21 ເຮົາຈະຊ່ວຍກູ້ເອົາເຈົ້າໃຫ້ພົ້ນຈາກອຳນາດຂອງຄົນຊົ່ວຮ້າຍ ແລະຄົນມັກການຮຸນແຮງ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ຂໍໃຫ້ເທວະດາຕົນທີ່ໄດ້ຊ່ວຍກູ້ເອົາຂ້ານ້ອຍ; ຈົ່ງອວຍພອນເຂົາເຫຼົ່ານີ້ດ້ວຍ ຂໍໃຫ້ຊື່ຂອງຂ້ານ້ອຍທັງອີຊາກແລະອັບຣາຮາມ ດຳລົງຄົງຢູ່ນຳເດັກນ້ອຍເຫຼົ່ານີ້ ຂໍໃຫ້ພວກເຂົາຈົ່ງມີລູກຫລານຢ່າງຫຼວງຫລາຍ ທັງມີເຊື້ອສາຍມາກມາຍຫລາຍລົ້ນ ແດ່ທ້ອນ.”
ເມື່ອຄົນຊົ່ວໂຈມຕີທັງຫາທາງທີ່ຈະສັງຫານ ພວກເຂົາກໍຈະຖືກຕ້ານທານໂດຍເຕະສະດຸດລົ້ມ.
ພຣະເຈົ້າຢາເວຊ່ວຍເຫຼືອແລະຊ່ວຍກູ້ເອົາພວກເຂົາຈາກຄົນຊົ່ວຮ້າຍທັງຫລາຍ ເພາະວ່າພວກເຂົາມາຂໍໃຫ້ພຣະອົງຄຸ້ມຄອງຮັກສາ.
ພຣະເຈົ້າຢາເວຮັກພວກທີ່ກຽດຊັງຄວາມຊົ່ວ ພຣະອົງຄຸ້ມຄອງຊີວິດປະຊາຊົນຂອງພຣະອົງໄວ້ ພຣະອົງຊ່ວຍກູ້ເອົາພວກເຂົາອອກຈາກຄວາມຊົ່ວຮ້າຍ.
ມັນຈະເປັນຄາວສຸດທ້າຍຂອງພວກທີ່ກົດຂີ່ຄົນອື່ນ ແລະດູໝິ່ນປະໝາດພຣະເຈົ້າ. ຄົນບາບທຸກຄົນຈະຖືກກຳຈັດໃຫ້ໝົດສິ້ນໄປ.
ນະຄອນເຢຣູຊາເລັມເອີຍ ຄົນຕ່າງດ້າວທີ່ໂຈມຕີເຈົ້າຈະຖືກລົມພັດໄປດັ່ງຂີ້ຝຸ່ນດິນ ແລະກອງທັບອັນໜ້າຢ້ານກົວຂອງພວກເຂົາກໍຈະບິນເຈີດໜີດັ່ງເຟືອງ. ໃນທັນໃດແລະຢ່າງບໍ່ຄາດຝັນນັ້ນ
ເຮົາຈະເຮັດໃຫ້ພວກກົດຂີ່ເຈົ້າຂ້າກັນເອງ ພວກເຂົາຈະມົວຂ້າຟັນກັນຢ່າງໂມໂຫໃຫຍ່. ແລ້ວທົ່ວໂລກກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ຜູ້ຊ່ວຍເຈົ້າໃຫ້ພົ້ນແລະພຣະຜູ້ໄຖ່ຂອງເຈົ້າ. ແລ້ວພວກເຂົາກໍຈະຮູ້ຈັກວ່າເຮົາແມ່ນອົງຊົງຣິດອຳນາດຍິ່ງໃຫຍ່ຂອງຢາໂຄບ.”
ແຕ່ບໍ່ມີອາວຸດໃດໆທີ່ທຳຮ້າຍເຈົ້າໄດ້ເລີຍ ເຈົ້າຈະມີຄຳຕອບແກ່ທຸກຄົນທີ່ຟ້ອງເຈົ້າ. ເຮົາຈະປ້ອງກັນຜູ້ຮັບໃຊ້ຂອງເຮົາໃຫ້ມີໄຊ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ບັນດາຊົນຊາດທັງກະສັດຈະເອົາໃຈໃສ່ເຈົ້າ ເໝືອນດັ່ງແມ່ຜູ້ໜຶ່ງລ້ຽງລູກຂອງຕົນນັ້ນ. ເຈົ້າຈະຮູ້ວ່າເຮົາຄືພຣະເຈົ້າຢາເວເປັນຜູ້ຊ່ວຍຂອງເຈົ້າ. ແລະເປັນຜູ້ໄຖ່ໂທດຂອງເຈົ້າ ຄືອົງຊົງຣິດອຳນາດຍິ່ງໃຫຍ່ຂອງຢາໂຄບ.
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າອີກວ່າ,
ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າຢາເວ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະອົງຊ່ວຍກູ້ເອົາຜູ້ຖືກຂົ່ມເຫັງຈາກຄົນຊົ່ວຮ້າຍ.
ແຕ່ເພາະຂ້າພະເຈົ້າໄດ້ຮັບການສະໜັບສະໜູນຈາກອາຮິກຳລູກຊາຍຂອງຊາຟານ; ຂ້າພະເຈົ້າຈຶ່ງບໍ່ໄດ້ຖືກມອບໃຫ້ປະຊາຊົນປະຫານຊີວິດ.
ພຣະເຈົ້າຢາເວໄດ້ຊ່ວຍໃຫ້ຊາດອິດສະຣາເອນເປັນເສລີ ຊ່ວຍໃຫ້ພົ້ນໄພຈາກຊົນຊາດໜຶ່ງທີ່ມີອຳນາດ.
ຂ້າພະເຈົ້າຖືກຄວບຄຸມຕົວຢູ່ໃນເດີ່ນຂອງຣາຊວັງ ຈົນເຖິງມື້ທີ່ນະຄອນເຢຣູຊາເລັມແຕກ.
ແຕ່ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ສົ່ງເນບູຊາຣາດານ ຜູ້ບັນຊາການທະຫານໃຫ້ຈັດການດັ່ງນີ້:
“ຈົ່ງແຕ່ງຄົນໄປຊອກຫາເຢເຣມີຢາ ແລະເບິ່ງແຍງລາວໃຫ້ດີ. ຢ່າທຳຮ້າຍລາວ ແຕ່ຈົ່ງຊ່ວຍເຫລືອລາວຕາມທີ່ລາວຕ້ອງການ.”
ແຕ່ພຣະຜູ້ໄຖ່ຂອງພວກເຂົານັ້ນເຂັ້ມແຂງຫລາຍ ແລະນາມຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ພຣະອົງຈະຍົກຄະດີຂອງພວກເຂົາຂຶ້ນພິຈາລະນາ ທັງຈະນຳສັນຕິສຸກມາສູ່ແຜ່ນດິນໂລກ; ແຕ່ປະຊາຊົນແຫ່ງບາບີໂລນຈະເດືອດຮ້ອນ.”
ຖ້າພຣະເຈົ້າອົງທີ່ພວກຂ້ານ້ອຍຮັບໃຊ້ຢູ່ສາມາດຊ່ວຍພວກຂ້ານ້ອຍ ໃຫ້ພົ້ນຈາກເຕົາໄຟ ແລະຈາກອຳນາດຂອງທ່ານໄດ້ ແລ້ວພຣະອົງກໍຈະຊ່ວຍ.
ເພິ່ນຖາມວ່າ, “ຖ້າດັ່ງນັ້ນ ເປັນຫຍັງເຮົາຈຶ່ງເຫັນຊາຍສີ່ຄົນກຳລັງຍ່າງຢູ່ໃນໄຟນັ້ນ? ພວກເຂົາບໍ່ໄດ້ຖືກມັດ ແລະບໍ່ເຫັນຮ່ອງຮອຍວ່າຖືກເຈັບເພາະຖືກໄຟໄໝ້ເລີຍ ແລະອີກຜູ້ໜຶ່ງໃນສີ່ຄົນນີ້ກໍເບິ່ງຄ້າຍຄືພຣະອົງໜຶ່ງ.”
ແລະຂໍຢ່າພາຂ້ານ້ອຍເຂົ້າໄປ ໃນການທົດລອງ ແຕ່ຂໍຊົງໂຜດໃຫ້ພົ້ນຈາກມານຊົ່ວຮ້າຍ [ເຫດວ່າ ຣາຊອານາຈັກ ຣິດອຳນາດ ແລະ ພຣະຣັດສະໝີກໍເປັນຂອງພຣະອົງສືບໆໄປເປັນນິດ ອາແມນ’]
ແລະຍັງອີກບໍ່ດົນພຣະເຈົ້າແຫ່ງສັນຕິສຸກຂອງພວກເຮົາ ຈະປາບມານຊາຕານໃຫ້ໝຸ່ນທະລາຍຢູ່ໃຕ້ພື້ນຕີນຂອງພວກເຈົ້າ. ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ກັບພວກເຈົ້າເທີ້ນ.
ພຣະອົງນັ້ນໄດ້ຊົງໂຜດໃຫ້ເຮົາພົ້ນຈາກມໍລະນະໄພ ແລະຈະຊົງໂຜດເຮົາອີກ ເຮົາໄວ້ໃຈໃນພຣະອົງວ່າ ຍັງຈະຊົງໂຜດໃຫ້ເຮົາພົ້ນອີກຕໍ່ໄປ.