ເຢເຣມີຢາ 15:4 - ພຣະຄຳພີສັກສິ4 ເຮົາຈະໃຫ້ທຸກຊົນຊາດທົ່ວໂລກຕົກໃຈຢ້ານໃນເຫດການ ທີ່ເກີດຂຶ້ນກັບພວກເຂົາກໍເພາະສິ່ງທີ່ມານາເຊລູກຊາຍຂອງເຮເຊກີຢາ ໄດ້ເຮັດໃນນະຄອນເຢຣູຊາເລັມ ເມື່ອລາວໄດ້ເປັນກະສັດແຫ່ງຢູດາຍ.” Uka jalj uñjjattʼäta |
ເຮົາຈະໃຫ້ສົງຄາມ, ການຕາຍອຶດຕາຍຫິວ, ແລະການເຈັບໄຂ້ໄດ້ປ່ວຍໄລ່ຕາມພວກເຂົາໄປ ແລະຊົນຊາດທັງຫລາຍໃນໂລກຈະຕົກໃຈຢ້ານກົວໃນສິ່ງທີ່ພວກເຂົາເຫັນ. ໃນທຸກໆບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປ ປະຊາຊົນຈະສະດຸ້ງຕົກໃຈທັງຢ້ານກົວຫຼາຍ ຕໍ່ສິ່ງທີ່ໄດ້ເກີດຂຶ້ນກັບພວກເຂົານັ້ນ. ປະຊາຊົນຈະຫົວເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
ເພາະສະນັ້ນ ບັດນີ້ພຣະເຈົ້າຢາເວກ່າວວ່າ ພວກເຈົ້າບໍ່ໄດ້ເຊື່ອຟັງເຮົາ; ພວກເຈົ້າບໍ່ໃຫ້ພີ່ນ້ອງຊາວອິດສະຣາເອນໄດ້ຮັບອິດສະຫລະພາບ. ດີແລ້ວ ບັດນີ້ເຮົາຈະໃຫ້ພວກເຈົ້າໄດ້ມີອິດສະຫລະພາບ, ພຣະເຈົ້າຢາເວກ່າວວ່າ ຄືອິດສະຫລະພາບທີ່ຈະຕາຍໂດຍສົງຄາມ, ການເຈັບໄຂ້ໄດ້ປ່ວຍ ແລະການຕາຍອຶດຕາຍຫິວ. ເຮົາຈະເຮັດໃຫ້ທຸກໆຊົນຊາດໃນໂລກນີ້ຢ້ານກົວຫຼາຍ ຕໍ່ສິ່ງທີ່ເຮົາຈະເຮັດກັບພວກເຂົາ.