ເຢເຣມີຢາ 15:9 - ພຣະຄຳພີສັກສິ9 ແມ່ທີ່ເສຍລູກເຈັດຄົນ ກໍສະຫລົບລົ້ມຫາຍໃຈປາ ສຳລັບນາງ ແສງກາງເວັນກໍປ່ຽນເປັນມືດສາແລ້ວ; ນາງຖືກອັບອາຍຂາຍໜ້າ ແລະຂົມຂື່ນຈິດໃຈ ເຮົາຈະປ່ອຍໃຫ້ສັດຕູຂ້າພວກເຈົ້າຜູ້ຍັງມີຊີວິດຢູ່.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ. Uka jalj uñjjattʼäta |
ແຕ່ສຳລັບເຈົ້າ ບັນດາຂ້າຣາຊການຂອງເຈົ້າ ແລະປະຊາຊົນທີ່ລອດຕາຍຈາກສົງຄາມ, ຈາກການຕາຍອຶດຕາຍຫິວ ແລະຈາກການເຈັບໄຂ້ໄດ້ປ່ວຍນັ້ນ ເຮົາຈະໃຫ້ເນບູກາດເນັດຊາກະສັດແຫ່ງບາບີໂລນ ແລະເຫຼົ່າສັດຕູທີ່ຢາກຈະຂ້າພວກເຈົ້ານັ້ນຈັບໄປ. ເນບູກາດເນັດຊາຈະຂ້າພວກເຈົ້າ. ລາວຈະບໍ່ໄວ້ຊີວິດຜູ້ໃດເລີຍ ຫລືເມດຕາປານີຜູ້ໃດທັງສິ້ນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.”