Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 14:9 - ພຣະຄຳພີສັກສິ

9 ເປັນຫຍັງ​ຈຶ່ງ​ເປັນ​ດັ່ງ​ຄົນ​ທີ່​ຫລອນເຮັດ​ຫລອນທຳ ດັ່ງ​ທະຫານ​ທີ່​ຂາດ​ກຳລັງ​ຊ່ວຍເຫລືອ​ຜູ້ໃດ​ບໍ່ໄດ້? ຂ້າແດ່​ພຣະເຈົ້າຢາເວ ແນ່ນອນ​ພຣະອົງ​ສະຖິດ​ຢູ່​ນຳ ພວກ​ຂ້ານ້ອຍ​ເປັນ​ຂອງ​ພຣະອົງ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ເລີຍ.”’

Uka jalj uñjjattʼäta Copia luraña




ເຢເຣມີຢາ 14:9
31 Jak'a apnaqawi uñst'ayäwi  

ຖ້າ​ປະຊາຊົນ​ຂອງ​ເຮົາ​ຜູ້​ທີ່​ພວກເຂົາ​ເອີ້ນກັນ​ໂດຍ​ຊື່​ຂອງ​ເຮົາ​ຖ່ອມ​ຕົວລົງ, ພາວັນນາ​ອະທິຖານ, ຊອກຫາ​ໜ້າ​ເຮົາ ພ້ອມ​ທັງ​ກັບໃຈ​ໃໝ່ ແລະ​ຫັນໜີ​ຈາກ​ຄວາມຊົ່ວ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່; ແລ້ວ​ທີ່​ສະຫວັນ ເຮົາ​ກໍ​ຈະ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ, ໃຫ້​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮັດ​ໃຫ້​ດິນແດນ​ຂອງ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ໃໝ່.


ຂ້າແດ່​ພຣະເຈົ້າຢາເວ ເຫດໃດ​ພຣະອົງ​ຈຶ່ງ​ຢູ່​ຫ່າງໄກ? ແລະ​ຫລົບຊ່ອນ​ພຣະອົງ​ເມື່ອ​ພວກ​ຂ້ານ້ອຍ​ຍາກ​ລຳບາກ?


ຂໍ​ແຕ່​ພຣະອົງ​ຢ່າ​ປິ່ນໜ້າ​ໜີ​ຈາກ​ຂ້ານ້ອຍ​ເລີຍ. ຂໍ​ຢ່າ​ຄຽດ ແລະ​ໄລ່​ຜູ້ຮັບໃຊ້​ຂອງ​ພຣະອົງ​ໜີໄປ ພຣະອົງ​ເຄີຍ​ເປັນ​ຜູ້​ຊ່ວຍເຫຼືອ​ເອົາ​ຂ້ານ້ອຍ​ໄວ້ ຂໍ​ຢ່າ​ໜີ​ຈາກ​ແລະ​ຢ່າ​ປະ​ປ່ອຍ​ຂ້ານ້ອຍ​ໄປ​ເລີຍ ໂອ ຂ້າແດ່​ພຣະເຈົ້າ ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ.


ພຣະເຈົ້າ​ຢູ່​ໃນ​ນະຄອນ​ນັ້ນ ແລະ​ນະຄອນ​ນັ້ນ​ຈະ​ບໍ່​ຖືກ​ທຳລາຍ​ເລີຍ ພຣະເຈົ້າ​ຈະ​ມາ​ຊ່ວຍ​ເມືອງ​ນີ້​ໄວ້​ໃນ​ຕອນເຊົ້າ​ມືດ.


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ຄື​ທຸກຄົນ​ທີ່​ຖືກເອີ້ນ​ຕາມ​ນາມຊື່​ຂອງເຮົາ ແລະ​ທີ່​ເຮົາ​ໄດ້ສ້າງ​ພວກເຂົາ​ເພື່ອ​ເຜີຍ​ສະຫງ່າຣາສີ​ຂອງ​ເຮົາ, ທີ່​ເຮົາ​ໄດ້ສ້າງ​ແລະ​ໄດ້​ກະທຳ​ໄວ້.”


ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ຕື່ນ​ຂຶ້ນ​ຊ່ວຍເຫຼືອ​ພວກ​ຂ້ານ້ອຍ​ແດ່ ຈົ່ງ​ໃຊ້​ຣິດທານຸພາບ​ຊ່ວຍຊູ​ແດ່ທ້ອນ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໃນ​ສະໄໝ​ບູຮານ ພຣະອົງ​ໄດ້​ຕັດ​ຣາຮາບ ໃນ​ທະເລ​ຂາດ​ເປັນ​ຕ່ອນໆ.


ຢ່າ​ໄດ້​ຄິດວ່າ​ພຣະເຈົ້າຢາເວ​ອ່ອນແອ​ເກີນໄປ ທີ່​ຈະ​ຊ່ວຍຊູ​ພວກເຈົ້າ​ໃຫ້​ພົ້ນ ຫລື​ວ່າ​ພຣະອົງ​ຫູຕຶງ​ໂພດ ທີ່​ຈະ​ໄດ້ຍິນ​ຄຳຮ້ອງຂໍ​ຄວາມ​ຊ່ວຍເຫລືອ


ພຣະອົງ​ເຮັດ​ຕໍ່​ພວກ​ຂ້ານ້ອຍ ດັ່ງ​ບໍ່ແມ່ນ​ຜູ້ປົກຄອງ​ຂອງ​ພວກ​ຂ້ານ້ອຍ ແລະ​ດັ່ງ​ພວກ​ຂ້ານ້ອຍ​ບໍ່ແມ່ນ​ປະຊາຊົນ​ຂອງ​ພຣະອົງ​ເລີຍ.


ພຣະອົງ​ໄດ້​ກ່າວ​ແກ່​ຂ້ານ້ອຍ ແລະ​ຂ້ານ້ອຍ​ກໍໄດ້​ເຊື່ອຟັງ​ພຣະອົງ​ທຸກ​ຖ້ອຍຄຳ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂ້ານ້ອຍ​ເປັນ​ຂອງ​ພຣະອົງ; ສະນັ້ນ ຖ້ອຍຄຳ​ຂອງ​ພຣະອົງ​ຈຶ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຂ້ານ້ອຍ ເຕັມ​ລົ້ນ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ​ແລະ​ຄວາມ​ສຸກໃຈ.


ພຣະເຈົ້າ​ຂອງ​ພວກເຂົາ ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ປະຖິ້ມ​ອິດສະຣາເອນ​ແລະ​ຢູດາ ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ກໍຕາມ.


ຈົ່ງ​ຟັງ​ສຽງ​ທີ່​ມາ​ຈາກ​ດິນແດນ​ທີ່​ຫ່າງໄກ ຂ້ານ້ອຍ​ໄດ້ຍິນ​ປະຊາຊົນ​ພາກັນ​ຮ້ອງໄຫ້​ວ່າ, “ພຣະເຈົ້າຢາເວ​ບໍ່ໄດ້​ສະຖິດ​ຢູ່​ໃນ​ຊີໂອນ​ຕໍ່ໄປ​ບໍ? ກະສັດ​ແຫ່ງ​ຊີໂອນ​ບໍ່ໄດ້​ຢູ່​ໃນ​ທີ່ນັ້ນ​ຕໍ່ໄປ​ຫລືນີ້?” ພຣະອົງ​ຄື​ກະສັດ​ຂອງ​ພວກເຂົາ ໂຕ້ຕອບ​ຄືນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ນໍ? ໂດຍ​ພາກັນ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ກົ້ມຂາບ​ພະ​ຕ່າງຊາດ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ?”


ເຫດໃດ​ຈຶ່ງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ຢ່າງ​ດົນນານ? ພຣະອົງ​ຈະ​ບໍ່​ຈົດຈຳພວກ​ຂ້ານ້ອຍ​ເລີຍ​ບໍ?


ລວງຍາວ​ທັງໝົດ​ຂອງ​ກຳແພງ​ທັງ​ສີ່​ດ້ານ​ຂອງ​ນະຄອນ ມີ​ເກົ້າພັນ​ແມັດ. ຕັ້ງແຕ່​ນີ້​ຕໍ່ໄປ​ຊື່​ຂອງ​ນະຄອນ​ນີ້​ແມ່ນ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ທີ່ນີ້.”


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຕ້ອງ​ຮ້ອງ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ​ດົນ​ປານໃດ ກ່ອນ​ພຣະອົງ​ຈະ​ສະດັບ​ຮັບ​ຟັງ​ຂ້ານ້ອຍ ກ່ອນ​ທີ່​ພຣະອົງ​ຈະ​ຊ່ວຍຊູ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ການ​ທາລຸນ?


ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ພຣະອົງ​ເອງ​ຈະ​ເປັນ​ກຳແພງ​ໄຟ​ອ້ອມ​ເພື່ອ​ປົກປ້ອງ​ນະຄອນ​ນີ້​ໄວ້ ແລະ​ພຣະອົງ​ຈະ​ສະຖິດ​ຢູ່​ໃນ​ທີ່ນັ້ນ ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ກັບຄືນ​ມາ​ຢູ່​ຊີໂອນ, ແລະ​ສະຖິດ​ໃນ​ທ່າມກາງ​ນະຄອນ​ເຢຣູຊາເລັມ ນະຄອນ​ເຢຣູຊາເລັມ​ຈະ​ມີ​ຊື່​ວ່າ​ນະຄອນ​ແຫ່ງ​ຄວາມສັດຊື່. ແລະ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ເປັນ​ທີ່​ເອີ້ນ​ວ່າ​ພູເຂົາ​ສັກສິດ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຄິດ​ວ່າ​ອຳນາດ​ຂອງ​ພຣະເຈົ້າຢາເວ​ມີ​ຂອບເຂດ​ຈຳກັດ​ຊັ້ນບໍ? ໃນ​ບໍ່​ຊ້າ​ນີ້ ເຈົ້າ​ຈະ​ໄດ້​ເຫັນ​ວ່າ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄປ​ນັ້ນ​ຈະ​ເກີດຂຶ້ນ​ແທ້​ຫລື​ບໍ່.”


ເພື່ອ​ຄົນອື່ນໆ​ຈະ​ໄດ້ ສະແຫວງ​ຫາ​ອົງພຣະ​ຜູ້​ເປັນເຈົ້າ ຄື​ບັນດາ​ຕ່າງຊາດ​ທີ່​ເຮົາ​ໄດ້​ເອີ້ນ​ມາ ເປັນ​ພົນລະເມືອງ​ຂອງເຮົາ​ນັ້ນ.


ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”


ຈົ່ງ​ຮັກສາ​ຄ້າຍພັກ​ຂອງ​ພວກເຈົ້າ​ໃຫ້​ປາສະຈາກ​ມົນທິນ​ຕາມ​ກົດບັນຍັດ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສະຖິດ​ຢູ່​ໃນ​ຄ້າຍ​ນັ້ນ​ເພື່ອ​ຄຸ້ມຄອງ​ພວກເຈົ້າ ແລະ​ໃຫ້​ພວກເຈົ້າ​ມີ​ໄຊຊະນະ​ຕໍ່​ຂ້າເສິກ​ສັດຕູ. ຢ່າ​ເຮັດ​ສິ່ງໃດ​ສິ່ງໜຶ່ງ​ທີ່​ໜ້າ​ເປິເປື້ອນ ຊຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ປິ່ນ​ໜ້າ​ໜີ​ຈາກ​ພວກເຈົ້າ.”


ແລ້ວ​ທຸກ​ຊົນຊາດ​ເທິງ​ແຜ່ນດິນ​ໂລກ​ກໍ​ຈະ​ເຫັນ​ວ່າ ພວກເຈົ້າ​ເປັນ​ທີ່​ເອີ້ນ​ໂດຍ​ນາມຊື່​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ຢ້ານກົວ​ພວກເຈົ້າ.


ຈົ່ງ​ໃຫ້​ການ​ດຳເນີນ​ຊີວິດ​ຂອງ​ພວກເຈົ້າ ເວັ້ນ​ຈາກ​ການ​ຮັກເງິນ​ຮັກຄຳ. ຈົ່ງ​ພໍໃຈ​ໃນ​ສິ່ງ​ທີ່​ຕົນ​ມີ​ຢູ່ ເພາະ​ພຣະເຈົ້າ​ເອງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ປະ​ເຈົ້າ ຫລື​ຖິ້ມ​ເຈົ້າ​ເສຍ​ຈັກເທື່ອ.”


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ພຣະເຈົ້າຢາເວ​ຈະ​ບໍ່​ປະຖິ້ມ​ພວກ​ຂອງ​ພຣະອົງ ໂດຍ​ເຫັນ​ແກ່​ນາມຊື່​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ຮັບ​ເອົາ​ພວກເຈົ້າ ເປັນ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka