Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 15:19 - ພຣະຄຳພີສັກສິ

19 ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 15:19
34 Jak'a apnaqawi uñst'ayäwi  

ຍັງ​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ຊື່​ວ່າ​ເອລີຢາ ໄທເມືອງ​ຕີຊະເບ​ໃນ​ເຂດ​ກີເລອາດ​ໄດ້​ບອກ​ກະສັດ​ອາຮາບ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ອົງ​ຊົງ​ພຣະຊົນຢູ່​ທີ່​ຂ້ານ້ອຍ​ຮັບໃຊ້​ຢູ່​ນີ້; ໃນ​ສອງ​ຫລື​ສາມ​ປີ​ຂ້າງ​ໜ້າ​ຈະ​ບໍ່ມີ​ນໍ້າໝອກ​ຫລື​ນໍ້າ​ຝົນ ຈົນກວ່າ​ຂ້ານ້ອຍ​ຈະ​ສັ່ງ​ໃຫ້​ມີ.”


ບັດນີ້​ໂມເຊ​ເອີຍ ເຈົ້າ​ຈົ່ງ​ໄປ ເຮົາ​ຈະ​ຊ່ວຍ​ເຈົ້າ​ກ່າວ ແລະ​ຈະ​ບອກ​ສິ່ງ​ທີ່​ເຈົ້າ​ຈະ​ກ່າວ.”


ຈົ່ງ​ນຳ​ເອົາ​ຄົນ​ທີ່​ເຮັດ​ວຽກ​ດີ​ມາ​ໃຫ້​ຂ້ອຍ​ເບິ່ງ ແລະ​ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ຜູ້​ທີ່​ເຮັດ​ວຽກ​ດີ​ຍອດຢ້ຽມ ແລະ​ສົມ​ທີ່​ຈະ​ເປັນ​ເພື່ອນ​ຂອງ​ບັນດາ​ກະສັດ.


ແລ້ວ​ພຣະເຈົ້າຢາເວ​ກໍ​ເດ່​ມື​ອອກ​ແຕະ​ທີ່​ປາກ​ຂອງ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ກໍ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເບິ່ງດູ ເຮົາ​ກຳລັງ​ເອົາ​ຖ້ອຍຄຳ​ຂອງເຮົາ​ໃສ່​ເຂົ້າ​ໄປ​ໃນ​ປາກ​ຂອງ​ເຈົ້າ​ເພື່ອ​ໃຫ້​ເຈົ້າ​ກ່າວ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.


ສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ສັນຍາ​ວ່າ, ‘ໂຢນາດາບ​ລູກຊາຍ​ເຣກາບ​ຈະ​ມີ​ເຊື້ອສາຍ​ເປັນ​ເພດ​ຊາຍ ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ.”’


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາດ​ອິດສະຣາເອນ​ເອີຍ ຖ້າ​ພວກເຈົ້າ​ຢາກ​ຈະ​ກັບຄືນ​ມາ ກໍ​ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເທີ້ນ. ຖ້າ​ພວກເຈົ້າ​ໂຍນ​ຮູບເຄົາຣົບ​ທີ່​ເຮົາ​ກຽດຊັງ​ຖິ້ມ ແລະ​ສັດຊື່​ຕໍ່​ເຮົາ


ເຕົາຫລອມ​ລຸກໄໝ້​ຢ່າງ​ຮ້ອນແຮງ​ແລ້ວ ແຕ່​ຂີ້ໝຽງ​ທີ່​ຕິດ​ຢູ່​ກັບ​ໂລຫະ​ນັ້ນ​ກໍ​ຍັງ​ບໍ່​ຂຸ​ລົງ. ມັນ​ບໍ່ມີ​ປະໂຫຍດ​ຫຍັງ​ທີ່​ຈະ​ຫລໍ່ຫລອມ​ປະຊາຊົນ​ຂອງເຮົາ​ຂຶ້ນ​ໃໝ່ ເພາະ​ພວກ​ຄົນຊົ່ວ​ເຫຼົ່ານັ້ນ​ຍັງ​ບໍ່ໄດ້​ຖືກ​ກຳຈັດ​ໃຫ້​ໝົດສິ້ນໄປ.


ປະຊາຊົນ​ຄໍ່າຄວນ​ຂະນະທີ່​ຊອກ​ຫາ​ເຂົ້າຈີ່​ກິນ ພວກເຂົາ​ແລກປ່ຽນ​ຊັບສິນ​ກັບ​ອາຫານ ເພື່ອ​ໃຫ້​ມີ​ຊີວິດ​ຢູ່. ຊາວ​ເມືອງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຫລຽວເບິ່ງ​ດ້ວຍ! ເບິ່ງ​ວ່າ​ຍາກຈົນ​ເທົ່າ​ໃດ.”


ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຟັງ​ເຈົ້າ​ຫລື​ບໍ່​ກໍຕາມ ເຈົ້າ​ຈະ​ຕ້ອງ​ບອກ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ໃຫ້​ກ່າວ. ຈົ່ງ​ຈຳ​ໄວ້​ວ່າ​ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ.


ບັນດາ​ປະໂຣຫິດ​ຝ່າຝືນ​ກົດບັນຍັດ​ຂອງເຮົາ ແລະ​ບໍ່​ໃຫ້​ຄວາມນັບຖື​ແກ່​ສິ່ງ​ບໍຣິສຸດ. ພວກເຂົາ​ບໍ່​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ບໍຣິສຸດ ແລະ​ສິ່ງ​ບໍ່​ບໍຣິສຸດ. ພວກເຂົາ​ບໍ່​ສັ່ງສອນ​ໃຫ້​ຮູ້​ເຖິງ​ຄວາມ​ແຕກຕ່າງ ລະຫວ່າງ​ສິ່ງ​ທີ່​ບໍ່​ເປັນ​ມົນທິນ​ແລະ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ພວກເຂົາ​ກໍ​ບໍ່​ເອົາໃຈໃສ່​ຕໍ່​ວັນ​ຊະບາໂຕ​ດ້ວຍ. ຜົນ​ກໍ​ຄື​ປະຊາຊົນ​ອິດສະຣາເອນ​ບໍ່ໄດ້​ນັບຖື​ເຮົາ.


ບັນດາ​ປະໂຣຫິດ​ຕ້ອງ​ສອນ​ປະຊາຊົນ​ຂອງເຮົາ​ໃຫ້​ຮູ້ວ່າ ສິ່ງໃດ​ບໍຣິສຸດ ແລະ​ສິ່ງໃດ​ບໍ່​ບໍຣິສຸດ ແລະ​ສິ່ງ​ທີ່​ເປັນ​ມົນທິນ​ກັບ​ສິ່ງ​ທີ່​ບໍ່​ເປັນ​ມົນທິນ.


ພວກເຈົ້າ​ຕ້ອງ​ໄຈ້ແຍກ​ໃຫ້​ຈະແຈ້ງ ລະຫວ່າງ​ສິ່ງ​ທີ່​ເປັນ​ບໍຣິສຸດ​ແລະ​ສິ່ງ​ທີ່​ໃຊ້​ກັນ​ຢູ່​ທົ່ວໆໄປ; ລະຫວ່າງ​ສິ່ງ​ທີ່​ເປັນ​ມົນທິນ​ແລະ​ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ.


ກົດບັນຍັດ​ເຫຼົ່ານີ້​ແມ່ນ​ຊີ້ຂາດ​ວ່າ ເມື່ອໃດ​ສິ່ງຂອງ​ເຫຼົ່ານັ້ນ​ເປັນ​ມົນທິນ ຫລື​ບໍ່​ເປັນ​ມົນທິນ.


ວ່າ, “ຈົ່ງ​ໄປ​ທີ່​ນີເນເວ​ເມືອງ​ໃຫຍ່ ແລະ​ປະກາດ​ຖ້ອຍຄຳ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ​ແກ່​ປະຊາຊົນ.”


ຝ່າຍ​ເທວະດາ​ນັ້ນ​ຕອບ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ຊຶ່ງ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ, ພຣະອົງ​ຊົງ​ໃຊ້​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ​ນຳ​ເອົາ​ຂ່າວ​ດີ​ນີ້​ມາ​ບອກ​ເຈົ້າ.


“ຜູ້ໃດ​ທີ່​ຟັງ​ພວກເຈົ້າ ກໍໄດ້​ຟັງ​ເຮົາ ຜູ້ໃດ​ທີ່​ບໍ່​ຍອມ​ຮັບ​ພວກເຈົ້າ ກໍ​ບໍ່​ຍອມ​ຮັບ​ເຮົາ ແລະ​ທັງ​ບໍ່​ຍອມ​ຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ດ້ວຍ.”


ດ້ວຍວ່າ, ພຣະວິນຍານ​ບໍຣິສຸດເຈົ້າ ຈະ​ໂຜດ​ສອນ​ພວກເຈົ້າ​ໃນ​ເວລາ​ນັ້ນ​ວ່າ ຄວນ​ຈະ​ເວົ້າ​ຢ່າງ​ໃດ.”


ເພາະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ຖ້ອຍຄຳ ແລະ​ສະຕິປັນຍາ ຊຶ່ງ​ພວກ​ຜູ້​ຂັດຂວາງ​ຕໍ່ສູ້​ຈະ​ບໍ່​ສາມາດ​ໂຕ້ຕອບ ຫລື​ໂຕ້ແຍ້ງ​ພວກເຈົ້າ​ໄດ້.


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ພາວັນນາ​ອະທິຖານ​ຢູ່​ທຸກ​ເວລາ, ເພື່ອ​ວ່າ ພວກເຈົ້າ​ຈະ​ມີ​ກຳລັງ​ພົ້ນ​ຈາກ​ເຫດການ​ທຸກຢ່າງ ທີ່​ໃກ້​ຈະ​ເກີດຂຶ້ນ​ນັ້ນ ແລະ​ຢືນ​ຢູ່​ຕໍ່ໜ້າ​ບຸດ​ມະນຸດ​ໄດ້.”


ດ້ວຍວ່າ, ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ ໃນ​ການ​ປະກາດ​ພຣະ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ​ໃຫ້​ພວກທ່ານ​ຮູ້.


ເຫດສະນັ້ນ, ແຕ່​ນີ້​ຕໍ່ໄປ ພວກເຮົາ​ຈຶ່ງ​ບໍ່​ພິຈາລະນາ​ເບິ່ງ​ຜູ້ໃດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ອີກ ເຖິງ​ແມ່ນ​ວ່າ ເມື່ອ​ກ່ອນ​ນັ້ນ​ພວກເຮົາ​ໄດ້​ສັງເກດ​ຮູ້​ພຣະຄຣິດ​ຕາມ​ມາດຕະຖານ​ຂອງ​ມະນຸດ​ກໍຕາມ ມາບັດນີ້ ພວກເຮົາ​ກໍ​ບໍ່​ສັງເກດ​ຮູ້​ພຣະອົງ​ຕາມ​ແບບ​ນັ້ນ​ອີກ​ຕໍ່ໄປ.


ບັດນີ້ ເຮົາ​ພະຍາຍາມ​ເອົາ​ໃຈ​ມະນຸດ​ຊັ້ນບໍ? ບໍ່ ເຮົາ​ຢາກ​ໃຫ້​ພຣະເຈົ້າ​ພໍໃຈ​ຕ່າງຫາກ ເຮົາ​ພະຍາຍາມ​ເຮັດ​ໃຫ້​ຖືກ​ໃຈ​ມະນຸດ​ຊັ້ນບໍ? ຖ້າ​ເຮົາ​ເຮັດ​ເຊັ່ນນີ້ ເຮົາ​ກໍ​ບໍ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ແຕ່​ພວກເຮົາ​ບໍ່ໄດ້​ອ່ອນ​ຍອມ​ຕໍ່​ພວກເຂົາ​ແມ່ນແຕ່​ນາທີ​ດຽວ ເພື່ອ​ຈະ​ໄດ້​ຮັກສາ​ຄວາມ​ສັດຈິງ​ຂອງ​ຂ່າວປະເສີດ​ນັ້ນ ໄວ້​ສຳລັບ​ເຈົ້າ​ທັງຫລາຍ.


ອາຫານ​ແຂງ​ເປັນ​ອາຫານ​ສຳລັບ​ຜູ້​ໃຫຍ່​ແລ້ວ ຄື​ສຳລັບ​ຜູ້​ທີ່​ໄດ້​ຮັບ​ການ​ຝຶກຫັດ​ອົບຮົມ ໃຫ້​ສາມາດ​ສັງເກດ​ວ່າ ສິ່ງໃດ​ດີ​ແລະ​ສິ່ງໃດ​ຊົ່ວ.


ອັນ​ໜຶ່ງ ຂໍ​ພຣະກຽດ, ພຣະ​ເດຊານຸພາບ, ພຣະ​ອານຸພາບ ແລະ​ສັກດາ​ນຸພາບ​ຈົ່ງ​ມີ​ແດ່​ພຣະອົງ ຜູ້​ທີ່​ສາມາດ​ປ້ອງກັນ​ຮັກສາ​ພວກເຈົ້າ​ໄວ້​ບໍ່​ໃຫ້​ສະດຸດ​ລົ້ມ​ລົງ ແລະ​ນຳ​ພວກເຈົ້າ​ມາ​ຢູ່​ຊ້ອງ​ພຣະພັກ​ອັນ​ສະຫງ່າຣາສີ​ຂອງ​ພຣະອົງ ຢ່າງ​ຜູ້​ທີ່​ບໍ່ມີ​ຄວາມຜິດ ແຕ່​ມີ​ຄວາມ​ຍິນດີ​ອັນ​ເຫລືອລົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka