Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 15:15 - ພຣະຄຳພີສັກສິ

15 ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເຂົ້າໃຈ. ຈົ່ງ​ລະນຶກເຖິງ​ຂ້ານ້ອຍ​ແລະ​ຊ່ວຍ​ຊູ​ຂ້ານ້ອຍ​ດ້ວຍ. ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ແກ້ແຄ້ນ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ເຖີດ. ຢ່າ​ອົດທົນ​ຕໍ່​ພວກເຂົາ​ຜູ້​ທີ່​ຫວັງ​ຢາກ​ຂ້າ​ຂ້ານ້ອຍ​ໃຫ້​ໄດ້. ຈົ່ງ​ລະນຶກ​ວ່າ ການ​ທີ່​ຂ້ານ້ອຍ​ໄດ້​ຮັບ​ການ​ດູໝິ່ນນິນທາ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 15:15
42 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ສັ່ງ​ໃຫ້​ຊາວ​ເລວີ​ຊຳລະ​ຕົວ ແລະ​ໄປ​ເຝົ້າຍາມ​ປະຕູ ເພື່ອ​ໃຫ້​ແນ່ໃຈ​ວ່າ​ວັນ​ຊະບາໂຕ​ໄດ້​ຖືກ​ຮັກສາ​ໄວ້​ໃຫ້​ບໍຣິສຸດ. ໂອ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ລະນຶກເຖິງ​ຂ້ານ້ອຍ​ໃນ​ເລື່ອງ​ນີ້​ເຊັ່ນດຽວ​ກັນ​ແດ່ທ້ອນ ແລະ​ຂໍ​ຊົງໂຜດ​ເອັນດູ​ຂ້ານ້ອຍ​ດ້ວຍ ເພາະ​ເຫັນ​ແກ່​ຄວາມຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ຂ້າພະເຈົ້າ​ຈັດແຈງ​ໃຫ້​ພວກເຂົາ​ຫາ​ຟືນ ເພື່ອ​ເຜົາ​ເຄື່ອງ​ບູຊາ​ໃຫ້​ໄດ້​ຕາມ​ກຳນົດ ແລະ​ໃຫ້​ປະຊາຊົນ​ນຳ​ພືດຜົນ ແລະ​ໝາກໄມ້​ສຸກ​ເທື່ອ​ທຳອິດ​ມາ​ຖວາຍ. ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂໍໂຜດ​ນັບ​ສິ່ງ​ທັງໝົດ​ນີ້​ວ່າ ເປັນ​ກິດຈະການ​ອັນ​ດີ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍໃຫ້​ພຣະອົງ​ຈົດຈຳ​ທຸກໆ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ ເພື່ອ​ປະຊາຊົນ​ເຫຼົ່ານີ້​ດ້ວຍ​ເຖີດ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຈົດຈຳ​ສິ່ງ​ທີ່​ໂຕບີຢາ ແລະ​ສານບັນລັດ​ເຮັດ​ນັ້ນ ແລະ​ໂຜດ​ລົງໂທດ​ພວກເຂົາ​ດ້ວຍ. ໂຜດ​ຈົດຈຳ​ຜູ້ທຳນວາຍຍິງ​ໂນອາດີຢາ​ກັບ​ຜູ້ທຳນວາຍ​ຄົນອື່ນໆ​ທີ່​ພະຍາຍາມ​ຂົ່ມຂູ່​ຂ້ານ້ອຍ​ໃຫ້​ຢ້ານ.”


ພຣະອົງ​ຮູ້​ດີ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມ​ຜິດ​ຫຍັງ​ໝົດ ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ານ້ອຍ​ໃຫ້​ຫວິດ​ຈາກ​ພຣະອົງ​ໄດ້.


ຂ້າແດ່​ພຣະເຈົ້າ ຢ່າ​ເອົາ​ຂ້ານ້ອຍ​ໄປ​ດຽວນີ້ ເພາະວ່າ​ຍັງ​ບໍ່ໄດ້​ເຖົ້າແກ່​ຊະຣາ​ເທື່ອ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ເມື່ອ​ພຣະອົງ​ຊ່ວຍເຫຼືອ​ໄພ່ພົນ​ຂອງ​ພຣະອົງ. ຂໍ​ຊົງ​ໂຜດ​ຮວມ​ເອົາ​ຂ້ານ້ອຍ​ເຂົ້າ​ນຳ ເມື່ອ​ພຣະອົງ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ.


ຂ້ານ້ອຍ​ຈະ​ຕ້ອງ​ລໍຖ້າ​ຢູ່​ດົນ​ປານໃດ? ເມື່ອໃດ​ນໍ ພຣະອົງ​ຈະ​ຕັດສິນ ລົງໂທດ​ຜູ້​ທີ່​ມັກ​ຂົ່ມເຫັງ​ນັ້ນ?


ເມື່ອ​ພຣະອົງ​ຊົງ​ກວດເບິ່ງ​ຈິດໃຈ​ຂອງ​ຂ້ານ້ອຍ. ພຣະອົງ​ມາ​ຫາ​ຂ້ານ້ອຍ​ໃນ​ຕອນ​ກາງຄືນ; ເມື່ອ​ພຣະອົງ​ໄດ້​ກວດເບິ່ງ​ຂ້ານ້ອຍ ແລະ​ກໍ​ບໍ່​ພົບ​ຄວາມ​ປາຖະໜາ​ຊົ່ວ​ໃດໆ ຢູ່​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ.


ຂໍ​ຢ່າ​ຫັນ​ໄປ​ຈາກ​ຂ້ານ້ອຍ ເພື່ອ​ຂ້ານ້ອຍ​ຈະ​ມີ​ຄວາມສຸກ​ອີກເທື່ອໜຶ່ງ ຫລັງຈາກ​ນັ້ນ ຂ້ານ້ອຍ​ກໍ​ຈະ​ຈາກ​ໄປ ແລ້ວ​ຈະ​ບໍ່ມີ​ຂ້ານ້ອຍ​ຕໍ່ໄປ​ອີກ.


ແຕ່​ເພາະ​ເຫັນ​ແກ່​ພຣະອົງ​ພວກ​ຂ້ານ້ອຍ​ຈຶ່ງ​ຖືກ​ຂ້າ​ຕະຫລອດ​ມາ ພວກເຂົາ​ເຮັດ​ຕໍ່​ພວກ​ຂ້ານ້ອຍ​ຄື​ແກະ​ທີ່​ຖືກ​ນຳ​ໄປ​ຂ້າ.


“ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ລະນຶກເຖິງ​ດ້ວຍວ່າ ຂ້ານ້ອຍ​ໄດ້​ຮັບໃຊ້​ພຣະອົງ​ດ້ວຍ​ຄວາມສັດຊື່ ແລະ​ດ້ວຍ​ຄວາມ​ຈົງຮັກ​ພັກດີ ແລະ​ຂ້ານ້ອຍ​ກໍ​ບຳເພັນ​ຕົນ​ກະທຳ​ແຕ່​ສິ່ງ​ທີ່​ພຣະອົງ​ຕ້ອງການ​ໃຫ້​ຂ້ານ້ອຍ​ກະທຳ.” ແລ້ວ​ເພິ່ນ​ກໍ​ຮ້ອງໄຫ້​ຂຶ້ນ​ຢ່າງ​ຂົມຂື່ນ.


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ຮູ້​ຂ້ານ້ອຍ​ດີ ເຫັນ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ ແລະ​ຮູ້​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ​ດ້ວຍ. ຈົ່ງ​ດຶງ​ຄົນຊົ່ວ​ອອກ​ມາ​ເບິ່ງດູ ດັ່ງ​ດຶງ​ແກະ​ໄປ​ຂ້າ ຈົ່ງ​ເຝົ້າເບິ່ງ​ພວກເຂົາ​ຈົນກວ່າ​ພວກເຂົາ​ຖືກ​ຂ້າ​ຖິ້ມ.


ຂ້ານ້ອຍ​ນີ້ ຊ່າງ​ເປັນ​ຄົນ​ທີ່​ຂາດ​ຄວາມ​ສຸກໃຈ​ແທ້​ນໍ ເປັນຫຍັງ​ນໍ​ແມ່​ຈຶ່ງ​ເກີດ​ຂ້ານ້ອຍ​ມາ​ຢູ່​ໃນ​ໂລກນີ້? ຂ້ານ້ອຍ​ຈຶ່ງ​ຕ້ອງ​ປາກເວົ້າ​ຜິດຖຽງ ແລະ​ໂຕ້ແຍ້ງ​ກັບ​ທຸກໆ​ຄົນ​ທີ່​ຢູ່​ໃນ​ດິນແດນ​ນີ້. ຂ້ານ້ອຍ​ບໍ່ໄດ້​ໃຫ້​ຜູ້ໃດ​ຢືມ​ເງິນ ຫລື​ຢືມ​ເງິນ​ຈາກ​ຜູ້ໃດ​ເລີຍ, ແຕ່​ປານ​ນັ້ນ​ທຸກຄົນ​ກໍ​ສາບແຊ່ງ​ຂ້ານ້ອຍ.


ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ກຳແພງ​ທອງສຳຣິດ ອັນ​ແຂງແກ່ນ​ສຳລັບ​ພວກເຂົາ. ພວກເຂົາ​ຈະ​ຕໍ່ສູ້​ເຈົ້າ ແຕ່​ພວກເຂົາ​ຈະ​ບໍ່​ຊະນະ​ເຈົ້າ​ໄດ້​ຈັກເທື່ອ. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃຫ້​ປອດໄພ.


ແຕ່​ຂ້ານ້ອຍ​ບໍ່ໄດ້​ຫາ​ໂອກາດ​ໜີ​ຈາກ​ການ​ເປັນຜູ້ລ້ຽງ​ແກະ​ທີ່​ຕາມ​ພຣະອົງ​ໄປ ຂ້ານ້ອຍ​ບໍ່ເຄີຍ​ປາຖະໜາ​ເຫັນ​ວັນ​ແຫ່ງ​ຄວາມ​ຈິບຫາຍ. ພຣະອົງ​ກໍ​ຮູ້​ເລື່ອງ​ນີ້​ດີ; ພຣະອົງ​ກໍ​ຮູ້​ແລ້ວ​ໃນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເວົ້າ​ອອກ​ມາ​ຈາກ​ປາກ​ຂອງ​ຂ້ານ້ອຍ ກໍ​ຖືກຕ້ອງ​ຕໍ່ສາຍຕາ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຮູ້​ແຜນການ​ຂອງ​ພວກເຂົາ​ທັງໝົດ ທີ່​ຈະ​ສັງຫານ​ຂ້ານ້ອຍ. ຂໍ​ຢ່າ​ອະໄພ​ຄວາມຜິດ ແລະ​ຍົກໂທດ​ໃຫ້​ພວກເຂົາ​ເລີຍ. ຈົ່ງ​ເຮັດ​ໃຫ້​ພວກເຂົາ​ລົ້ມລົງ​ຢ່າງ​ພ່າຍແພ້ ແລະ​ຈັດການ​ກັບ​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ​ສາ​ເຖີດ.”


ແຕ່​ພຣະອົງ​ຄື​ພຣະເຈົ້າຢາເວ ຜູ້​ເຂົ້າຂ້າງ​ຂ້ານ້ອຍ ຜູ້​ເຂັ້ມແຂງ​ແລະ​ຊົງຣິດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລ້ວ ແລະ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ​ກໍ​ຈະ​ລົ້ມລົງ ພວກເຂົາ​ຈະ​ຖືກ​ອັບອາຍ​ຂາຍໜ້າ​ໄປ​ຕະຫລອດ ເພາະ​ພວກເຂົາ​ເຮັດ​ໃຫ້​ເກີດຜົນ​ສຳເລັດ​ບໍ່ໄດ້​ດອກ ພວກເຂົາ​ຈະ​ຖືກ​ອັບອາຍ​ບໍ່ມີ​ມື້​ລືມໄລ​ໄດ້​ຈັກເທື່ອ.


ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ຍິ່ງໃຫຍ່​ທົດສອບ​ຢ່າງ​ຍຸດຕິທຳ ຮູ້​ສິ່ງ​ທີ່​ຢູ່​ໃນ​ໃຈ​ຄົນ​ແລະ​ແນວຄິດ​ຂອງ​ພວກເຂົາ​ດ້ວຍ. ສະນັ້ນ ຈົ່ງ​ໃຫ້​ຂ້ານ້ອຍ​ໄດ້​ເຫັນ​ພຣະອົງ​ແກ້ແຄ້ນ​ເຫຼົ່າ​ສັດຕູ ເພາະ​ຂ້ານ້ອຍ​ໄດ້​ມອບ​ເລື່ອງລາວ​ໄວ້​ໃນ​ກຳມື​ຂອງ​ພຣະອົງ.


ເມື່ອໃດ​ຂ້ານ້ອຍ​ກ່າວ​ອອກ ກໍ​ຮ້ອງໄຫ້​ທຸກ​ເທື່ອ ແລະ​ຮ້ອງ​ວ່າ, “ຮຸນແຮງ ພິນາດ” ທັງ​ຖືກ​ລໍ້​ຫຍໍ້ຫຍັນ​ຕະຫລອດ​ມາ ຂ້າແດ່​ພຣະເຈົ້າຢາເວ ເພາະ​ຂ້ານ້ອຍ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ລົງໂທດ​ພວກເຂົາ​ເທາະ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ​ນັ້ນ.


ຈົ່ງ​ຕາມລ່າ​ຕາມ​ກວາດລ້າງ​ພວກເຂົາ​ສາ ໃຫ້​ຈິບຫາຍ​ໄປ​ຈາກ​ກ້ອງ​ຟ້າ​ສະຫວັນ​ຂອງ​ພຣະເຈົ້າຢາເວ.”


ຄົນ​ທັງປວງ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ, ແຕ່​ຜູ້ໃດ​ທີ່​ທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.


ແລະ ຜູ້ໃດ​ທີ່​ໄດ້​ປະ​ບ້ານ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່​ແມ່ ຫລື​ລູກ ຫລື​ໄຮ່​ນາ​ເພື່ອ​ເຫັນ​ແກ່​ນາມຊື່​ຂອງເຮົາ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ​ຮ້ອຍ​ເທົ່າ ແລະ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ.


ທຸກຄົນ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນແກ່​ນາມຊື່​ຂອງເຮົາ.


ພວກ​ທີ່ຮັກ​ຂອງເຮົາ​ເອີຍ ຢ່າ​ແກ້ແຄ້ນ​ເລີຍ, ແຕ່​ຈົ່ງ​ມອບ​ການ​ນັ້ນ​ໃຫ້​ພຣະເຈົ້າ ເປັນ​ຜູ້​ພິພາກສາ​ລົງໂທດ​ແທນ, ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ການ​ແກ້ແຄ້ນ​ເປັນ​ທຸລະ​ຂອງເຮົາ ເຮົາ​ເອງ​ຈະ​ເປັນ​ຜູ້​ຕອບແທນ”


ຜູ້ໃດ​ຈະ​ແຍກ​ພວກເຮົາ​ຈາກ​ຄວາມຮັກ​ຂອງ​ພຣະຄຣິດ​ໄດ້? ຄວາມ​ທຸກ​ລຳບາກ ຫລື​ຄວາມ​ທໍລະມານ​ຈິດໃຈ ຫລື​ການ​ຂົ່ມເຫັງ ຫລື​ການ​ອຶດຢາກ ຫລື​ການ​ເປືອຍກາຍ ຫລື​ການ​ອັນຕະລາຍ ຫລື​ການ​ຖືກ​ຄົມ​ດາບ


ເພາະ​ເຫດ​ທີ່​ພວກເຮົາ​ຮູ້ຈັກ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຮົາ​ຈຶ່ງ​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ເຮັດ​ຕາມ​ດ້ວຍ ພວກເຮົາ​ເປັນ​ຢ່າງ​ໃດ ພຣະເຈົ້າ​ກໍ​ຊົງ​ຮູ້​ດີ​ຢູ່​ແລ້ວ ແລະ​ພວກເຮົາ​ກໍ​ຫວັງ​ວ່າ ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຈົ້າ ກໍ​ຄົງ​ຮູ້ຈັກ​ພວກເຮົາ​ດີ​ເໝືອນກັນ.


ອາເລັກຊັນເດີ​ຊ່າງ​ທອງແດງ​ນັ້ນ ໄດ້​ເຮັດ​ຮ້າຍ​ຕໍ່​ເຮົາ​ຫລາຍ​ຢ່າງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ຕອບແທນ​ໃຫ້​ສົມກັບ​ການ​ທີ່​ລາວ​ເຮັດ​ນັ້ນ.


“ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”


ພວກເຂົາ​ໄດ້​ເປັ່ງ​ສຽງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຜູ້​ບໍຣິສຸດ​ແລະ​ທ່ຽງແທ້, ຍັງ​ດົນ​ປານໃດ​ໜໍ ພຣະອົງ​ຈຶ່ງ​ຈະ​ຕັດສິນ​ລົງໂທດ​ຄົນ​ທັງຫລາຍ​ເທິງ​ແຜ່ນດິນ​ໂລກ​ນີ້ ທີ່​ໄດ້​ສັງຫານ​ພວກ​ຂ້ານ້ອຍ​ນັ້ນ?”


ແລ້ວ​ແຊມຊັນ​ກໍ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂໍໂຜດ​ຈື່ຈຳ​ຂ້ານ້ອຍ​ດ້ວຍເຖີດ. ໂອ ພຣະເຈົ້າ​ເອີຍ ໂຜດ​ໃຫ້​ກຳລັງ​ວັງຊາ​ແກ່​ຂ້ານ້ອຍ​ອີກ​ພຽງ​ຄັ້ງດຽວ​ເທົ່ານັ້ນ ເພື່ອ​ຂ້ານ້ອຍ​ຈະ​ລ້າງແຄ້ນ​ພວກ​ຟີລິດສະຕິນ ເພາະ​ພວກເຂົາ​ເຈາະ​ແກ່ນຕາ​ທັງສອງ​ເບື້ອງ​ຂອງ​ຂ້ານ້ອຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka