Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 15:1 - ພຣະຄຳພີສັກສິ

1 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 15:1
32 Jak'a apnaqawi uñst'ayäwi  

ມື້​ຕໍ່ມາ ຕັ້ງແຕ່​ເຊົ້າໆ ອັບຣາຮາມ​ຟ້າວ​ໄປ​ບ່ອນ​ທີ່​ເພິ່ນ​ໄດ້​ພົບ​ພຣະເຈົ້າຢາເວ​ນັ້ນ.


ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ຊາດ​ອິດສະຣາເອນ​ທັງໝົດ ໂດຍ​ລົງໂທດ​ແລະ​ມອບ​ພວກເຂົາ​ໄວ້​ໃນ​ກຳມື​ຂອງ​ເຫຼົ່າ​ສັດຕູ​ຜູ້​ໂຫດຫ້ຽມ ຈົນ​ໃນທີ່ສຸດ ພຣະອົງ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ.


ເມື່ອ​ພຣະອົງ​ບອກ​ວ່າ ພຣະອົງ​ຈະ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ ໂມເຊ​ຄົນ​ທີ່​ຊົງ​ໄດ້​ເລືອກເອົາ​ກໍ​ລຸກ​ຂຶ້ນ​ຂັດຄ້ານ​ໄວ້. ເພິ່ນ​ໄດ້​ຢັບຢັ້ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ໂດຍ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ຖືກ​ທຳລາຍ.


ທັງ​ໂມເຊ​ແລະ​ອາໂຣນ​ຕ່າງ​ກໍ​ເປັນ​ປະໂຣຫິດ ແລະ​ຊາມູເອນ​ກໍໄດ້​ເປັນ​ຜູ້ໜຶ່ງ​ທີ່​ພາວັນນາ​ອະທິຖານ​ຕໍ່​ນາມຊື່​ຂອງ​ພຣະອົງ, ຕ່າງ​ກໍໄດ້​ຮ້ອງຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍຊູ ຝ່າຍ​ພຣະອົງ​ກໍໄດ້​ຕອບ​ພວກເພິ່ນ.


ກະສັດ​ພໍໃຈ​ນຳ​ຂ້າຣາຊການ​ທີ່​ມີ​ຄວາມ​ສາມາດ, ແຕ່​ຜູ້​ທີ່​ຫລົ້ມເຫລວ​ຈະ​ຖືກ​ລົງໂທດ.


ເພາະ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ, “ເຮົາ​ກຳລັງ​ຈະ​ໂຍນ​ພວກເຈົ້າ​ອອກໄປ​ຈາກ​ດິນແດນ​ນີ້; ເຮົາ​ກຳລັງ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ ຈົນ​ບໍ່ມີ​ຜູ້ໃດ​ເຫລືອຢູ່.”


ເຢເຣມີຢາ​ເອີຍ ເຈົ້າ​ຢ່າ​ພາວັນນາ​ອະທິຖານ ຫລື​ຂໍຮ້ອງ​ນຳ​ເຮົາ​ເພື່ອ​ປະຊາຊົນ​ເຫຼົ່ານີ້​ເລີຍ. ເມື່ອ​ພວກເຂົາ​ຕົກທຸກ​ໄດ້ຍາກ ແລະ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ພວກເຂົາ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ສູ່​ພາວັນນາ​ອະທິຖານ​ເພື່ອ​ຄົນ​ເຫຼົ່ານີ້.


ຖ້າ​ພວກເຂົາ​ຖືສິນ​ອົດອາຫານ ເຮົາ​ກໍ​ຈະ​ບໍ່​ຟັງ​ພວກເຂົາ​ຮ້ອງໄຫ້​ຂໍ​ຄວາມ​ຊ່ວຍເຫລືອ; ແລະ​ຖ້າ​ພວກເຂົາ​ເຜົາ​ສັດ​ບູຊາ​ແລະ​ຖວາຍ​ອາຫານ​ແກ່​ເຮົາ ເຮົາ​ກໍ​ຈະ​ບໍ່​ພໍໃຈ​ກັບ​ພວກເຂົາ ແຕ່​ເຮົາ​ຈະ​ຂ້າ​ພວກເຂົາ​ໃນ​ສົງຄາມ ໃນ​ການ​ອຶດຕາຍ ແລະ​ໃນ​ການ​ເຈັບໄຂ້​ໄດ້ປ່ວຍ.”


ກ່ຽວກັບ​ຄຳຖາມ​ນີ້​ພຣະເຈົ້າຢາເວ​ຕອບ​ຄືນ​ວ່າ, “ຖ້າ​ເຈົ້າ​ກັບ​ມາ ເຮົາ​ກໍ​ຈະ​ຮັບ​ເອົາ​ເຈົ້າ​ເປັນ​ຜູ້ຮັບໃຊ້​ຂອງເຮົາ​ອີກ. ຖ້າ​ເຈົ້າ​ບໍ່​ເວົ້າ​ສິ່ງ​ທີ່​ບໍ່​ເປັນ​ປະໂຫຍດ ແລະ​ປະກາດ​ແຕ່​ຖ້ອຍຄຳ​ຂອງເຮົາ ເຈົ້າ​ກໍ​ຈະ​ໄດ້​ເປັນ​ຜູ້ທຳນວາຍ​ຂອງເຮົາ​ອີກ. ປະຊາຊົນ​ຈະ​ກັບຄືນ​ມາ​ຫາ​ເຈົ້າ ແລະ​ເຈົ້າ​ບໍ່​ຕ້ອງ​ໄປ​ຫາ​ພວກເຂົາ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ໂຍນ​ພວກເຈົ້າ​ອອກ​ຈາກ​ດິນແດນ​ນີ້ ເຂົ້າ​ໄປ​ໃນ​ດິນແດນ​ໜຶ່ງ ທີ່​ທັງ​ພວກເຈົ້າ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ ບໍ່ເຄີຍ​ຮູ້ຈັກ​ມາກ່ອນ. ຢູ່​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ບັນດາ​ພະອື່ນ​ທັງເວັນ​ທັງຄືນ ແລະ​ເຮົາ​ຈະ​ບໍ່​ເມດຕາ​ພວກເຈົ້າ​ເລີຍ.”’


ເພາະ​ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ເຈົ້າ​ບໍ່​ຕ້ອງ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ກຳລັງ​ໄວ້ທຸກ. ຢ່າ​ໂສກເສົ້າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ. ເຮົາ​ຈະ​ບໍ່​ອວຍພອນ​ປະຊາຊົນ​ຂອງເຮົາ​ໃຫ້​ມີ​ສັນຕິສຸກ ຫລື​ສະແດງ​ຄວາມຮັກ​ແລະ​ເມດຕາ​ແກ່​ພວກເຂົາ​ຕໍ່ໄປ​ອີກ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ.


ພວກເຂົາ​ຈະ​ເຮັດ​ການຮ້າຍ​ຕອບແທນ​ການດີ​ຊັ້ນບໍ? ດ້ວຍວ່າ, ພວກເຂົາ​ຍັງ​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ​ຢູ່. ໂຜດ​ລະນຶກເຖິງ​ຂ້ານ້ອຍ​ທີ່​ໄດ້​ມາ​ຫາ​ພຣະອົງ ແລະ​ເວົ້າ​ສຳລັບ​ພວກເຂົາ ເພື່ອ​ພຣະອົງ​ຈະ​ບໍ່ໄດ້​ກະທຳ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ໂກດຮ້າຍ.


ຂ້າພະເຈົ້າ​ຖາມ​ວ່າ, “ກະສັດ​ເຢໂຮຍອາກິນ​ຜູ້​ນີ້​ເປັນ​ດັ່ງ​ໝໍ້​ແຕກ ທີ່​ຖືກ​ໂຍນ​ຖິ້ມ ແລະ​ບໍ່ມີ​ຜູ້ໃດ​ຕ້ອງການ​ນັ້ນ​ບໍ? ດ້ວຍເຫດນັ້ນ ລາວ​ເອງ​ແລະ​ລູກ​ຂອງ​ລາວ​ຈຶ່ງ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ດິນແດນ​ໜຶ່ງ ຊຶ່ງ​ພວກເຂົາ​ບໍ່​ຮູ້ຈັກ​ແມ່ນ​ຫລືບໍ່?”


ແນ່ນອນ​ເຮົາ​ຈະ​ຢິບ​ຜູ້​ນັ້ນ​ຂຶ້ນ ແລະ​ໂຍນ​ພວກເຂົາ​ໃຫ້​ໜີໄປ​ໄກ​ຈາກ​ເຮົາ ລວມທັງ​ພວກເຂົາ​ແລະ​ນະຄອນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ ແລະ​ບັນພະບຸລຸດ​ຂອງ​ພວກເຂົາ​ດ້ວຍ.


ສະນັ້ນ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ສັນຍາ​ວ່າ, ‘ໂຢນາດາບ​ລູກຊາຍ​ເຣກາບ​ຈະ​ມີ​ເຊື້ອສາຍ​ເປັນ​ເພດ​ຊາຍ ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ.”’


ພຣະເຈົ້າຢາເວ​ໂກດຮ້າຍ​ຕໍ່​ຊາວ​ເຢຣູຊາເລັມ ແລະ​ຢູດາ ຈົນ​ພຣະອົງ​ໄດ້​ເນລະເທດ​ພວກເຂົາ​ໜີໄປ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງ​ພຣະອົງ. ເຈົ້າ​ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ


ຈົ່ງ​ຟັງ​ສຽງ​ຮ້ອງໄຫ້​ທີ່​ເທິງ​ພູເຂົາ​ຊີໂອນ​ວ່າ, “ພວກເຮົາ​ຖືກ​ອັບອາຍ​ທີ່ສຸດ ໄພພິບັດ​ມາຮອດ ພວກເຮົາ​ຈຳ​ຕ້ອງ​ໜີ​ຈາກ​ດິນແດນ​ຂອງ​ພວກເຮົາ​ໄປ ບ້ານເຮືອນ​ຂອງ​ພວກເຮົາ​ກໍ​ຖືກ​ທຳລາຍ​ລົງ​ກ້ຽງ.”


ເຖິງ​ແມ່ນ​ວ່າ​ສາມ​ຄົນ​ນີ້ ຄື​ໂນອາ, ດາເນນ, ແລະ​ໂຢບ​ອາໄສ​ຢູ່​ທີ່​ນັ້ນ​ກໍຕາມ; ຄຸນງາມ​ຄວາມດີ​ຂອງ​ພວກເຂົາ​ກໍ​ຊ່ວຍ​ໄດ້​ແຕ່​ຊີວິດ​ຂອງ​ພວກເຂົາ​ເອງ​ເທົ່ານັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ໄດ້​ຊອກ​ຫາ​ບາງຄົນ​ທີ່​ສາມາດ​ກໍ່​ກຳແພງ​ຂຶ້ນ ຄື​ຜູ້​ທີ່​ສາມາດ​ຢືນ​ຢູ່​ໃນ​ບ່ອນ​ກຳແພງ​ເພພັງ ແລະ​ປ້ອງກັນ​ດິນແດນ ເມື່ອ​ຄວາມ​ໂກດຮ້າຍ​ຂອງເຮົາ​ມາ​ທຳລາຍ​ເມືອງ ແຕ່​ເຮົາ​ກໍ​ຫາ​ບໍ່ໄດ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຄວາມ​ຊົ່ວຊ້າ​ທຸກຢ່າງ​ຂອງ​ພວກເຂົາ​ເລີ່ມຕົ້ນ​ທີ່​ເມືອງ​ກິນການ. ແມ່ນ​ບ່ອນ​ນັ້ນ​ແຫຼະ ທີ່​ເຮົາ​ເລີ່ມຕົ້ນ​ກຽດຊັງ​ພວກເຂົາ. ຍ້ອນ​ຄວາມ​ບາບ​ທີ່​ພວກເຂົາ​ເຮັດ​ນັ້ນ ເຮົາ​ຈະ​ຂັບໄລ່​ພວກເຂົາ​ໃຫ້​ອອກ​ໄປ​ຈາກ​ດິນແດນ​ຂອງເຮົາ. ເຮົາ​ຈະ​ບໍ່​ຮັກ​ພວກເຂົາ​ອີກ​ຕໍ່ໄປ; ຜູ້ນຳ​ທັງໝົດ​ຂອງ​ພວກເຂົາ​ໄດ້​ກະບົດ​ຕໍ່ສູ້​ເຮົາ.


ເຢຊູອາ​ກໍ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ໃນ​ທີ່ນັ້ນ ໂດຍ​ນຸ່ງ​ເສື້ອຜ້າ​ອັນ​ເປິເປື້ອນ.


ຂ້າພະເຈົ້າ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, ‘ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ເອີຍ ຢ່າ​ໄດ້​ທຳລາຍ​ປະຊາຊົນ​ທີ່​ເປັນ​ຂອງ​ພຣະອົງ​ເລີຍ ຄື​ປະຊາຊົນ​ທີ່​ພຣະອົງ​ໄດ້​ຊົງໄຖ່​ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ພຣະອົງ​ໄດ້​ນຳພາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ດ້ວຍ​ພຣະຫັດ​ອັນ​ຊົງ​ຣິດເດດ.


ເພາະວ່າ ພຣະຄຣິດ​ບໍ່ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຖານ​ສັກສິດ ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ​ຕາມ​ແບບຢ່າງ​ໃນ​ສະຫວັນ ແຕ່​ເວລາ​ນີ້ ພຣະອົງ​ໄດ້​ສະເດັດ​ເຂົ້າ​ໄປ​ໃນ​ສະຫວັນ ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ​ແທນ​ພວກເຮົາ.


ຈິດໃຈ​ຂອງຂ້ອຍ​ແມ່ນ​ຢູ່​ນຳ​ພວກ​ບັນຊາການ ທະຫານ​ແລະ​ປະຊາຊົນ​ອິດສະຣາເອນ​ພຸ້ນ ຄື​ພວກ​ທີ່​ອາສາ​ສະໝັກ​ສູ້ຮົບ​ດ້ວຍ​ຄວາມ​ຍິນດີ ຈົ່ງ​ຍ້ອງຍໍ​ສັນລະເສີນ ພຣະເຈົ້າຢາເວ​ເຖີດ


ພວກເຂົາ​ໄດ້​ເວົ້າ​ກັບ​ຊາມູເອນ​ວ່າ, “ທ່ານເອີຍ ກະລຸນາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ​ສຳລັບ​ພວກ​ຜູ້ຮັບໃຊ້​ຂອງ​ທ່ານ​ແດ່ ເພື່ອ​ພວກ​ຂ້ານ້ອຍ​ຈະ​ບໍ່​ຕາຍ. ບັດນີ້ ພວກ​ຂ້ານ້ອຍ​ຮູ້​ແລ້ວ​ວ່າ ນອກຈາກ​ການບາບ​ອື່ນໆ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ແລ້ວ ພວກ​ຂ້ານ້ອຍ​ຍັງ​ໄດ້​ເຮັດ​ບາບ​ອີກ​ທີ່​ໄດ້ຂໍ​ເອົາ​ກະສັດ.”


ສ່ວນ​ຂ້າພະເຈົ້າ ພຣະເຈົ້າຢາເວ​ໄດ້​ຫ້າມ​ຂ້າພະເຈົ້າ​ບໍ່​ໃຫ້​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ເພາະ​ການ​ຢຸດ​ເຊົາ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ​ນັ້ນ ເປັນ​ການ​ຜິດ​ຕໍ່​ພຣະອົງ; ແຕ່​ຂ້າພະເຈົ້າ​ຈະ​ສັ່ງສອນ​ພວກເຈົ້າ​ໃຫ້​ຮູ້​ສິ່ງ​ດີ​ແລະ​ສິ່ງ​ທີ່​ຖືກຕ້ອງ.


ຊາມູເອນ​ຂ້າ​ແກະໜຸ່ມ​ໂຕໜຶ່ງ ແລະ​ເຜົາ​ທັງ​ໂຕ​ຖວາຍ​ແກ່​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍໄດ້​ພາວັນນາ​ອະທິຖານ​ຂໍ​ພຣະເຈົ້າຢາເວ​ໂຜດ​ຊ່ວຍເຫລືອ​ຊາດ​ອິດສະຣາເອນ ແລະ​ພຣະເຈົ້າຢາເວ​ກໍໄດ້​ຕອບ​ຄຳພາວັນນາ​ອະທິຖານ​ຂອງເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka