ເຢເຣມີຢາ 16:13 - ພຣະຄຳພີສັກສິ13 ສະນັ້ນ ເຮົາຈຶ່ງຈະໂຍນພວກເຈົ້າອອກຈາກດິນແດນນີ້ ເຂົ້າໄປໃນດິນແດນໜຶ່ງ ທີ່ທັງພວກເຈົ້າເອງແລະບັນພະບຸລຸດຂອງພວກເຈົ້າ ບໍ່ເຄີຍຮູ້ຈັກມາກ່ອນ. ຢູ່ໃນທີ່ນັ້ນ ພວກເຈົ້າຈະຮັບໃຊ້ບັນດາພະອື່ນທັງເວັນທັງຄືນ ແລະເຮົາຈະບໍ່ເມດຕາພວກເຈົ້າເລີຍ.”’ Uka jalj uñjjattʼäta |
ເຢເຣມີຢາເອີຍ ເມື່ອພວກເຂົາຖາມວ່າ, ດ້ວຍເຫດໃດພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຈຶ່ງເຮັດສິ່ງເຫຼົ່ານີ້ທັງໝົດ; ຈົ່ງບອກພວກເຂົາວ່າ ເມື່ອພວກເຂົາໄດ້ຫັນໜີຈາກເຮົາໄປຮັບໃຊ້ບັນດາພະຕ່າງຊາດ ໃນດິນແດນຂອງພວກເຂົາເອງສັນໃດ ພວກເຂົາກໍຈະໄດ້ຮັບໃຊ້ຄົນຕ່າງຊາດໃນດິນແດນໜຶ່ງທີ່ບໍ່ເປັນຂອງພວກເຂົາເອງສັນນັ້ນ.”
ພວກເຂົາອັບອາຍຂາຍໜ້າບໍ ທີ່ໄດ້ກະທຳສິ່ງອັນໜ້າລັງກຽດເຊັ່ນນີ້? ບໍ່ເລີຍ ພວກເຂົາບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຂົາຢູ່ຊື່ໆບໍ່ແດງຊໍ້າ. ສະນັ້ນ ພວກເຂົາຈຶ່ງຈະລົ້ມລົງດັ່ງຄົນອື່ນທີ່ໄດ້ລົ້ມລົງ; ເມື່ອເຮົາລົງໂທດພວກເຂົາກໍແມ່ນຈຸດຈົບສຳລັບພວກເຂົາສາແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.