Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 15:8 - ພຣະຄຳພີສັກສິ

8 ໃນ​ດິນແດນ​ມີ​ແມ່ໝ້າຍ​ຫລາຍກວ່າ ທີ່​ແຄມ​ທະເລ​ມີ​ເມັດຊາຍ. ເຮົາ​ຂ້າ​ຊາວ​ໜຸ່ມ ແລະ​ໃຫ້​ແມ່​ທຸກ​ລະທົມ​ໃຈ ໂດຍ​ຕີ​ພວກເຂົາ​ລົງ​ບຶດດຽວ​ໃຫ້​ລະທົມ​ໃຈ​ຢ້ານ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 15:8
15 Jak'a apnaqawi uñst'ayäwi  

ແມ່ນ​ແລ້ວ ພວກ​ຜູ້ຊາຍ​ໃນ​ເມືອງ​ແມ່ນແຕ່​ຄົນ​ທີ່​ແຂງແຮງ​ທີ່ສຸດ ກໍ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ.


ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຜູ້ຍິງ​ເຈັດ​ຄົນ​ຈະ​ຍາດ​ເອົາ​ຜູ້ຊາຍ​ຄົນດຽວ ພ້ອມ​ທັງ​ກ່າວ​ວ່າ, “ພວກເຮົາ​ລ້ຽງ​ແລະ​ຫາ​ເຄື່ອງນຸ່ງຫົ່ມ​ໃຫ້​ຕົນເອງ​ໄດ້; ແຕ່​ໂຜດ​ໃຫ້​ພວກເຮົາ​ເອີ້ນ​ເຈົ້າ​ວ່າ​ເປັນ​ຜົວ​ຂອງ​ພວກເຮົາ​ເທີ້ນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ຕ້ອງ​ທົນ​ອັບອາຍ​ຂາຍໜ້າ​ຍ້ອນ​ຫາ​ຜົວ​ບໍ່ໄດ້.”


ພຣະເຈົ້າຢາເວ​ຈະ​ບອກ​ເຈົ້າ​ເຖິງ​ສິ່ງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ຕໍ່​ພວກ​ເດັກນ້ອຍ​ທີ່​ເກີດ​ໃນ​ບ່ອນນີ້ ແລະ​ຕໍ່​ພໍ່​ແມ່​ຂອງ​ພວກເຂົາ.


ແຕ່​ບັດນີ້ ຈົ່ງ​ໃຫ້​ລູກ​ຂອງ​ພວກເຂົາ​ອຶດຢາກ​ເຖິງ​ແກ່​ຄວາມຕາຍ; ຈົ່ງ​ໃຫ້​ພວກເຂົາ​ຖືກ​ຂ້າ​ໃນ​ສົງຄາມ. ຈົ່ງ​ໃຫ້​ພວກຜູ້ຍິງ​ສູນເສຍ​ຜົວ ແລະ​ລູກ​ຂອງ​ພວກເຂົາ; ຈົ່ງ​ໃຫ້​ພວກ​ຜູ້ຊາຍ​ຕາຍ​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ ແລະ​ພວກ​ຊາຍໜຸ່ມ​ຖືກ​ຂ້າ​ໃນ​ສະໜາມຮົບ.


ເຮົາ​ຈະ​ລະດົມ​ຄົນ​ມາ​ເພື່ອ​ທຳລາຍ​ມັນ​ຖິ້ມ. ພວກເຂົາ​ທັງໝົດ​ຈະ​ເອົາ​ຂວານ​ມາ​ນຳ ເພື່ອ​ປໍ້າ​ເສົາ​ໄມ້ແປກ​ອັນ​ສວຍງາມ​ລົງ ແລະ​ໂຍນ​ມັນ​ໃສ່​ໄຟ.


ພວກເຂົາ​ໄດ້​ມາ​ເຕືອນ​ຊົນຊາດ​ຕ່າງໆ ແລະ​ບອກ​ນະຄອນ​ເຢຣູຊາເລັມ​ວ່າ ເຫຼົ່າ​ສັດຕູ​ກຳລັງ​ມາ​ຈາກ​ດິນແດນ​ໄກ. ສັດຕູ​ເຫຼົ່ານີ້​ຈະ​ຮ້ອງ​ຕໍ່ສູ້​ເມືອງ​ຂອງ​ຢູດາຍ


ສະນັ້ນ ຝູງ​ໂຕສິງ​ຈາກ​ປ່າ​ຈະ​ກັດກິນ​ພວກເຂົາ ໝາປ່າ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນ ແລະ​ເສືອດາວ​ຈະ​ດັກສະກັດ​ຢູ່​ຕາມ​ເມືອງ​ຂອງ​ພວກເຂົາ ຖ້າ​ອອກ​ໄປ ພວກເຂົາ​ຈະ​ຖືກ​ພວກມັນ​ຈີກ​ເປັນ​ຕ່ອນໆ; ເພາະ​ການບາບ​ທີ່​ພວກເຂົາ​ກະທຳ​ມີ​ຢ່າງ​ຫລວງຫລາຍ ພວກເຂົາ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ເທື່ອແລ້ວ​ເທື່ອອີກ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ຈົ່ງ​ນຸ່ງ​ເຄື່ອງ​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ແລະ​ກິ້ງເກືອກ​ຢູ່​ໃນ​ຂີ້ເຖົ່າ​ໄຟ​ສາ. ຈົ່ງ​ຮ້ອງໄຫ້​ໄວ້ທຸກ​ດ້ວຍ​ຄວາມ​ຂົມຂື່ນ ເໝືອນ​ລູກຊາຍ​ຄົນດຽວ​ໄດ້​ຕາຍໄປ​ເຖີດ ຍ້ອນ​ຜູ້​ທີ່​ມາ​ທຳລາຍ​ພວກເຈົ້າ​ນັ້ນ​ຈະ​ໂຈມຕີ​ໃນ​ທັນທີ​ທັນໃດ.


ພໍ່​ຂອງ​ພວກ​ຂ້ານ້ອຍ​ໄດ້​ຖືກ​ສັດຕູ​ສັງຫານ ບັດນີ້ ແມ່​ຂອງ​ພວກ​ຂ້ານ້ອຍ​ຕ່າງ​ກໍ​ເປັນ​ໝ້າຍ.


ບັນດາ​ຜູ້ນຳ ເປັນ​ດັ່ງ​ໂຕສິງ​ທີ່​ຮ້ອງ​ຄຳຣາມ​ເທິງ​ສັດ​ທີ່​ມັນ​ໄດ້​ຂ້າ. ພວກເຂົາ​ຂ້າ​ປະຊາຊົນ​ຢຶດເອົາ​ເງິນຄຳ ແລະ​ຊັບສົມບັດ​ທັງໝົດ​ທີ່​ພວກເຂົາ​ສາມາດ​ເອົາ​ໄດ້ ແລະ​ເຮັດ​ໃຫ້​ຍິງ​ຫລາຍ​ຄົນ​ເປັນ​ໝ້າຍ​ເພາະ​ການ​ຄາດຕະກຳ​ທີ່​ພວກເຂົາ​ໄດ້​ກໍ່​ຂຶ້ນ.


ພວກເຈົ້າ​ເຮັດ​ຜິດ​ທັງ​ກາງເວັນ​ແລະ​ກາງຄືນ ພວກ​ຜູ້ທຳນວາຍ​ກໍ​ບໍ່​ດີ​ລື່ນ​ໄປ​ກວ່າ​ພວກເຈົ້າ. ເຮົາ​ກຳລັງ​ຈະ​ທຳລາຍ​ແມ່​ຂອງ​ພວກເຈົ້າ.


ດ້ວຍວ່າ, ວັນ​ນັ້ນ​ຈະ​ມາ​ຖືກ​ມະນຸດ​ທັງຫລາຍ ໃນ​ທົ່ວ​ທັງໂລກ​ເໝືອນ​ຄວ່າງ​ແຫ​ໃສ່​ປາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka