14 ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ປະຊາຊົນຈະບໍ່ກ່າວຕໍ່ໄປອີກວ່າ, ‘ພຣະເຈົ້າຢາເວອົງຊົງພຣະຊົນຢູ່ ຜູ້ທີ່ໄດ້ນຳປະຊາຊົນອິດສະຣາເອນອອກມາຈາກປະເທດເອຢິບ.’
ແຕ່ປະຊາຊົນຂອງເຮົາບໍ່ຍອມຮັບຟັງເຮົາເລີຍ ຊາວອິດສະຣາເອນບໍ່ເຄີຍເຊື່ອຟັງເຮົາຈັກເທື່ອ.
ເມື່ອມີຄວາມເດືອດຮ້ອນພວກເຈົ້າໄດ້ເອີ້ນຫາເຮົາ ເຮົາກໍໄດ້ຊ່ວຍກູ້ເອົາພວກເຈົ້າໃຫ້ໄດ້ພົ້ນ. ຈາກທີ່ລັບລີ້ມີລົມພະຍຸ ເຮົາໄດ້ຕອບພວກເຈົ້າ ທີ່ແມ່ນໍ້າເມຣີບາ ເຮົາໄດ້ທົດລອງພວກເຈົ້າ.
“ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້.
ເຮົາຈະເຕົ້າໂຮມປະຊາຊົນຈາກທຸກປະເທດ ບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປນັ້ນ ເພາະຄວາມໂກດຮ້າຍແລະໂມໂຫຂອງເຮົາ ແລະເຮົາຈະນຳພວກເຂົາກັບຄືນມາບ່ອນນີ້ອີກ ແລະເຮົາຈະໃຫ້ພວກເຂົາຢູ່ທີ່ນີ້ຢ່າງປອດໄພ.
ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ; ເຮົາໄດ້ກອບກູ້ເອົາພວກເຈົ້າໃຫ້ອອກມາຈາກການເປັນທາດຮັບໃຊ້ ເຮົາໄດ້ໃຊ້ໂມເຊ, ອາໂຣນ ແລະມີຣີອາມ ໃຫ້ນຳພາພວກເຈົ້າ.
ຈົ່ງຈົດຈຳໄວ້ວ່າພວກເຈົ້າເຄີຍຕົກເປັນທາດຮັບໃຊ້ຢູ່ໃນປະເທດເອຢິບ ແລະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ປົດປ່ອຍພວກເຈົ້າໃຫ້ເປັນອິດສະຫລະ; ສະນັ້ນ ຂ້າພະເຈົ້າຈຶ່ງມອບຄຳສັ່ງນີ້ໃຫ້ແກ່ພວກເຈົ້າ.
“ເມື່ອອອກໄປສູ້ຮົບສັດຕູແລະເຫັນລົດຮົບພ້ອມກັບມ້າເສິກທັງກອງທັບ ທີ່ມີກຳລັງຫລາຍກວ່າພວກເຈົ້າ ຢ່າຢ້ານພວກເຂົາ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ອົງທີ່ໄດ້ນຳພາພວກເຈົ້າອອກມາຈາກປະເທດເອຢິບນັ້ນ ກໍສະຖິດຢູ່ນຳພວກເຈົ້າ.