Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 16:10 - ພຣະຄຳພີສັກສິ

10 “ເມື່ອ​ເຈົ້າ​ບອກ​ພວກເຂົາ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ພວກເຂົາ​ກໍ​ຈະ​ຖາມ​ເຈົ້າ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ລົງໂທດ​ພວກເຂົາ​ໜັກ​ແທ້.’ ພວກເຂົາ​ຈະ​ຖາມ​ວ່າ, ‘ພວກເຮົາ​ມີ​ຄະດີ​ຫຍັງ ແລະ​ໄດ້​ເຮັດ​ບາບ​ຫຍັງ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ແດ່.’

Uka jalj uñjjattʼäta Copia luraña




ເຢເຣມີຢາ 16:10
11 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ປູກຝັງ​ອິດສະຣາເອນ ແລະ​ຢູດາ, ແຕ່​ບັດນີ້​ເຮົາ​ນາບຂູ່​ພວກເຂົາ​ດ້ວຍ​ຄວາມ​ຈິບຫາຍ. ພວກເຂົາ​ໄດ້​ນຳ​ເອົາ​ຄວາມ​ຈິບຫາຍ​ນີ້​ມາ​ສູ່​ພວກ​ເຂົາເອງ​ຍ້ອນ​ໄດ້​ເຮັດ​ຜິດ; ພວກເຂົາ​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ໂດຍ​ຖວາຍບູຊາ​ແກ່​ພະບາອານ.”


ຖ້າ​ເຈົ້າ​ຖາມ​ວ່າ ເປັນຫຍັງ​ເຫດການ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ແກ່​ເຈົ້າ ເປັນຫຍັງ​ພວກເຂົາ​ຈຶ່ງ​ແກ້​ເສື້ອ​ຂອງ​ເຈົ້າ​ອອກ ແລະ​ຂົ່ມຂືນ​ເຈົ້າ ກໍ​ຍ້ອນ​ບາບ​ຂອງ​ເຈົ້າ​ມີ​ຢ່າງ​ຫລວງຫລາຍ.


ເຈົ້າ​ເວົ້າ​ໄດ້​ຢ່າງໃດ​ວ່າ​ບໍ່ໄດ້​ດູໝິ່ນ​ຕົນເອງ ວ່າ​ເຈົ້າ​ບໍ່ເຄີຍ​ຂາບໄຫວ້​ພະບາອານ​ຈັກເທື່ອ? ເຫັນ​ແລ້ວ​ຫລື​ຍັງ ບາບ​ທີ່​ເຈົ້າ​ໄດ້​ເຮັດ​ໃນ​ຮ່ອມພູ? ເຈົ້າ​ເປັນ​ດັ່ງ​ອູດ​ປ່າ​ທີ່​ກຳລັງ​ໄວ​ຄະນອງ​ແທ້ໆ


ເຈົ້າ​ຍັງ​ເວົ້າ​ວ່າ, ‘ຂ້ອຍ​ບໍ່​ຜິດ ແນ່ນອນ ພຣະອົງ​ຈະ​ບໍ່​ໂກດຮ້າຍ​ຂ້ອຍ,’ ແຕ່​ເຮົາ​ຈະ​ລົງໂທດ​ເຈົ້າ ເພາະ​ເຈົ້າ​ໄດ້​ປະຕິເສດ​ວ່າ​ບໍ່ໄດ້​ເຮັດ​ບາບ.


ເພາະ​ປະຊາຊົນ​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ​ໄດ້​ເຮັດ​ຊົ່ວ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ພວກເຂົາ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະອື່ນ ແລະ​ໄດ້​ຮັບໃຊ້​ບັນດາ​ພະ​ທີ່​ພວກເຂົາ​ເອງ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ບໍ່ເຄີຍ​ຂາບໄຫວ້.


ເຢເຣມີຢາ​ເອີຍ ເມື່ອ​ພວກເຂົາ​ຖາມ​ວ່າ, ດ້ວຍເຫດໃດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ; ຈົ່ງ​ບອກ​ພວກເຂົາ​ວ່າ ເມື່ອ​ພວກເຂົາ​ໄດ້​ຫັນໜີ​ຈາກ​ເຮົາ​ໄປ​ຮັບໃຊ້​ບັນດາ​ພະ​ຕ່າງຊາດ ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ສັນໃດ ພວກເຂົາ​ກໍ​ຈະ​ໄດ້​ຮັບໃຊ້​ຄົນຕ່າງຊາດ​ໃນ​ດິນແດນ​ໜຶ່ງ​ທີ່​ບໍ່​ເປັນ​ຂອງ​ພວກເຂົາ​ເອງ​ສັນນັ້ນ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ພວກເຂົາ​ເວົ້າ​ວ່າ, ‘ພວກເຮົາ​ຮັ່ງມີ ພວກເຮົາ​ມີ​ຊັບສົມບັດ​ຫລາຍ. ບໍ່ມີ​ຜູ້ໃດ​ຟ້ອງຮ້ອງ​ພວກເຮົາ​ວ່າ ຮັ່ງມີ​ຍ້ອນ​ຄວາມ​ບໍ່​ສັດຊື່​ໄດ້​ດອກ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka