Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 15:6 - ພຣະຄຳພີສັກສິ

6 ພວກເຈົ້າ​ເປັນ​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ເຮົາ​ໄປ ພວກເຈົ້າ​ໄດ້​ຫັນ​ຫລັງ​ໃຫ້​ແກ່​ເຮົາ​ສາ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ ສະນັ້ນ ເຮົາ​ຈຶ່ງ​ກ້າວ​ອອກ​ຢຽບ​ພວກເຈົ້າ​ໃຫ້​ໝຸ່ນ​ໝົດ ເພາະ​ເຮົາ​ເມື່ອຍ​ອົດ​ທີ່​ບໍ່​ໂກດຮ້າຍ​ພວກເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 15:6
28 Jak'a apnaqawi uñst'ayäwi  

ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຊົນຊາດ​ບາບໜາ​ເອີຍ ປະຊາຊົນ​ທີ່​ຈິດໃຈ​ຊົ່ວຊ້າ​ແລະ​ຮ້າຍກາດ ເຊື້ອຊາດ​ທີ່​ເຮັດ​ບາບ ເຊື້ອສາຍ​ທີ່​ຊົ່ວຊາມ​ເອີຍ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ພຣະອົງ ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ສັ່ງສອນ​ບົດຮຽນ​ໃຫ້​ເທື່ອລະ​ໂຕ ເທື່ອລະ​ແຖວ ແລະ​ເທື່ອລະ​ບົດ ແລ້ວ​ພວກເຈົ້າ​ກໍ​ຈະ​ສະດຸດ​ລົ້ມລົງ​ທຸກ​ບາດກ້າວ​ທີ່​ພວກເຈົ້າ​ຍ່າງ​ໄປ. ພວກເຈົ້າ​ຈະ​ໄດ້​ຮັບ​ບາດເຈັບ, ຖືກ​ບ້ວງແຮ້ວ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ຊາວ​ເອຢິບ​ບໍ່ແມ່ນ​ພຣະເຈົ້າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ. ມ້າ​ຂອງ​ພວກເຂົາ​ບໍ່ໄດ້​ວິເສດ​ຫຍັງ. ເມື່ອ​ພຣະເຈົ້າຢາເວ​ດຳເນີນການ ຊາດ​ທີ່​ເຂັ້ມແຂງ​ກໍ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ ແລະ​ຊາດ​ອ່ອນແອ​ທີ່​ໄປ​ຂໍ​ໃຫ້​ຊ່ວຍເຫລືອ​ນັ້ນ​ກໍ​ຈະ​ລົ້ມລົງ. ທັງສອງ​ຈະ​ຖືກ​ທຳລາຍ.


ເຮົາ​ຈະ​ລົງໂທດ​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ; ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໂດຍ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ບັນດາ​ພະອື່ນໆ ແລະ​ສ້າງ​ຮູບເຄົາຣົບ​ເພື່ອ​ຂາບໄຫວ້.


ແລ້ວ​ເຮົາ​ຈະ​ທຸບ​ພວກເຂົາ​ດັ່ງ​ໄຫ​ເຫຼົ້າ​ທຸບກັນ ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍຕາມ. ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ບໍ່ມີ​ຄວາມ​ເມດຕາ, ຄວາມ​ປານີ ຫລື​ຄວາມ​ສົງສານ​ໃດໆ ເມື່ອ​ເຮົາ​ທຳລາຍ​ພວກເຂົາ.”


ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ບາບ​ໄວ້​ສອງ​ປະການ ຄື​ພວກເຂົາ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ຜູ້​ເປັນ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ແລະ​ພວກເຂົາ​ໄດ້​ຂຸດ​ອ່າງນໍ້າ​ໄວ້​ສຳລັບ​ຕົນເອງ ເປັນ​ອ່າງ​ແຕກ​ທີ່​ບັນຈຸ​ນໍ້າ​ໄວ້​ບໍ່ໄດ້.


ອິດສະຣາເອນ​ເອີຍ ເຈົ້າ​ນຳ​ສິ່ງນີ້​ມາ​ສູ່​ເຈົ້າເອງ ເຈົ້າ​ໄດ້​ປະຖິ້ມ​ເຮົາ​ແລະ​ຫັນໜີ​ໄປ​ຈາກ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໃນ​ຂະນະທີ່​ພຣະອົງ​ກຳລັງ​ພາ​ເຈົ້າ​ເດີນທາງ​ໄປ​ນັ້ນ.


ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.


ທຸກ​ວັນ​ນີ້ ດິນແດນ​ຂອງ​ພວກເຈົ້າ​ເປັນ​ບ່ອນ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ​ໃນ​ທີ່ນັ້ນ. ສິ່ງ​ນັ້ນ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ແລະ​ປະຊາຊົນ​ໃຊ້​ຊື່​ນັ້ນ​ເປັນ​ຄຳສາບແຊ່ງ ຍ້ອນ​ພຣະເຈົ້າຢາເວ​ທົນ​ເບິ່ງ​ຄວາມຊົ່ວ ແລະ​ຄວາມ​ປະພຶດ​ອັນ​ຊົ່ວຊ້າ​ຂອງ​ພວກເຈົ້າ​ບໍ່ໄດ້​ອີກ​ຕໍ່ໄປ.


ຂ້າແດ່​ພຣະເຈົ້າຢາເວ ຄວາມ​ໂກດຮ້າຍ​ທີ່​ພຣະອົງ​ມີ​ຕໍ່​ພວກເຂົາ​ນັ້ນ ກໍ​ລຸກໄໝ້​ຢູ່​ໃນ​ຂ້ານ້ອຍ​ຄືກັນ ແລະ​ຂ້ານ້ອຍ​ກໍ​ທົນ​ຕໍ່ໄປ​ບໍ່ໄດ້​ແລ້ວ.” ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ລະບາຍ​ຄວາມ​ໂກດຮ້າຍ​ຂອງເຮົາ​ອອກ​ໃສ່​ເດັກນ້ອຍ​ທີ່​ທ້ອງ​ຖະໜົນ ແລະ​ໃນ​ທີ່​ປະຊຸມ​ຕ່າງໆ​ຂອງ​ພວກ​ຊາວ​ໜຸ່ມ. ຜົວ​ແລະ​ເມຍ​ຈະ​ຖືກ​ຈັບ​ໄປ ແລະ​ແມ່ນແຕ່​ຄົນ​ຊະຣາ​ກໍ​ຈະ​ບໍ່ໄດ້​ຖືກ​ຍົກເວັ້ນ.


ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ມອບ​ໃຫ້​ຄົນອື່ນ ພ້ອມ​ທັງ​ທົ່ງນາ​ແລະ​ເມຍ​ຂອງ​ພວກເຂົາ​ກໍ​ເຊັ່ນກັນ​ດ້ວຍ. ເຮົາ​ກຳລັງ​ຈະ​ລົງໂທດ​ປະຊາຊົນ​ໃນ​ດິນແດນ​ນີ້.


ແຜ່ນດິນ​ໂລກ​ເອີຍ ຈົ່ງ​ຟັງ​ເທີ້ນ ເຮົາ​ກຳລັງ​ຈະ​ນຳ​ເອົາ​ໄພພິບັດ​ມາ​ສູ່​ປະຊາຊົນ​ເຫຼົ່ານີ້ ຄື​ໄພພິບັດ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ ຍ້ອນ​ພວກເຂົາ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ ແລະ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ເຢເຣມີຢາ​ເອີຍ ຢ່າ​ພາວັນນາ​ອະທິຖານ​ສຳລັບ​ປະຊາຊົນ​ເຫຼົ່ານີ້​ເລີຍ. ຢ່າ​ຮ້ອງໄຫ້​ຫລື​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ; ຢ່າ​ຂໍຮ້ອງ​ເຮົາ​ເພາະ​ເຮົາ​ຈະ​ບໍ່​ຟັງ​ເຈົ້າ.


ແຕ່​ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຫລື​ເອົາໃຈໃສ່​ເລີຍ. ພວກເຂົາ​ຕ່າງ​ກໍໄດ້​ປະພຶດ​ຕົນ​ໄປ​ຕາມ​ຄວາມ​ດື້ດ້ານ ແລະ​ໃຈ​ຊົ່ວ​ຂອງ​ພວກ​ເຂົາເອງ; ສະນັ້ນ ພວກເຂົາ​ຈຶ່ງ​ຊົ່ວ​ໜັກ​ລົງ​ແທນ​ທີ່​ຈະ​ດີ​ຂຶ້ນ.


ຖ້າດັ່ງນັ້ນ ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໜີ​ຈາກ​ເຮົາ​ໄປ ໂດຍ​ບໍ່​ກັບຄືນ​ມາ​ຈັກເທື່ອ? ພວກເຈົ້າ​ຢຶດໝັ້ນ​ຢູ່​ກັບ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ ແລະ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ​ເລີຍ.


ນັກປາດ​ຂອງ​ພວກເຈົ້າ​ກໍ​ຖືກ​ອັບອາຍ; ພວກເຂົາ​ສັບສົນ ແລະ​ຖືກ​ບ້ວງແຮ້ວ. ພວກເຂົາ​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ; ບັດນີ້ ພວກເຂົາ​ມີ​ສະຕິປັນຍາ​ຫຍັງ​ແດ່?


ຖ້າ​ຜູ້ທຳນວາຍ​ຜູ້ໜຶ່ງ​ຫລອກລວງ​ຄົນໜຶ່ງ​ຄົນໃດ ໂດຍ​ໃຫ້​ຄຳຕອບ​ຢ່າງ​ຜິດພາດ​ວ່າ ເປັນ​ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ຫລອກລວງ​ລາວ. ເຮົາ​ຈະ​ຢຽດ​ມື​ຂອງເຮົາ​ອອກ​ຕໍ່ສູ້​ລາວ ແລະ​ເຮົາ​ຈະ​ທຳລາຍ​ລາວ​ອອກ​ຈາກ​ທ່າມກາງ​ປະຊາຊົນ​ອິດສະຣາເອນ.


ເພາະ​ພວກເຈົ້າ​ໄດ້​ເຮັດ​ເຊັ່ນນັ້ນ ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ແກ່​ຊົນຊາດ​ອື່ນ ທີ່​ຈະ​ມາ​ລັກ​ແລະ​ປຸ້ນ​ພວກເຈົ້າ. ເຮົາ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ຈົນກ້ຽງ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ ຫລື​ມີ​ດິນແດນ​ເປັນ​ຂອງ​ຕົນເອງ. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ຈົ່ງ​ບອກ​ປະຊາຊົນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: ພູເຂົາ​ຕ່າງໆ​ແຫ່ງ​ເອໂດມ​ເອີຍ ເຮົາ​ເປັນ​ສັດຕູ​ຂອງເຈົ້າ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ດິນແດນ​ເປົ່າປ່ຽວ​ຮົກຮ້າງ.


ພວກເຂົາ​ຂືນ​ໜີໄປ​ຈາກ​ເຮົາ. ພວກເຂົາ​ຈະ​ຮ້ອງໄຫ້​ຍ້ອນ​ແບກ​ແອກ ແລະ​ຈະ​ບໍ່ມີ​ຜູ້ໃດ​ປົດ​ແອກ​ອອກ​ໃຫ້​ພວກເຂົາ​ໄດ້.


ເຮົາ​ຈະ​ບໍ່​ຊ່ວຍ​ປະຊາຊົນ​ນີ້​ໃຫ້​ພົ້ນ​ຈາກ​ພິພົບ​ຄົນຕາຍ ຫລື​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄວາມຕາຍ. ໂອ ຄວາມຕາຍ​ເອີຍ ຈົ່ງ​ມາ​ພ້ອມ ກັບ​ໄພພິບັດ​ຂອງ​ເຈົ້າ. ເຮົາ​ຈະ​ບໍ່​ສົງສານ​ປະຊາຊົນ​ນີ້​ຕໍ່ໄປ​ອີກ​ແລ້ວ.


ປະຊາຊົນ​ອິດສະຣາເອນ​ນັ້ນ​ດື້ດຶງ​ດັ່ງ​ລໍ. ພຣະເຈົ້າຢາເວ​ຈະ​ລ້ຽງ​ພວກເຂົາ​ດັ່ງ​ແກະ​ທີ່​ຢູ່​ໃນ​ທົ່ງຫຍ້າ​ໄດ້​ຢ່າງໃດ?


ເຮົາ​ຈະ​ລົງໂທດ​ປະຊາຊົນ​ທັງໝົດ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ຂອງ​ຢູດາຍ. ໃນ​ທີ່ນັ້ນ ເຮົາ​ຈະ​ທຳລາຍ​ຮ່ອງຮອຍ​ເສດເຫລືອ​ແຫ່ງ​ການ​ຂາບໄຫວ້​ພະບາອານ ແລະ​ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ມັນ ແມ່ນແຕ່​ພວກ​ປະໂຣຫິດ​ທີ່​ຮັບໃຊ້​ພະບາອານ​ກໍຕາມ.


ແຕ່​ປະຊາຊົນ​ຂອງເຮົາ​ດື້ດ້ານ​ບໍ່​ເຊື່ອຟັງ. ພວກເຂົາ​ຫັນ​ຫລັງ​ໃສ່​ເຮົາ ແລະ​ປິດ​ຫູ​ຂອງ​ພວກເຂົາ​ໄວ້


Jiwasaru arktasipxañani:

Anuncios ukanaka


Anuncios ukanaka