ເຢເຣມີຢາ 16:11 - ພຣະຄຳພີສັກສິ11 ແລ້ວເຈົ້າຈົ່ງບອກພວກເຂົາວ່າ ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ ‘ບັນພະບຸລຸດຂອງພວກເຈົ້າໄດ້ຫັນໜີຈາກເຮົາໄປຂາບໄຫວ້ແລະຮັບໃຊ້ພະອື່ນ. ພວກເຂົາໄດ້ປະຖິ້ມເຮົາແລະບໍ່ໄດ້ປະຕິບັດຕາມຄຳສັ່ງສອນຂອງເຮົາ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວຢູດາໄດ້ເຮັດບາບເພີ່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ປະຕິເສດກົດບັນຍັດຂອງພຣະເຈົ້າຢາເວ ແລະບໍ່ໄດ້ຖືຮັກສາຂໍ້ຄຳສັ່ງຂອງພຣະອົງ. ພວກເຂົາເດີນທາງຜິດ ໂດຍຕິດຕາມພະຈອມປອມທີ່ພວກປູ່ຍ່າຕາຍາຍຂອງພວກເຂົາເຄີຍນັບຖືມານັ້ນ.
ພວກເຈົ້າໄດ້ຫັນໜີຈາກກົດບັນຍັດທັງຫລາຍຂອງເຮົາ ແລະບໍ່ໄດ້ປະຕິບັດຕາມກົດບັນຍັດນັ້ນ ເໝືອນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ. ຈົ່ງກັບຄືນມາຫາເຮົາເຖີດ ແລະເຮົາຈະກັບຄືນໄປຫາພວກເຈົ້າ. ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ. ແຕ່ພວກເຈົ້າຊໍ້າພັດຖາມວ່າ, ‘ພວກຂ້ານ້ອຍຕ້ອງເຮັດຢ່າງໃດຈຶ່ງຈະກັບຄືນໄປຫາພຣະອົງໄດ້?’