Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 15:13 - ພຣະຄຳພີສັກສິ

13 ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ສົ່ງ​ເຫຼົ່າ​ສັດຕູ​ມາ​ກວາດເອົາ​ຊັບສົມບັດ​ແລະ​ເງິນຄຳ ທີ່​ປະຊາຊົນ​ຂອງເຮົາ​ໄດ້​ສະສົມ​ໄວ້​ໄປ​ໝົດ ເພື່ອ​ເປັນ​ການ​ລົງໂທດ​ທີ່​ພວກເຂົາ​ໄດ້​ກະທຳ​ບາບ​ໄວ້​ທົ່ວ​ທັງ​ດິນແດນ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 15:13
8 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ຂາຍ​ປະຊາຊົນ​ຂອງ​ພຣະອົງ​ໃນ​ລາຄາ​ຖືກໆ ເໝືອນ​ກັບ​ວ່າ​ພວກເຂົາ​ມີ​ຄ່າ ພຽງແຕ່​ເລັກນ້ອຍ.


ພຣະເຈົ້າຢາເວ​ກ່າວ​ແກ່​ປະຊາຊົນ​ຂອງ​ພຣະອົງ​ວ່າ, “ເມື່ອ​ຕົກ​ເປັນ​ທາດ​ນັ້ນ​ບໍ່ມີ​ຜູ້ໃດ​ທີ່​ໃຊ້​ເງິນ​ຊື້​ເອົາ​ພວກເຈົ້າ​ໄປ; ທຳນອງດຽວກັນ ບໍ່ມີ​ສິ່ງໃດ​ທີ່​ຈະ​ຊື້​ເອົາ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ.


ພຣະເຈົ້າຢາເວ​ກ່າວ​ວ່າ, ບັດນີ້ ໃນ​ບາບີໂລນ​ແມ່ນ​ສິ່ງ​ດຽວກັນ​ນັ້ນ ທີ່​ໄດ້​ເກີດຂຶ້ນ​ອີກ ຄື​ພວກເຈົ້າ​ໄດ້​ຖືກ​ຈັບ​ໄປ ແລະ​ບໍ່ໄດ້​ຈ່າຍ​ຫຍັງ​ໃຫ້​ພວກເຈົ້າ. ພຣະເຈົ້າຢາເວ​ກ່າວ​ວ່າ, ຜູ້​ທີ່​ປົກຄອງ​ເໜືອ​ພວກເຈົ້າ​ເວົ້າ​ໂມ້​ທັງ​ໂອ້ອວດ ແລະ​ດູຖູກ​ຫຍໍ້ຫຍັນ​ເຮົາ​ຢູ່​ເປັນ​ປະຈຳ.


ໃນ​ດິນແດນ​ມີ​ແມ່ໝ້າຍ​ຫລາຍກວ່າ ທີ່​ແຄມ​ທະເລ​ມີ​ເມັດຊາຍ. ເຮົາ​ຂ້າ​ຊາວ​ໜຸ່ມ ແລະ​ໃຫ້​ແມ່​ທຸກ​ລະທົມ​ໃຈ ໂດຍ​ຕີ​ພວກເຂົາ​ລົງ​ບຶດດຽວ​ໃຫ້​ລະທົມ​ໃຈ​ຢ້ານ.


ແລະ​ຕາມ​ໜ່ວຍ​ພູ​ໃນ​ຊົນນະບົດ. ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ຢຶດ​ຊັບສົມບັດ​ແລະ​ສິ່ງຂອງ​ທີ່​ພວກເຈົ້າ​ໄດ້​ສະສົມ​ໄວ້​ໄປ​ໝົດ ຍ້ອນ​ການບາບ​ທັງໝົດ​ທີ່​ພວກເຈົ້າ​ໄດ້​ເຮັດ​ໄວ້ ທົ່ວ​ທັງ​ດິນແດນ​ຂອງ​ພວກເຈົ້າ.


ເຮົາ​ຈະ​ໃຫ້​ເຫຼົ່າ​ສັດຕູ​ປຸ້ນ​ເອົາ​ຊັບສົມບັດ ແລະ​ຢຶດ​ຂອງ​ມີຄ່າ​ທັງໝົດ​ໃນ​ເມືອງ​ໄປ; ແມ່ນແຕ່​ຊັບສົມບັດ​ອັນ​ມີ​ຄ່າ​ຂອງ​ບັນດາ​ກະສັດ​ແຫ່ງ​ຢູດາຍ ກໍ​ຈະ​ຖືກ​ຂົນ​ໄປ​ບາບີໂລນ​ໝົດ.


ປະຊາຊົນ​ເຊບາ ແລະ​ຊາວ​ເດດານ ຕະຫລອດ​ທັງ​ພວກ​ພໍ່ຄ້າ​ຈາກ​ເມືອງ​ຕ່າງໆ​ຂອງ​ສະເປນ ຈະ​ຖາມ​ເຈົ້າ​ວ່າ, ‘ເຈົ້າ​ໄດ້​ທ້ອນໂຮມ​ທະຫານ​ໄວ້​ເພື່ອ​ປຸ້ນຈີ້​ບໍ? ເຈົ້າ​ຕັ້ງໃຈ​ຈະ​ເອົາ​ເງິນ​ແລະ​ຄຳ, ຝູງງົວ​ກັບ​ຊັບສິນ ແລະ​ຍົກທັບ​ໜີໄປ​ພ້ອມ​ກັບ​ສິ່ງ​ທີ່​ເຈົ້າ​ປຸ້ນຈີ້​ໄດ້​ນັ້ນ​ບໍ?”’


ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ພວກເຂົາ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ທີ່​ພວກເຂົາ​ກໍ່ສ້າງ​ເອງ ຫລື​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ທີ່​ພວກເຂົາ​ປູກ​ເອງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka