Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 14:7 - ພຣະຄຳພີສັກສິ

7 ປະຊາຊົນ​ຂອງເຮົາ​ນັ້ນ​ຕ່າງ​ກໍ​ຮ້ອງ​ຫາ​ເຮົາ​ວ່າ, ‘ແມ່ນ​ການບາບ​ທີ່​ກ່າວໂທດ​ໃສ່​ພວກ​ຂ້ານ້ອຍ ແຕ່​ໂຜດ​ຊ່ວຍ​ໃຫ້​ພົ້ນ​ດ້ວຍ ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີ​ຫລາຍ​ເທື່ອ​ຈາກ​ພຣະອົງ ພວກ​ຂ້ານ້ອຍ​ກະທຳ​ບາບ​ຕໍ່ສູ້​ພຣະອົງ​ສາ​ແລ້ວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 14:7
30 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ຍຸດຕິທຳ, ແຕ່​ພຣະອົງ​ກໍ​ປ່ອຍ​ພວກ​ຂ້ານ້ອຍ​ໃຫ້​ຍັງ​ມີ​ຊີວິດ​ຢູ່. ພວກ​ຂ້ານ້ອຍ​ຂໍ​ສາລະພາບ​ຄວາມຜິດ​ຂອງ​ພວກ​ຂ້ານ້ອຍ​ຕໍ່​ພຣະອົງ; ພວກ​ຂ້ານ້ອຍ​ບໍ່ມີ​ສິດ​ຫຍັງ​ທີ່​ຈະ​ເຂົ້າ​ມາ​ຢູ່​ຊ້ອງໜ້າ​ພຣະອົງ.”


ຂ້າແດ່​ພຣະເຈົ້າຢາເວ ຂໍ​ກຽດສັກສີ​ຈົ່ງ​ເປັນ​ຂອງ​ພຣະອົງ​ພຽງແຕ່​ເທົ່ານັ້ນ ບໍ່​ເປັນ​ຂອງ​ພວກ​ຂ້ານ້ອຍ​ເລີຍ ກໍ​ເພາະ​ຄວາມຮັກ​ອັນ​ໝັ້ນຄົງ ແລະ​ຄວາມ​ສັດຈິງ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນີ້​ມີ​ບາບ​ຫລາຍ ຂໍ​ຊົງ​ໂຜດ​ຮັກສາ​ພຣະສັນຍາ​ແລະ​ອະໄພ​ບາບກຳ​ໃຫ້​ດ້ວຍ.


ຂ້າແດ່​ພຣະເຈົ້າ​ແຫ່ງ​ຄວາມພົ້ນ​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ພວກ​ຂ້ານ້ອຍ ເພື່ອ​ເຫັນແກ່​ສະຫງ່າຣາສີ​ແຫ່ງ​ພຣະນາມ​ຂອງ​ພຣະອົງ. ຂໍ​ຊ່ວຍກູ້​ເອົາ​ພວກ​ຂ້ານ້ອຍ​ແລະ​ອະໄພ​ບາບ​ໃຫ້​ແດ່ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ພຣະອົງ.


ສິ່ງ​ທີ່​ເຮົາ​ເຮັດ​ແມ່ນ​ເພື່ອ​ເຫັນ​ແກ່​ເຮົາເອງ ເຮົາ​ຈະ​ບໍ່​ຍອມ​ໃຫ້​ນາມ​ຂອງເຮົາ​ຖືກ​ລົດກຽດ ຫລື​ຍອມ​ໃຫ້​ພະອື່ນ​ໄດ້​ຮ່ວມ​ຮັບ​ສະຫງ່າຣາສີ ທີ່​ເປັນ​ຂອງເຮົາ ຂອງເຮົາ​ແຕ່​ຜູ້ດຽວ​ເທົ່ານັ້ນ.”


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ການຊົ່ວ​ທີ່​ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ເຮັດ​ຕໍ່ສູ້​ພຣະອົງ​ນັ້ນ​ມີ​ຫລາຍ​ແທ້. ການບາບ​ຂອງ​ພວກ​ຂ້ານ້ອຍ​ກ່າວໂທດ​ຕໍ່ສູ້​ພວກ​ຂ້ານ້ອຍ​ແລ້ວ ແລະ​ພວກ​ຂ້ານ້ອຍ​ກໍ​ຮູ້​ດີ.


ປະຊາຊົນ​ນະຄອນ​ເຢຣູຊາເລັມ​ໄດ້​ຮ້ອງ​ອອກ​ມາ​ວ່າ, “ພວກເຮົາ​ຖືກ​ທຳຮ້າຍ​ໜັກ​ສໍ່າໃດ​ແລ້ວ ບາດແຜ​ຂອງ​ພວກເຮົາ​ນັ້ນ​ຈະ​ປິ່ນປົວ​ບໍ່​ດີ ເປັນ​ຄວາມ​ທົນທຸກ​ທີ່​ພວກເຮົາ​ຄິດວ່າ​ຕ້ອງ​ທົນ​ສູ້.


ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ພວກ​ຂ້ານ້ອຍ​ຄວນ​ນອນ​ລົງ​ດ້ວຍ​ຄວາມ​ລະອາຍ​ໃຈ ແລະ​ໃຫ້​ພວກ​ຂ້ານ້ອຍ​ຮັບ​ເອົາ​ຄວາມ​ອັບອາຍ​ຂາຍໜ້າ​ນີ້​ສາ. ພວກ​ຂ້ານ້ອຍ​ພ້ອມ​ທັງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ຕ່າງ​ກໍໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເລື້ອຍ​ມາ. ພວກ​ຂ້ານ້ອຍ​ບໍ່ເຄີຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


ເມື່ອ​ໂຢສີຢາ​ຂຶ້ນ​ເປັນ​ກະສັດ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ບໍ່​ເຫັນ​ຫລື​ວ່າ​ອິດສະຣາເອນ ຍິງ​ທີ່​ບໍ່​ສັດຊື່​ໄດ້​ເຮັດ​ແນວໃດ? ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແລະ​ຕາມ​ເນີນ​ທີ່ສູງ​ກັບ​ຢູ່​ກ້ອງ​ກົກໄມ້​ໃບຂຽວ​ທຸກໆ​ກົກ ນາງ​ໄດ້​ເຮັດ​ດັ່ງ​ຍິງ​ແມ່ຈ້າງ.


ແຕ່​ບາບກຳ​ຂອງ​ພວກເຈົ້າ​ຕ່າງຫາກ​ທີ່​ກີດກັ້ນ​ສິ່ງ​ດີ​ເຫຼົ່ານີ້​ຈາກ​ພວກເຈົ້າ.


ສະນັ້ນ ຝູງ​ໂຕສິງ​ຈາກ​ປ່າ​ຈະ​ກັດກິນ​ພວກເຂົາ ໝາປ່າ​ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ຈີກ​ພວກເຂົາ​ເປັນ​ຕ່ອນ ແລະ​ເສືອດາວ​ຈະ​ດັກສະກັດ​ຢູ່​ຕາມ​ເມືອງ​ຂອງ​ພວກເຂົາ ຖ້າ​ອອກ​ໄປ ພວກເຂົາ​ຈະ​ຖືກ​ພວກມັນ​ຈີກ​ເປັນ​ຕ່ອນໆ; ເພາະ​ການບາບ​ທີ່​ພວກເຂົາ​ກະທຳ​ມີ​ຢ່າງ​ຫລວງຫລາຍ ພວກເຂົາ​ໄດ້​ຫັນໜີ​ຈາກ​ພຣະເຈົ້າ​ເທື່ອແລ້ວ​ເທື່ອອີກ.


ປະຊາຊົນ​ຂອງ​ພຣະເຈົ້າ​ໄດ້​ຖາມ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເມົາ​ນັ່ງ​ເສີຍ​ຢູ່? ຮິບ​ມາ​ເຖີດ ໃຫ້​ພວກເຮົາ​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ຕາຍ​ຢູ່​ໃນ​ທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ລົງໂທດ​ພວກເຮົາ​ໃຫ້​ເຖິງ​ຕາຍ​ສາ​ແລ້ວ; ພຣະອົງ​ໄດ້​ໃຫ້​ພວກເຮົາ​ດື່ມ​ຢາ​ເບື່ອ ຍ້ອນ​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ຖ້າດັ່ງນັ້ນ ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໜີ​ຈາກ​ເຮົາ​ໄປ ໂດຍ​ບໍ່​ກັບຄືນ​ມາ​ຈັກເທື່ອ? ພວກເຈົ້າ​ຢຶດໝັ້ນ​ຢູ່​ກັບ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ ແລະ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ​ເລີຍ.


ແຕ່​ເຮົາ​ບໍ່ໄດ້​ກະທຳ ເພາະ​ມັນ​ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ທີ່​ໄດ້​ເຫັນ​ເຮົາ ນຳພາ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ​ອາດ​ເປັນ​ການ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ທີ່​ໄດ້​ເຫັນ​ເຮົາ​ນຳ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ເມື່ອ​ເຮົາ​ໄດ້​ປະກາດ​ຕໍ່​ຊາດ​ອິດສະຣາເອນ​ໃນ​ທ່າມກາງ​ປະຊາຊົນ ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ​ວ່າ ເຮົາ​ຈະ​ນຳ​ພວກເຂົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ.


ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ​ກໍ​ຮ້ອງຟ້ອງ​ຕໍ່ສູ້​ພວກເຂົາ. ພວກເຂົາ​ຕຳ​ສະດຸດ​ລົ້ມ​ຍ້ອນ​ການບາບ​ຂອງ​ພວກເຂົາ​ເອງ ແລະ​ຝ່າຍ​ປະຊາຊົນ​ຢູດາ​ກໍ​ລົ້ມລົງ​ຄືກັນ.


ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ​ຟ້ອງຮ້ອງ​ພວກເຂົາ. ເຖິງ​ແມ່ນ​ວ່າ​ມີ​ເຫດ​ຫລາຍ​ປະການ​ໄດ້​ເກີດຂຶ້ນ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຫລື​ສະແຫວງຫາ​ພຣະອົງ.


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ຝູງຕັກແຕນ​ກິນ​ທຸກຢ່າງ ທີ່​ມີ​ສີຂຽວ​ທັງໝົດ​ຢູ່​ໃນ​ດິນແດນ. ຂ້າພະເຈົ້າ​ຈຶ່ງ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂໍໂຜດ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ແດ່ທ້ອນ ພວກ​ນີ້​ຈະ​ລອດຊີວິດ​ໄດ້​ຢ່າງໃດ? ເພາະ​ພວກເຂົາ​ເປັນ​ພຽງແຕ່​ຄົນ​ກຸ່ມ​ນ້ອຍ​ແລະ​ອ່ອນແອ​ຫລາຍ.”


ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ; ດັ່ງນັ້ນ ບັດນີ້ ພວກເຮົາ​ຈຶ່ງ​ຕ້ອງ​ຍອມ​ອົດທົນ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ຊົ່ວ​ໄລຍະ​ໜຶ່ງ, ແຕ່​ໃນ​ທີ່ສຸດ ພຣະອົງ​ຈະ​ປ້ອງກັນ​ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ຜູ້​ທີ່​ກ່າວ​ຜິດ​ຕໍ່​ພວກເຮົາ​ນັ້ນ​ພ່າຍແພ້​ຄະດີ​ໄປ. ພຣະອົງ​ຈະ​ນຳ​ພວກເຮົາ​ມາ​ສູ່​ແສງ​ສະຫວ່າງ ແລະ​ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່ ຈົນ​ເຫັນ​ພຣະອົງ​ຊ່ວຍຊູ​ພວກເຮົາ​ໃຫ້​ພົ້ນ.


ພວກເຮົາ​ເປັນ​ຄົນ​ຜູ້​ທຳອິດ ທີ່​ມີ​ຄວາມຫວັງ​ໃນ​ພຣະຄຣິດ ໄດ້​ຮັບ​ການ​ກຳນົດ​ແລະ​ແຕ່ງຕັ້ງ ໃຫ້​ຖວາຍ​ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ.


ເພື່ອ​ຈະ​ໃຫ້​ເປັນ​ທີ່​ສັນລະເສີນ​ພຣະຄຸນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຊຶ່ງ​ຊົງ​ໂຜດ​ປະທານ​ແກ່​ພວກເຮົາ​ໃນ​ພຣະເຢຊູເຈົ້າ ຜູ້​ຊົງ​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.


ແຕ່​ເຮົາ​ຈະ​ບໍ່​ຍອມ​ໃຫ້​ສັດຕູ​ໂອ້ອວດ​ຈອງຫອງ ວ່າ​ປະຊາຊົນ​ຂອງເຮົາ ແມ່ນ​ເຂົາ​ທີ່​ໄດ້​ຊະນະ; ໃນ​ເມື່ອ​ແມ່ນ​ເຮົາ​ນີ້​ເອງ ທີ່​ໄດ້​ສຳແດງ​ສີ​ມື ພຣະເຈົ້າຢາເວ​ເປັນ​ຜູ້​ຕີ​ພວກເຂົາ​ໃຫ້​ສະຫລາຍ​ໄປ​ຕ່າງຫາກ.’


ຊາວ​ການາອານ​ແລະ​ພວກ​ອື່ນໆ​ທົ່ວ​ທັງ​ດິນແດນ​ຈະ​ຮູ້​ເຖິງ​ເລື່ອງ​ນີ້. ພວກເຂົາ​ຈະ​ພາກັນ​ມາ​ປິດລ້ອມ​ພວກ​ຂ້ານ້ອຍ​ໄວ້ ແລະ​ສັງຫານ​ພວກ​ຂ້ານ້ອຍ​ທຸກໆ​ຄົນ​ຖິ້ມ; ແລ້ວ​ພຣະອົງ​ຈະ​ກະທຳ​ຢ່າງ​ໃດ ເພື່ອ​ຮັກສາ​ກຽດ​ສັກສີ​ຂອງ​ພຣະອົງ​ໄວ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka