Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 15:10 - ພຣະຄຳພີສັກສິ

10 ຂ້ານ້ອຍ​ນີ້ ຊ່າງ​ເປັນ​ຄົນ​ທີ່​ຂາດ​ຄວາມ​ສຸກໃຈ​ແທ້​ນໍ ເປັນຫຍັງ​ນໍ​ແມ່​ຈຶ່ງ​ເກີດ​ຂ້ານ້ອຍ​ມາ​ຢູ່​ໃນ​ໂລກນີ້? ຂ້ານ້ອຍ​ຈຶ່ງ​ຕ້ອງ​ປາກເວົ້າ​ຜິດຖຽງ ແລະ​ໂຕ້ແຍ້ງ​ກັບ​ທຸກໆ​ຄົນ​ທີ່​ຢູ່​ໃນ​ດິນແດນ​ນີ້. ຂ້ານ້ອຍ​ບໍ່ໄດ້​ໃຫ້​ຜູ້ໃດ​ຢືມ​ເງິນ ຫລື​ຢືມ​ເງິນ​ຈາກ​ຜູ້ໃດ​ເລີຍ, ແຕ່​ປານ​ນັ້ນ​ທຸກຄົນ​ກໍ​ສາບແຊ່ງ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 15:10
32 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ອາຮາບ​ເຫັນ​ເອລີຢາ ເພິ່ນ​ກໍ​ເວົ້າ​ວ່າ, “ເຈົ້າ​ໄລ່​ທັນ​ເຮົາ​ແລ້ວ​ຊັ້ນບໍ ສັດຕູ​ຂອງເຮົາ​ເອີຍ?” ເອລີຢາ​ຕອບ​ວ່າ, “ແມ່ນແລ້ວ ທ່ານ​ໄດ້​ອຸທິດຕົວ​ຢ່າງ​ໝົດສິ້ນ ກະທຳ​ໃນ​ສິ່ງ​ທີ່​ຜິດ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ.


ກະສັດ​ອາຮາບ​ຕອບ​ວ່າ, “ຍັງ​ມີ​ຢູ່​ອີກ​ຄົນ​ໜຶ່ງ​ທີ່​ຈະ​ປຶກສາ​ພຣະເຈົ້າຢາເວ​ໄດ້ ຊື່​ວ່າ​ມີກາອີຢາ ລູກຊາຍ​ຂອງ​ອິມລາ, ແຕ່​ຂ້າພະເຈົ້າ​ກຽດຊັງ​ລາວ​ເພາະ​ລາວ​ບໍ່ເຄີຍ​ທຳນວາຍ​ເລື່ອງ​ດີ​ກ່ຽວກັບ​ຂ້າພະເຈົ້າ​ເລີຍ; ລາວ​ທຳນວາຍ​ແຕ່​ເລື່ອງ​ບໍ່​ດີ​ທັງນັ້ນ.” ກະສັດ​ເຢໂຮຊາຟັດ​ຕອບ​ຄືນ​ວ່າ, “ທ່ານ​ບໍ່ຄວນ​ເວົ້າ​ຢ່າງນັ້ນ.”


ພວກເຂົາ​ພາກັນ​ຢາກ​ສາບແຊ່ງ​ນິນທາ​ຂ້ານ້ອຍ ແຕ່​ພຣະອົງ​ຈະ​ອວຍພອນ​ແກ່​ຂ້ານ້ອຍ​ໄດ້. ຂໍ​ໃຫ້​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ​ພ່າຍແພ້​ໜີໄປ ແລະ​ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ຊົມຊື່ນ​ຍິນດີ​ເຖີດ.


ລາວ​ໃຫ້​ຄົນ​ຢືມ​ເງິນ​ໂດຍ​ບໍ່​ຄິດ​ດອກເບ້ຍ ທັງ​ບໍ່​ຮັບ​ສິນບົນ​ເປັນ​ພະຍານ​ຕໍ່ສູ້​ຄົນ​ບໍ່ມີ​ຜິດ​ດ້ວຍ. ຜູ້​ທີ່​ປະຕິບັດ​ຕາມ​ດັ່ງ​ທີ່​ກ່າວ​ມາ​ນີ້ ກໍ​ຈະ​ໄດ້​ຮັບ​ຄວາມ​ໝັ້ນຄົງ​ຕະຫລອດໄປ.


ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ ກໍ​ມີ​ຫລາຍກວ່າ​ເສັ້ນຜົມ​ທີ່​ຫົວ​ຂອງ​ຂ້ານ້ອຍ. ສັດຕູ​ຂອງ​ຂ້ານ້ອຍ​ຫາ​ເລື່ອງ​ໃສ່​ໂດຍ​ເວົ້າຕົວະ ພວກເຂົາ​ແຂງແຮງ​ຫລາຍ​ໝາຍ​ທີ່​ຈະ​ທຳລາຍ. ສິ່ງທີ່​ຂ້ານ້ອຍ​ບໍ່ໄດ້​ລັກ​ຫລື​ໂລບ​ເອົາ​ໄປ ຊໍ້າ​ຖືກ​ບັງຄັບ​ໃຫ້​ສົ່ງ​ຄືນ​ສິ່ງນັ້ນ.


ຖ້າ​ເຈົ້າ​ໃຫ້​ປະຊາຊົນ​ຜູ້​ຍາກຈົນ​ຂອງເຮົາ​ຢືມ​ເງິນ ຢ່າ​ເຮັດ​ຄື​ວ່າ​ຕົນ​ເປັນ​ເຈົ້າໜີ້ ແລະ​ຮຽກຮ້ອງ​ເອົາ​ດອກເບ້ຍ​ນຳ​ພວກເຂົາ.


ຄຳ​ປ້ອຍດ່າ​ອາດ​ທຳຮ້າຍ​ຄົນ ເວັ້ນເສຍ​ແຕ່​ຕົນ​ສົມຄວນ​ໄດ້​ຮັບ. ມັນ​ເປັນ​ດັ່ງ​ນົກ​ທີ່​ບິນ​ເວີ່ນ​ໄປມາ​ໂດຍ​ຫາ​ບ່ອນງອຍ​ບໍ່ໄດ້.


ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ກຳແພງ​ທອງສຳຣິດ ອັນ​ແຂງແກ່ນ​ສຳລັບ​ພວກເຂົາ. ພວກເຂົາ​ຈະ​ຕໍ່ສູ້​ເຈົ້າ ແຕ່​ພວກເຂົາ​ຈະ​ບໍ່​ຊະນະ​ເຈົ້າ​ໄດ້​ຈັກເທື່ອ. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ໃຫ້​ປອດໄພ.


ຢ່າ​ຄິດ​ເອົາ​ດອກເບ້ຍ​ນຳ​ລາວ​ເລີຍ ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງເຈົ້າ​ແລະ​ໃຫ້​ລາວ​ອາໄສ​ຢູ່​ໃກ້​ພວກເຈົ້າ.


ຢ່າ​ໃຫ້​ລາວ​ຈ່າຍ​ດອກເບ້ຍ​ເງິນ​ທີ່​ພວກເຈົ້າ​ໃຫ້​ລາວ​ຢືມ ແລະ​ຢ່າ​ເອົາ​ກຳໄລ​ຈາກ​ອາຫານ ທີ່​ພວກເຈົ້າ​ຂາຍ​ໃຫ້​ລາວ​ກິນ.


ເປັນຫຍັງ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ເຫັນ​ຄວາມ​ເດືອດຮ້ອນ​ເຊັ່ນນີ້? ພຣະອົງ​ທົນ​ເບິ່ງ​ການກະທຳ​ອັນ​ຊົ່ວຊ້າ​ເຊັ່ນນີ້​ໄດ້​ຢ່າງໃດ? ການທຳລາຍ ແລະ​ການ​ທາລຸນ​ອ້ອມຮອບ​ຂ້ານ້ອຍ​ຢູ່ ທັງ​ການ​ສູ້ຮົບ​ຕະຫລອດ​ການ​ວິວາດກັນ​ກໍ​ມີ​ຢູ່​ທຸກແຫ່ງ​ທຸກຫົນ.


ເມື່ອນັ້ນ ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ທໍລະມານ ແລະ​ຖືກ​ນຳ​ໄປ​ປະຫານ​ຊີວິດ ຄົນ​ທຸກ​ຊາດ​ຈະ​ກຽດຊັງ​ພວກເຈົ້າ ເພາະ​ເຫັນ​ແກ່​ນາມຊື່​ຂອງເຮົາ.


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ເຈົ້າ ແລະ​ພາວັນນາ​ອະທິຖານ​ເພື່ອ​ຜູ້​ທີ່​ຂົ່ມເຫັງ​ເຈົ້າ,


ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ​ກ່າວ​ກັບ​ມາຣີ​ແມ່​ຂອງ​ພຣະ​ກຸມມານ​ນັ້ນ​ວ່າ, “ພຣະເຈົ້າ​ໄດ້​ເລືອກ​ເດັກ​ຄົນ​ນີ້​ໄວ້ ເພື່ອ​ເປັນ​ເຫດ​ໃຫ້​ຫລາຍ​ຄົນ ໃນ​ຊາດ​ອິດສະຣາເອນ​ລົ້ມ​ລົງ ແລະ​ລຸກ​ຂຶ້ນ​ໃໝ່ ເປັນ​ໝາຍສຳຄັນ​ທີ່​ຫລາຍ​ຄົນ​ຈະ​ເວົ້າ​ຕໍ່ຕ້ານ


“ພວກເຈົ້າ​ກໍ​ເປັນ​ສຸກຫຼາຍ ເມື່ອ​ຄົນ​ທັງຫລາຍ​ກຽດຊັງ​ພວກເຈົ້າ, ຂັບໄລ່​ພວກເຈົ້າ​ໃຫ້​ໜີໄປ, ຕິຕຽນ​ນິນທາ​ພວກເຈົ້າ ແລະ​ປະຕິເສດ​ຊື່​ຂອງ​ພວກເຈົ້າ​ວ່າ​ຊົ່ວ ເພາະ​ພວກເຈົ້າ​ເຫັນ​ແກ່​ບຸດ​ມະນຸດ.


ແຕ່​ພວກເຮົາ​ຕ້ອງການ​ຢາກ​ໄດ້ຍິນ​ຄວາມ​ຄິດເຫັນ​ຂອງທ່ານ ເພາະ​ພວກເຮົາ​ຮູ້​ວ່າ ຝ່າຍ​ນິກາຍ​ນີ້​ຖືກ​ຂັດຂວາງ​ຢູ່​ທຸກທີ່​ທຸກບ່ອນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka