Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 14:6 - ພຣະຄຳພີສັກສິ

6 ລໍປ່າ​ກໍ​ຢືນ​ຢູ່​ເທິງ​ທີ່ສູງ​ທັງຫລາຍ ຄ່ອຍໆ​ຫາຍໃຈ​ປາ​ເໝືອນ​ດັ່ງ​ຝູງ​ໝາປ່າ; ສາຍຕາ​ພວກ​ມັນ​ກໍ​ມືດມົວ​ໄປ ເພາະ​ບໍ່ມີ​ຫຍ້າ​ກິນ​ເປັນ​ອາຫານ​ສາ​ແລ້ວ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 14:6
7 Jak'a apnaqawi uñst'ayäwi  

ແມ່ນແຕ່​ຣາຊວັງ​ກໍ​ຈະ​ຖືກ​ປະຖິ້ມ ແລະ​ເມືອງຫລວງ​ກໍ​ຈະ​ຮ້າງ​ຫວ່າງເປົ່າ​ຢ່າງ​ໝົດສິ້ນ. ເຮືອນ​ແລະ​ປ້ອມ​ປ້ອງກັນ​ທັງຫລາຍ​ຈະ​ຮົກຮ້າງ​ເພພັງ​ຕະຫລອດໄປ. ລໍ​ປ່າ​ຈະ​ທ່ຽວຫລິ້ນ​ຢູ່​ທີ່ນັ້ນ ແລະ​ຝູງແກະ​ກໍ​ຈະ​ກິນ​ຫຍ້າ​ຢູ່​ທີ່​ນັ້ນ.


ຍ້ອນ​ເຊືອກ​ຂາດ​ຈຶ່ງ​ແລ່ນ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ ບາດ​ຢາກ​ຖືເຊີງ ຜູ້ໃດ​ຈະ​ຫ້າມ​ມັນ​ໄວ້​ໄດ້? ລໍ​ເຖິກ​ທີ່​ຢາກ​ຖືເຊີງ​ນັ້ນ ກໍ​ຫາຊອກ​ງ່າຍ​ເຕັມທີ ມັນ​ຈະ​ພ້ອມ​ຢູ່​ສະເໝີ ເມື່ອ​ລະດູ​ປະສົມພັນ​ມາຮອດ.


ພວກເຮົາ​ຫລຽວເບິ່ງ​ຈົນ​ອິດເມື່ອຍ ແຕ່​ບໍ່​ເຫັນ​ຄວາມ​ຊ່ວຍເຫລືອ​ໃດໆ ພວກເຮົາ​ຄອງຄອຍ​ຖ້າ​ຄວາມ​ຊ່ວຍຊູ ຈາກ​ປະເທດ​ທີ່​ບໍ່ມີ​ຫຍັງ​ຊ່ວຍ​ໄດ້.


ຈິດໃຈ​ພວກ​ຂ້ານ້ອຍ​ຈຶ່ງ​ອິດອ່ອນ​ຍ້ອນ ສິ່ງ​ເຫຼົ່ານີ້​ທັງໝົດ​ທີ່​ໄດ້​ເກີດ​ມາ ສາຍ​ຕາ​ພວກ​ຂ້ານ້ອຍ​ຈຶ່ງ​ມົວລົງ ເບິ່ງ​ຫຍັງ​ເກືອບ​ເຫັນ​ບໍ່ໄດ້.


ຍ້ອນ​ບໍ່ມີ​ຫຍ້າ ຝູງ​ສັດ​ລ້ຽງ​ກໍ​ສັບສົນ​ວຸ້ນວາຍ ຝູງແກະ​ທັງຫລາຍ​ຕ່າງ​ກໍ​ທົນທຸກ​ດ້ວຍ.


ໂຢນາທານ​ຈຶ່ງ​ຕອບ​ວ່າ, “ພໍ່​ຂອງຂ້ອຍ​ສ້າງ​ຄວາມ​ລຳບາກ​ໃຫ້​ປະຊາຊົນ​ແທ້ ເບິ່ງດູ​ຂ້ອຍ​ມີ​ແຮງ​ຂຶ້ນ​ເທົ່າ​ໃດ​ເມື່ອ​ຂ້ອຍ​ໄດ້​ກິນ​ນໍ້າເຜິ້ງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka