ເຢເຣມີຢາ 15:11 - ພຣະຄຳພີສັກສິ11 ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ຄຳສາບແຊ່ງຂອງພວກເຂົາທັງໝົດກາຍເປັນຈິງ ຖ້າຂ້ານ້ອຍບໍ່ໄດ້ບົວລະບັດຮັບໃຊ້ ພຣະອົງຢ່າງດີ ຖ້າຂ້ານ້ອຍບໍ່ໄດ້ຮ້ອງຂໍກັບພຣະອົງເພື່ອເຫຼົ່າສັດຕູຂອງຂ້ານ້ອຍ ເມື່ອພວກເຂົາເດືອດຮ້ອນ ແລະຕົກຢູ່ໃນຄວາມລຳບາກ. ( Uka jalj uñjjattʼäta |
ແລະເວົ້າວ່າ, “ກະລຸນາເຮັດຕາມທີ່ພວກເຮົາຂໍຮ້ອງເຖີດ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໃຫ້ພວກເຮົາດ້ວຍ. ຈົ່ງພາວັນນາອະທິຖານສຳລັບພວກເຮົາທຸກຄົນທີ່ຍັງມີຊີວິດຢູ່. ຄັ້ງໜຶ່ງນັ້ນ ພວກເຮົາເຄີຍມີຫລາຍຄົນ, ແຕ່ບັດນີ້ພວກເຮົາເຫຼືອຢູ່ພຽງໜ້ອຍຄົນເທົ່ານັ້ນ ດັ່ງທີ່ທ່ານໄດ້ເຫັນນີ້ແຫລະ.