Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 15:20 - ພຣະຄຳພີສັກສິ

20 ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ກຳແພງ​ທອງສຳຣິດ ອັນ​ແຂງແກ່ນ​ສຳລັບ​ພວກເຂົາ. ພວກເຂົາ​ຈະ​ຕໍ່ສູ້​ເຈົ້າ ແຕ່​ພວກເຂົາ​ຈະ​ບໍ່​ຊະນະ​ເຈົ້າ​ໄດ້​ຈັກເທື່ອ. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃຫ້​ປອດໄພ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 15:20
27 Jak'a apnaqawi uñst'ayäwi  

ຄົນ​ຊອບທຳ​ນັ້ນ​ພຣະເຈົ້າຢາເວ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ຄຸ້ມຄອງ​ພວກເຂົາ​ໃນ​ຄາວ​ເດືອດຮ້ອນ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’


ຢ່າສູ່​ຢ້ານກົວ​ພວກເຂົາ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ຂ້ານ້ອຍ​ນີ້ ຊ່າງ​ເປັນ​ຄົນ​ທີ່​ຂາດ​ຄວາມ​ສຸກໃຈ​ແທ້​ນໍ ເປັນຫຍັງ​ນໍ​ແມ່​ຈຶ່ງ​ເກີດ​ຂ້ານ້ອຍ​ມາ​ຢູ່​ໃນ​ໂລກນີ້? ຂ້ານ້ອຍ​ຈຶ່ງ​ຕ້ອງ​ປາກເວົ້າ​ຜິດຖຽງ ແລະ​ໂຕ້ແຍ້ງ​ກັບ​ທຸກໆ​ຄົນ​ທີ່​ຢູ່​ໃນ​ດິນແດນ​ນີ້. ຂ້ານ້ອຍ​ບໍ່ໄດ້​ໃຫ້​ຜູ້ໃດ​ຢືມ​ເງິນ ຫລື​ຢືມ​ເງິນ​ຈາກ​ຜູ້ໃດ​ເລີຍ, ແຕ່​ປານ​ນັ້ນ​ທຸກຄົນ​ກໍ​ສາບແຊ່ງ​ຂ້ານ້ອຍ.


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເຂົ້າໃຈ. ຈົ່ງ​ລະນຶກເຖິງ​ຂ້ານ້ອຍ​ແລະ​ຊ່ວຍ​ຊູ​ຂ້ານ້ອຍ​ດ້ວຍ. ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ແກ້ແຄ້ນ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ເຖີດ. ຢ່າ​ອົດທົນ​ຕໍ່​ພວກເຂົາ​ຜູ້​ທີ່​ຫວັງ​ຢາກ​ຂ້າ​ຂ້ານ້ອຍ​ໃຫ້​ໄດ້. ຈົ່ງ​ລະນຶກ​ວ່າ ການ​ທີ່​ຂ້ານ້ອຍ​ໄດ້​ຮັບ​ການ​ດູໝິ່ນນິນທາ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ.


ຂ້າພະເຈົ້າ​ຖືກ​ຄວບຄຸມ​ຕົວ​ຢູ່​ໃນ​ເດີ່ນ​ຂອງ​ຣາຊວັງ ຈົນເຖິງ​ມື້​ທີ່​ນະຄອນ​ເຢຣູຊາເລັມ​ແຕກ.


ແຕ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ໄດ້​ສົ່ງ​ເນບູຊາຣາດານ ຜູ້​ບັນຊາການ​ທະຫານ​ໃຫ້​ຈັດການ​ດັ່ງນີ້:


ຢ່າ​ຢ້ານກົວ​ກະສັດ​ແຫ່ງ​ບາບີໂລນ​ຜູ້​ທີ່​ເຈົ້າ​ຢ້ານກົວ​ຢູ່ນັ້ນ ພຣະເຈົ້າຢາເວ​ກ່າວ​ວ່າ ຢ່າ​ຢ້ານກົວ​ເລີຍ ເພາະ​ເຮົາ​ສະຖິດ​ຢູ່​ກັບ​ພວກເຈົ້າ ແລະ​ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ອອກ​ຈາກ​ອຳນາດ​ຂອງ​ລາວ.


ເຢເຣມີຢາ​ເອີຍ ຈົ່ງ​ທົດສອບ​ເບິ່ງ​ປະຊາຊົນ​ຂອງເຮົາ​ດູ ດັ່ງ​ເຈົ້າ​ທົດລອງ​ໂລຫະ ແລະ​ເບິ່ງ​ວ່າ​ມັນ​ເປັນ​ຢ່າງໃດ.


ບັດນີ້​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄົນ​ດື້ດ້ານ ແລະ​ໃຈ​ແຂງ​ດັ່ງ​ພວກເຂົາ.


ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ໜັກແໜ້ນ​ດັ່ງ​ຫີນ ແຂງແກ່ນ​ດັ່ງ​ເພັດ; ສະນັ້ນ ເຈົ້າ​ຢ່າ​ສູ່​ຢ້ານ​ຄົນ​ກະບົດ​ເຫຼົ່ານີ້​ເລີຍ.”


ຖ້າ​ພຣະເຈົ້າ​ອົງ​ທີ່​ພວກ​ຂ້ານ້ອຍ​ຮັບໃຊ້​ຢູ່​ສາມາດ​ຊ່ວຍ​ພວກ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ເຕົາໄຟ ແລະ​ຈາກ​ອຳນາດ​ຂອງທ່ານ​ໄດ້ ແລ້ວ​ພຣະອົງ​ກໍ​ຈະ​ຊ່ວຍ.


ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ວິນຍານ​ຂອງ​ເຈົ້າ​ເທີ້ນ. ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ​ເທີ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka