງສັນຕິສຸກ ຈະປອດໄພແລະຈະບໍ່ມີຜູ້ໃດເຮັດໃຫ້ພວກເຈົ້າຢ້ານ.