5 ໃນທົ່ງຫຍ້າ ກວາງແມ່ປະຖິ້ມລູກທີ່ຫາກໍເກີດມາ ເພາະບໍ່ມີຫຍ້າໃນທີ່ນັ້ນເລີຍ ພໍຈະເປັນອາຫານໄດ້.
ເນັບທາລີ ເປັນດັ່ງກວາງນ້ອຍຮອຍງາມຍ່າງສະຫງ່າ ແລ່ນລ່າເລີງເລາະຫລິ້ນເສລີແທ້ຕາມພົງໄພ; ດັ່ງພັນໄມ້ດີມີເຊື້ອງາມງ່າງາມຕາ ເກີດລູກມາຊ່າງໜ້າຊົມ ຊື່ນອາຣົມສົມໃຈແທ້.
ສຽງຂອງພຣະເຈົ້າຢາເວນັ້ນສັ່ນຕົ້ນໂອກທັງຫລາຍ ແລະເຮັດໃຫ້ໃບໄມ້ຫລົ່ນລົງສູ່ພື້ນ ໃນຂະນະທີ່ທຸກຄົນຮ້ອງໃນພຣະວິຫານຂອງພຣະອົງວ່າ, “ສະຫງ່າຣາສີ.”
ນໍ້າຫ້ວຍນິມຣິມກໍແຫ້ງແລ້ງ ຫຍ້າທີ່ແຄມຝັ່ງກໍຫ່ຽວແຫ້ງ ແລະບໍ່ມີສິ່ງຂຽວຫຍັງເຫຼືອຢູ່ເລີຍ.
ຍ້ອນບໍ່ມີຫຍ້າ ຝູງສັດລ້ຽງກໍສັບສົນວຸ້ນວາຍ ຝູງແກະທັງຫລາຍຕ່າງກໍທົນທຸກດ້ວຍ.