ເຢເຣມີຢາ 15:18 - ພຣະຄຳພີສັກສິ18 ເປັນຫຍັງຂ້ານ້ອຍຈຶ່ງຕ້ອງທົນທຸກຢູ່ຢ່າງນີ້? ເປັນຫຍັງບາດແຜຂອງຂ້ານ້ອຍຈຶ່ງບໍ່ດີຈັກເທື່ອ? ເປັນຫຍັງບາດແຜນັ້ນຈຶ່ງປິ່ນປົວບໍ່ດີ? ພຣະອົງຕັ້ງໃຈຈະໃຫ້ຂ້ານ້ອຍຕ້ອງຜິດຫວັງ ດັ່ງນໍ້າຫ້ວຍທີ່ບົກແຫ້ງລົງໃນລະດູຮ້ອນຊັ້ນບໍ?” Uka jalj uñjjattʼäta |
ພຣະອົງໄດ້ປະຖິ້ມຢູດາເດັດຂາດແລ້ວບໍ? ພຣະອົງກຽດຊັງປະຊາຊົນໃນນະຄອນຊີໂອນຫລືນີ້? ເປັນຫຍັງຈຶ່ງທຳຮ້າຍພວກຂ້ານ້ອຍໜັກຫລາຍ? ຈົນບໍ່ຮັກສາພວກຂ້ານ້ອຍໃຫ້ດີໄດ້? ສັນຕິສຸກຄືສິ່ງທີ່ພວກຂ້ານ້ອຍຊອກຫາ ແຕ່ກໍບໍ່ເຫັນສິ່ງທີ່ດີເກີດຂຶ້ນມາຈັກເທື່ອ; ພວກຂ້ານ້ອຍຫວັງຈະໄດ້ຮັບການຮັກສາໃຫ້ດີ ແຕ່ຄວາມຢ້ານກົວໃຫຍ່ກໍມາແທນທີ່.