Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 16:12 - ພຣະຄຳພີສັກສິ

12 ແຕ່​ພວກເຈົ້າ​ໄດ້​ເຮັດ​ບາບ​ຫລາຍກວ່າ ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ. ພວກເຈົ້າ​ທຸກຄົນ​ດື້ດ້ານ​ແລະ​ຊົ່ວຊ້າ ແລະ​ພວກເຈົ້າ​ກໍ​ບໍ່ໄດ້​ເຊື່ອຟັງ​ເຮົາ​ເລີຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 16:12
22 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າຢາເວ​ເຫັນ​ວ່າ​ມະນຸດ​ຊົ່ວຮ້າຍ​ຫລາຍ​ຂຶ້ນ ແລະ​ຄວາມ​ຄິດ​ຊົ່ວ​ກໍ​ບັງຄັບ​ຈິດໃຈ​ພວກເຂົາ​ຢູ່​ທຸກ​ເວລາ,


ກິ່ນ​ຫອມຫວນ​ຂອງ​ເຄື່ອງ​ຖວາຍ​ນີ້​ເປັນ​ທີ່​ພໍໃຈ​ພຣະເຈົ້າຢາເວ ແລະ​ພຣະເຈົ້າຢາເວ​ກໍ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ໃຫ້​ແຜ່ນດິນ​ໂລກ​ຕົກ​ຢູ່​ໃຕ້​ຄຳ​ສາບແຊ່ງ​ອີກ​ຈັກເທື່ອ ຍ້ອນ​ສິ່ງ​ທີ່​ມະນຸດ​ກະທຳ; ເຮົາ​ຮູ້​ວ່າ ແຕ່​ເວລາ​ມະນຸດ​ຍັງ​ນ້ອຍ ຄວາມຄິດ​ຂອງ​ເຂົາ​ກໍ​ຊົ່ວ​ຢູ່​ແລ້ວ. ເຮົາ​ຈະ​ບໍ່​ທຳລາຍ​ສິ່ງ​ທີ່​ມີ​ຊີວິດ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ທຳລາຍ​ໃນ​ຄັ້ງ​ນີ້​ອີກ​ຈັກເທື່ອ.


ຄົນບາບ​ຜູ້ໜຶ່ງ​ອາດ​ໄດ້​ເຮັດ​ຊົ່ວ​ໄວ້​ຕັ້ງ​ຮ້ອຍ​ຢ່າງ ແລະ​ຍັງ​ມີ​ຊີວິດ​ຢູ່. ເອີ​ແມ່ນ​ແລ້ວ ຂ້າພະເຈົ້າ​ຮູ້​ສິ່ງ​ທີ່​ພວກເຂົາ​ເວົ້າ​ວ່າ, “ຖ້າ​ທ່ານ​ຢຳເກງ​ພຣະເຈົ້າ ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ;


ຊາຕາກຳ​ອັນດຽວ​ມາ​ສູ່​ທຸກຄົນ​ສະເໝີ​ໜ້າ​ກັນ ແລະ​ອັນ​ນີ້​ແມ່ນ​ຜິດ​ຈາກ​ເຫດການ​ໃດໆ ທີ່​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ. ຕາບໃດ​ທີ່​ມະນຸດ​ມີ​ຊີວິດ​ຢູ່ ຕາບນັ້ນ​ຄວາມຄິດ​ຂອງ​ເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຊົ່ວ​ແລະ​ຄວາມ​ບ້າບໍ ແລະ​ພວກເຂົາ​ກໍ​ຕາຍໄປ​ໃນ​ທັນໃດນັ້ນ.


ຄົນຊົ່ວ​ເຫຼົ່ານີ້​ປະຕິເສດ​ບໍ່​ຍອມ​ເຊື່ອຟັງ​ເຮົາ. ພວກເຂົາ​ດື້ດ້ານ ແລະ​ຊົ່ວຊ້າ​ເໝືອນ​ເດີມ; ພວກເຂົາ​ໄດ້​ຂາບໄຫວ້ ແລະ​ຮັບໃຊ້​ບັນດາ​ພະອື່ນ. ສະນັ້ນ ພວກເຂົາ​ຈຶ່ງ​ຈະ​ເປັນ​ດັ່ງ​ເສື້ອຊ້ອນ​ເຫຼົ່ານີ້​ຊຶ່ງ​ບໍ່ມີ​ຫຍັງ​ດີ​ເລີຍ.”


ບໍ່ມີ​ສິ່ງໃດ​ຫລອກລວງ​ສໍ່າກັບ​ຈິດໃຈ​ຄົນ ຊຶ່ງ​ປິ່ນປົວ​ໃຫ້​ດີ​ແລະ​ເຂົ້າໃຈ​ບໍ່ໄດ້.


ພວກເຂົາ​ຈະ​ຕອບ​ວ່າ, ‘ບໍ່​ເປັນຫຍັງ​ພວກເຮົາ​ຕ້ອງ​ເຮັດ​ເຊັ່ນນັ້ນ? ພວກເຮົາ​ທຸກຄົນ​ຈະ​ດື້ດ້ານ​ແລະ​ເຮັດ​ຊົ່ວຊ້າ​ຕາມໃຈ​ຂອງ​ພວກເຮົາ​ຕໍ່ໄປ.”’


ຂ້າພະເຈົ້າ​ຖາມ​ວ່າ, “ກະສັດ​ເຢໂຮຍອາກິນ​ຜູ້​ນີ້​ເປັນ​ດັ່ງ​ໝໍ້​ແຕກ ທີ່​ຖືກ​ໂຍນ​ຖິ້ມ ແລະ​ບໍ່ມີ​ຜູ້ໃດ​ຕ້ອງການ​ນັ້ນ​ບໍ? ດ້ວຍເຫດນັ້ນ ລາວ​ເອງ​ແລະ​ລູກ​ຂອງ​ລາວ​ຈຶ່ງ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ໜຶ່ງ ຊຶ່ງ​ພວກເຂົາ​ບໍ່​ຮູ້ຈັກ​ແມ່ນ​ຫລືບໍ່?”


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.


ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ ຫລື​ເອົາໃຈໃສ່​ເລີຍ, ແຕ່​ພວກເຈົ້າ​ແຮ່ງ​ເປັນ​ຄົນ​ຫົວ​ດື້ດ້ານ ແລະ​ກະບົດ​ຫລາຍກວ່າ​ບັນພະບຸລຸດ​ຂອງ​ພວກເຈົ້າ​ອີກ.


ແຕ່​ພວກເຂົາ​ຊໍ້າ​ດື້ດ້ານ ແລະ​ຂາບໄຫວ້​ຮູບ​ພະບາອານ ດັ່ງ​ພໍ່​ຂອງ​ພວກເຂົາ​ໄດ້​ສອນ​ໃຫ້​ພວກເຂົາ​ເຮັດ.


ບັນພະບຸລຸດ​ໄດ້​ເຮັດ​ບາບ ແຕ່​ບັດນີ້​ເພິ່ນ​ຕາຍໄປ ພວກ​ຂ້ານ້ອຍ​ທົນທຸກ​ຍ້ອນ​ການບາບ​ຂອງ​ພວກເພິ່ນ.


ບັດນີ້ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ: ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ບາບ​ຢ່າງ​ດຽວກັນ​ກັບ​ທີ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ໄດ້​ເຮັດ ໂດຍ​ແລ່ນ​ໄປ​ຕາມ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຂົາ?


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ຢູດາ​ໄດ້​ເຮັດ​ບາບ​ເພີ່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ປະຕິເສດ​ກົດບັນຍັດ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ພວກເຂົາ​ເດີນທາງ​ຜິດ ໂດຍ​ຕິດຕາມ​ພະ​ຈອມປອມ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ເຄີຍ​ນັບຖື​ມາ​ນັ້ນ.


ພວກເຈົ້າ​ໄດ້​ຫັນໜີ​ຈາກ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ນັ້ນ ເໝືອນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ ແລະ​ເຮົາ​ຈະ​ກັບຄືນ​ໄປ​ຫາ​ພວກເຈົ້າ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ. ແຕ່​ພວກເຈົ້າ​ຊໍ້າພັດ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ກັບຄືນ​ໄປ​ຫາ​ພຣະອົງ​ໄດ້?’


ເພາະ​ແມ່ນ​ຄວາມ​ຄິດ​ຊົ່ວຮ້າຍ​ຈາກ​ພາຍ​ໃນ​ຄື: ການ​ຜິດ​ຊາຍຍິງ, ການ​ລັກ, ການ​ຂ້າ​ຄົນ,


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ບໍ່ມີ​ຜູ້ໃດ​ໃນ​ທີ່ນີ້ ວັນນີ້ ທີ່​ຍິນ​ຄຳ​ກ່າວ​ສາບານ​ອັນ​ໜັກແໜ້ນ​ເຫຼົ່ານີ້​ແລ້ວ ຄິດ​ອວດຕົວ​ວ່າ​ຕົນ​ຈະ​ຢູ່ເຢັນ​ເປັນສຸກ ເຖິງ​ແມ່ນ​ວ່າ​ຈະ​ດື້ດ້ານ​ໄປ​ຕາມ​ວິຖີ​ທາງ​ຂອງຕົນ​ກໍຕາມ. ການ​ເຮັດ​ເຊັ່ນນັ້ນ ເປັນ​ການ​ນຳ​ໄພພິບັດ​ມາ​ສູ່​ດິນແດນ​ທີ່​ອຸດົມສົມບູນ​ແລະ​ແຫ້ງແລ້ງ​ຂອງ​ພວກເຈົ້າ.


ໂຜດ​ຈົດຈຳ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຄື: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ຢ່າ​ສົນໃຈ​ໃນ​ຄວາມ​ດື້ດຶງ, ຄວາມ​ຊົ່ວຮ້າຍ ແລະ​ບາບ​ຂອງ​ປະຊາຊົນ​ເຫຼົ່ານີ້.


ແຕ່​ຄົນຊົ່ວຮ້າຍ ແລະ​ຄົນ​ປອມຕົວ ຈະ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ໄປ​ລໍ້ລວງ​ຄົນອື່ນ​ໃຫ້​ຫລົງ ແລະ​ຕົວ​ເຂົາເອງ​ກໍ​ຈະ​ຖືກ​ລໍ້ລວງ​ເໝືອນກັນ.


ພີ່ນ້ອງ​ຄົນ​ທີ່​ເຊື່ອ​ຂອງເຮົາ​ເອີຍ, ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ ມີ​ຈິດໃຈ​ຊົ່ວຊ້າ​ແລະ​ບໍ່​ເຊື່ອຟັງ ຊຶ່ງ​ຈະ​ເຮັດ​ໃຫ້​ຕົນ​ຫັນ​ໜີ​ຈາກ​ພຣະເຈົ້າ ອົງ​ຊົງພຣະຊົນ​ຢູ່.


ແຕ່​ເມື່ອ​ຜູ້ປົກຄອງ​ຕາຍໄປ​ແລ້ວ ປະຊາຊົນ​ກໍ​ກັບຄືນ​ໄປ​ເຮັດ​ຄືເກົ່າ​ແລະ​ສືບຕໍ່​ເຮັດ​ສິ່ງ​ຊົ່ວຮ້າຍ ຫລາຍກວ່າ​ເຊັ່ນ​ພໍ່​ແມ່​ຂອງ​ພວກເຂົາ​ອີກ. ພວກເຂົາ​ໄດ້​ບົວລະບັດ​ຮັບໃຊ້​ແລະ​ຂາບໄຫວ້​ບັນດາ​ພະອື່ນ ແລະ​ສືບຕໍ່​ປະພຶດ​ຊົ່ວຮ້າຍ​ຕາມ​ວິທີ​ທາງ​ຂອງ​ພວກເຂົາ​ຢ່າງ​ດື້ດຶງ.


ການ​ກະບົດ​ຕໍ່ສູ້​ພຣະອົງ​ເປັນ​ການ​ຊົ່ວຊ້າ​ເທົ່າ​ກັບ​ການ​ໃຊ້​ເວດມົນ​ຄາຖາ ແລະ​ຄວາມ​ອວດດີ​ກໍ​ເປັນ​ບາບ​ເທົ່າ​ກັບ​ການ​ຂາບໄຫວ້​ຮູບເຄົາຣົບ. ຍ້ອນ​ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ປະຖິ້ມ​ເຈົ້າ ແລະ​ບໍ່​ໃຫ້​ເຈົ້າ​ເປັນ​ກະສັດ​ອີກ​ຕໍ່ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka