Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 15:7 - ພຣະຄຳພີສັກສິ

7 ຕາມ​ແຕ່ລະ​ຕົວເມືອງ​ທີ່​ຢູ່​ໃນ​ດິນແດນ ເຮົາ​ໃຊ້​ດົ້ງຝັດ​ພວກເຈົ້າ​ໄປ​ດັ່ງ​ຄົນ​ຝັດ​ແກບ​ຖິ້ມ. ເຮົາ​ທຳລາຍ​ພວກເຈົ້າ​ແລ້ວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຂ້າ​ລູກ​ພວກເຈົ້າ​ໝົດ​ຍ້ອນ​ພວກເຈົ້າ​ບໍ່​ເຊົາ​ເຮັດ​ຊົ່ວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 15:7
21 Jak'a apnaqawi uñst'ayäwi  

ແຕ່​ຄົນ​ຊົ່ວຮ້າຍ​ບໍ່​ເປັນ​ດັ່ງນັ້ນ​ເລີຍ ເປັນ​ດັ່ງ​ຂີ້ແກບ​ທີ່​ລົມ​ພັດ​ປີວໄປ.


ເຈົ້າ​ຈະ​ໂຍນ​ມັນ​ຂຶ້ນ​ທີ່​ເທິງ​ອາກາດ​ເວຫາ; ລົມ​ແລະ​ພະຍຸ​ຈະ​ພັດ​ມັນ​ຊະໄປ​ໝົດສິ້ນ. ແຕ່​ເຈົ້າ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ແລະ​ຈະ​ຍົກຍໍ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ພວກ​ຊີເຣຍ​ຢູ່​ທາງທິດ​ຕາເວັນອອກ ແລະ​ພວກ​ຟີລິດສະຕິນ​ຢູ່​ທາງ​ທິດ​ຕາເວັນຕົກ ຕ່າງ​ກໍ​ອ້າ​ປາກ​ເພື່ອ​ຈະ​ກືນກິນ​ອິດສະຣາເອນ. ເຖິງ​ປານ​ນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຍັງ​ບໍ່​ສິ້ນສຸດ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ລົງໂທດ​ອິດສະຣາເອນ​ແລ້ວ​ກໍຕາມ; ແຕ່​ພວກເຂົາ​ກໍ​ຍັງ​ບໍ່ໄດ້​ປ່ຽນໃຈ​ກັບຄືນ​ມາ​ຫາ​ພຣະອົງ.


ແຕ່​ບັດນີ້ ຈົ່ງ​ໃຫ້​ລູກ​ຂອງ​ພວກເຂົາ​ອຶດຢາກ​ເຖິງ​ແກ່​ຄວາມຕາຍ; ຈົ່ງ​ໃຫ້​ພວກເຂົາ​ຖືກ​ຂ້າ​ໃນ​ສົງຄາມ. ຈົ່ງ​ໃຫ້​ພວກຜູ້ຍິງ​ສູນເສຍ​ຜົວ ແລະ​ລູກ​ຂອງ​ພວກເຂົາ; ຈົ່ງ​ໃຫ້​ພວກ​ຜູ້ຊາຍ​ຕາຍ​ຍ້ອນ​ເຈັບໄຂ້​ໄດ້ປ່ວຍ ແລະ​ພວກ​ຊາຍໜຸ່ມ​ຖືກ​ຂ້າ​ໃນ​ສະໜາມຮົບ.


ແມ່ນແທ້ ພຣະເຈົ້າຢາເວ​ຊອກຫາ​ຄວາມສັດຊື່ ພຣະອົງ​ຂ້ຽນຕີ​ພວກເຈົ້າ ແຕ່​ກໍ​ບໍ່​ສົນໃຈ​ຮໍ່າຮຽນ; ພຣະອົງ​ໄດ້​ຢຽບຢໍ່າ​ພວກເຈົ້າ ແຕ່​ກໍ​ບໍ່​ຍອມ​ຮໍ່າຮຽນ ພວກເຈົ້າ​ດື້ດ້ານ​ທັງ​ບໍ່​ຍອມ​ຫັນໜີ​ຈາກ​ການບາບ.


ເຮົາ​ຈະ​ສົ່ງ​ຊາວ​ຕ່າງດ້າວ​ທັງຫລາຍ​ມາ​ທຳລາຍ​ບາບີໂລນ ດັ່ງ​ລົມ​ທີ່​ພັດ​ເຟືອງ​ປິວ​ໄປ. ເມື່ອ​ມື້​ທຳລາຍ​ມາ​ເຖິງ ພວກເຂົາ​ຈະ​ໂຈມຕີ​ຈາກ​ທຸກ​ດ້ານ ທັງ​ຈະ​ປະ​ໃຫ້​ດິນແດນ​ນັ້ນ​ຮ້າງເປົ່າ.


ທາງ​ປ່ອງຢ້ຽມ​ນັ້ນ​ຄວາມຕາຍ​ໄດ້​ຜ່ານ​ເຂົ້າມາ ເຂົ້າມາ​ເຖິງ​ຣາຊວັງ​ດ້ວຍ; ມັນ​ຟັນ​ພວກ​ເດັກນ້ອຍ​ຕາມ​ທ້ອງ​ຖະໜົນ​ຫົນທາງ ຟັນ​ຊາວ​ໜຸ່ມ​ທັງຫລາຍ​ຕາມ​ທ້ອງ​ຕະຫລາດ.


ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.


“ບັດນີ້​ມະນຸດ​ເອີຍ ເຮົາ​ຈະ​ເອົາ​ພຣະວິຫານ​ອັນ​ໝັ້ນຄົງ​ແຂງແຮງ ທີ່​ພວກເຂົາ​ພາກພູມ​ໃຈ​ແລະ​ຍິນດີ​ນຳ​ນັ້ນ​ໜີໄປ​ຈາກ​ພວກເຂົາ ຄື​ພຣະວິຫານ​ທີ່​ພວກເຂົາ​ມັກ​ແນມເບິ່ງ​ແລະ​ມັກ​ໄປ​ຢ້ຽມຢາມ. ເຮົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ໜີໄປ​ດ້ວຍ.


ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ເອີຍ ເຮົາ​ຈະ​ນຳ​ພວກເຈົ້າ​ກັບ​ມາ​ສູ່​ດິນແດນ​ອີກ. ດິນແດນ​ນີ້​ຈະ​ເປັນ​ຂອງ​ພວກເຈົ້າ​ເອງ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ລູກ​ຂອງ​ພວກເຈົ້າ​ອຶດ​ຕາຍ​ອີກ​ຈັກເທື່ອ.


‘ຢ່າ​ສູ່​ເປັນ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ນານ​ມາ​ແລ້ວ​ບັນດາ​ຜູ້ທຳນວາຍ​ໄດ້​ບອກ​ວ່າ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ບອກ​ພວກເຈົ້າ​ບໍ່​ໃຫ້​ດຳເນີນ​ຊີວິດ​ໃນ​ທາງ​ຊົ່ວຊ້າ​ແລະ​ໃນ​ທາງ​ບາບ​ຕໍ່ໄປ.’ ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ມື​ຂອງ​ເພິ່ນ​ຖື​ກະດົ້ງ​ຝັດ​ເຂົ້າ ເພິ່ນ​ຈະ​ເຮັດ​ລານເຂົ້າ​ໃຫ້​ກ້ຽງ​ດີ ແລະ​ຮວບຮວມ​ເອົາ​ເຂົ້າ​ເມັດ​ດີ​ຂອງ​ເພິ່ນ​ໄວ້​ໃນ​ເລົ້າ​ຂອງຕົນ ສ່ວນ​ເມັດ​ລີບ​ນັ້ນ ເພິ່ນ​ຈະ​ເອົາ​ໄຟ​ເຜົາ​ໃຫ້​ໄໝ້​ຢູ່​ຕະຫລອດໄປ.”


ພວກເຈົ້າ​ຈະ​ຖືກ​ສາບແຊ່ງ ໂດຍ​ໃຫ້​ພວກເຈົ້າ​ມີ​ລູກ​ແຕ່​ໜ້ອຍ​ຄົນ ເກັບ​ພືດຜົນ​ໄດ້​ໜ້ອຍດຽວ ແລະ​ຝູງງົວ​ແລະ​ຝູງແກະ​ມີ​ເຫຼືອ​ໜ້ອຍດຽວ.


ລູກຊາຍ​ລູກສາວ​ຂອງ​ພວກເຈົ້າ​ຈະ​ຖືກ​ນຳ​ໄປ​ເປັນ​ຄົນ​ຮັບໃຊ້​ແກ່​ຊາວ​ຕ່າງດ້າວ​ຕໍ່ໜ້າ​ຕໍ່ຕາ. ແຕ່ລະມື້​ແຕ່ລະວັນ​ພວກເຈົ້າ​ລໍຖ້າ​ພວກເຂົາ​ກັບ​ມາ ແຕ່​ກໍ​ສິ້ນຫວັງ.


ພວກເຈົ້າ​ຈະ​ມີ​ລູກຊາຍ​ລູກສາວ​ແຕ່​ຈະ​ສູນເສຍ​ໄປ ເພາະ​ພວກເຂົາ​ຖືກ​ຈັບ​ໄປ​ເປັນ​ຊະເລີຍເສິກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka