ເຢເຣມີຢາ 15:3 - ພຣະຄຳພີສັກສິ3 ເຮົາຄືພຣະເຈົ້າຢາເວໄດ້ຕັດສິນໃຈແລ້ວວ່າ ຈະໃຫ້ສິ່ງທີ່ໜ້າຢ້ານສີ່ປະການນີ້ເກີດຂຶ້ນກັບພວກເຂົາເຊັ່ນ: ພວກເຂົາຈະຖືກຂ້າໃນເສິກສົງຄາມ; ຝູງໝາຈະລາກຊາກສົບຂອງພວກເຂົາໄປກິນ; ຝູງນົກຈະສັບຕອດກິນຊາກສົບເຫຼົ່ານັ້ນ ແລະອັນທີ່ເຫຼືອນັ້ນສັດປ່າຈະກິນໃຫ້ກ້ຽງ. Uka jalj uñjjattʼäta |
ປະຊາຊົນຜູ້ໃດທີ່ຟັງພວກເຂົາເວົ້າໃນສິ່ງເຫຼົ່ານີ້ ກໍຈະຖືກຂ້າໂດຍວິທີດຽວກັນນີ້. ຊາກສົບຂອງພວກເຂົາຈະຖືກໂຍນຖິ້ມ ຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມ ແລະຈະບໍ່ມີຜູ້ໃດຝັງຊາກສົບຂອງພວກເຂົາ. ເຫດການນີ້ຈະເກີດຂຶ້ນກັບພວກເຂົາທຸກຄົນ ລວມທັງເມຍ, ລູກຊາຍ ແລະລູກສາວຂອງພວກເຂົາດ້ວຍ. ເຮົາຈະໃຫ້ພວກເຂົາໄດ້ຮັບໂທດກຳ ຍ້ອນພວກເຂົາເອງໄດ້ເຮັດຊົ່ວ.”
ເຮົາຈະລົງໂທດພວກເຈົ້າ. ເຮົາຈະນຳໄພອັນຕະລາຍມາສູ່ພວກເຈົ້າ ຄື: ພະຍາດຊໍ້າເຮື້ອແລະການເຈັບໄຂ້ໄດ້ປ່ວຍນາໆປະການ ອັນຈະເຮັດໃຫ້ພວກເຈົ້າຕາບອດ ແລະຕາຍຖິ້ມໄປລ້າໆ; ພວກເຈົ້າຈະປູກພືດນາໆຊະນິດ ແຕ່ພວກເຈົ້າຈະບໍ່ໄດ້ກິນຜົນຂອງມັນ ຍ້ອນວ່າເຫຼົ່າສັດຕູຂອງພວກເຈົ້າຈະເຂົ້າມາຢຶດຄອງ ແລະກິນສິ່ງທີ່ພວກເຈົ້າໄດ້ລົງແຮງປູກຝັງນັ້ນ.