3 ຄົນຮັ່ງມີສົ່ງຄົນຮັບໃຊ້ອອກໄປຊອກຕັກນໍ້າມາກິນ ແຕ່ບໍ່ໄດ້ພົບນໍ້າເລີຍ ເມື່ອພວກເຂົາໄປຮອດອ່າງນໍ້າ; ພວກເຂົາເລີຍຖືໄຫເປົ່າພາກັນກັບຄືນເມືອ ໝົດກຳລັງໃຈທັງສັບສົນຈຶ່ງອັດໜ້າຕົນໄວ້.
ກະສັດດາວິດໄດ້ຮ້ອງໄຫ້ຂຶ້ນໄປເທິງພູເຂົາໝາກກອກເທດ; ເພິ່ນປະຕີນເປົ່າແລະເອົາຜ້າຄຸມຫົວໄວ້ເປັນເຄື່ອງໝາຍສະແດງເຖິງຄວາມໂສກເສົ້າ. ທຸກຄົນທີ່ຕິດຕາມເພິ່ນໄປນັ້ນກໍເອົາຜ້າຄຸມຫົວແລະຮ້ອງໄຫ້ເໝືອນກັນ.
ສ່ວນກະສັດດາວິດກໍເອົາຜ້າປົກໜ້າຂອງຕົນຮ້ອງໄຫ້ສຽງດັງພ້ອມທັງຈົ່ມວ່າ, “ໂອ ອັບຊາໂລມລູກຊາຍຂອງພໍ່! ໂອ ອັບຊາໂລມລູກຊາຍຂອງພໍ່ ລູກຊາຍຂອງພໍ່ເອີຍ!”
ຫລັງຈາກນັ້ນມາບໍ່ດົນ ນໍ້າໃນຫ້ວຍກໍແຫ້ງເພາະຝົນບໍ່ຕົກ.
ຢ່າຟັງຄວາມຂອງກະສັດເຮເຊກີຢາ. ກະສັດແຫ່ງອັດຊີເຣຍສັ່ງພວກທ່ານ ໃຫ້ອອກຈາກເມືອງມາຍອມຈຳນົນ. ເພິ່ນຈະອະນຸຍາດໃຫ້ພວກທ່ານທຸກຄົນ ກິນໝາກອະງຸ່ນຈາກເຄືອອະງຸ່ນຂອງພວກທ່ານເອງ, ໝາກເດື່ອຈາກຕົ້ນເດື່ອຂອງພວກທ່ານເອງ ແລະດື່ມນໍ້າຈາກສ້າງຂອງພວກທ່ານເອງ
ແລ້ວມໍເດໄກກໍກັບຄືນໄປທີ່ທາງເຂົ້າວັງ ແລະໃນຂະນະດຽວກັນນັ້ນຮາມານກໍຟ້າວກັບຄືນເມືອ ທັງອັດໜ້າຂອງຕົນໄວ້ດ້ວຍຄວາມອັບອາຍ.
ຄວາມຫວັງຂອງພວກເຂົານັ້ນຈຶ່ງສູນສິ້ນໄປໝົດ ທີ່ແຄມສາຍທາລາອັນແຫ້ງແລ້ງ.
ຂໍໃຫ້ພວກສັດຕູເຕັມໄປແຕ່ຄວາມອັບອາຍ ແລະໃຫ້ຫົ່ມຄວາມອັບອາຍດັ່ງຫົ່ມເສື້ອຜ້າ.
ຂໍໃຫ້ຄົນທີ່ຊອກສັງຫານນັ້ນພ່າຍແພ້ໝົດສາ ແລະຂໍໃຫ້ພວກເຂົາວຸ້ນວາຍໄປຢ່າງໝົດສິ້ນ. ຂໍໃຫ້ຄົນທີ່ດີອົກດີໃຈຍ້ອນເຫັນຂ້ານ້ອຍເປັນທຸກ ຖອຍໜີໄກຫ່າງແລະຖືກອັບອາຍ.
ເພາະຝົນບໍ່ຕົກແລະພື້ນດິນແຫ້ງແລ້ງໄປ ພວກພໍ່ນາກໍເປັນທຸກໃຈຈຶ່ງອັດໜ້າຕົນໄວ້.
ເປັນຫຍັງຂ້ານ້ອຍຈຶ່ງຕ້ອງທົນທຸກຢູ່ຢ່າງນີ້? ເປັນຫຍັງບາດແຜຂອງຂ້ານ້ອຍຈຶ່ງບໍ່ດີຈັກເທື່ອ? ເປັນຫຍັງບາດແຜນັ້ນຈຶ່ງປິ່ນປົວບໍ່ດີ? ພຣະອົງຕັ້ງໃຈຈະໃຫ້ຂ້ານ້ອຍຕ້ອງຜິດຫວັງ ດັ່ງນໍ້າຫ້ວຍທີ່ບົກແຫ້ງລົງໃນລະດູຮ້ອນຊັ້ນບໍ?”
ປະຊາຊົນຂອງເຮົາໄດ້ເຮັດບາບໄວ້ສອງປະການ ຄືພວກເຂົາໄດ້ຫັນໜີໄປຈາກເຮົາ ຜູ້ເປັນບໍ່ນໍ້າພຸແຫ່ງຊີວິດ ແລະພວກເຂົາໄດ້ຂຸດອ່າງນໍ້າໄວ້ສຳລັບຕົນເອງ ເປັນອ່າງແຕກທີ່ບັນຈຸນໍ້າໄວ້ບໍ່ໄດ້.
ເຈົ້າຈະອວ່າຍໜ້າໜີຈາກເອຢິບຢ່າງອັບອາຍຈົນແນມເບິ່ງຜູ້ໃດບໍ່ໄດ້. ພຣະເຈົ້າຢາເວໄດ້ປະຖິ້ມພວກທີ່ເຈົ້າໄວ້ວາງໃຈ; ເຈົ້າຈະບໍ່ໄດ້ຫຍັງຈາກພວກເຂົາເລີຍ.”
ແຕ່ພຣະອົງຄືພຣະເຈົ້າຢາເວ ຜູ້ເຂົ້າຂ້າງຂ້ານ້ອຍ ຜູ້ເຂັ້ມແຂງແລະຊົງຣິດສະຖິດຢູ່ນຳຂ້ານ້ອຍແລ້ວ ແລະພວກທີ່ຂົ່ມເຫັງຂ້ານ້ອຍນັ້ນກໍຈະລົ້ມລົງ ພວກເຂົາຈະຖືກອັບອາຍຂາຍໜ້າໄປຕະຫລອດ ເພາະພວກເຂົາເຮັດໃຫ້ເກີດຜົນສຳເລັດບໍ່ໄດ້ດອກ ພວກເຂົາຈະຖືກອັບອາຍບໍ່ມີມື້ລືມໄລໄດ້ຈັກເທື່ອ.
ດ້ວຍເຫດນີ້, ຝົນຈຶ່ງບໍ່ຕົກຕາມລະດູການ ແລະ ຝົນຍາມລະດູໃບໄມ້ປົ່ງຈຶ່ງຍັງບໍ່ມາ. ເບິ່ງເຈົ້າຄືຍິງແມ່ຈ້າງແທ້ໆ; ເຈົ້າຜູ້ບໍ່ມີຢ່າງອາຍເອີຍ.
ພວກເຂົາປ່ອຍໃຫ້ລູກນ້ອຍອຶດເຂົ້າຫິວນໍ້າຈົນຕາຍ ເດັກນ້ອຍຂໍທານແຕ່ບໍ່ມີຜູ້ໃດເອົາອາຫານໃຫ້.
ຖ້ານາງບໍ່ເຊົາ ເຮົາຈະເປືອຍກາຍນາງໃຫ້ເປັນດັ່ງມື້ທີ່ນາງໄດ້ເກີດມາ. ເຮົາຈະເຮັດໃຫ້ນາງເປັນດັ່ງດິນທີ່ແຫ້ງແລ້ງແລະທຸລະກັນດານ ນາງຈະຕາຍເພາະຫິວນໍ້າ.
ແມ່ນແຕ່ຝູງສັດປ່າຍັງຮ້ອງຫາໃຫ້ຊ່ວຍເຫລືອ ເພາະນໍ້າໃນຫ້ວຍຮ່ອງເຫືອດແຫ້ງລົງໝົດສິ້ນ.
“ເຮົາບໍ່ໃຫ້ຝົນຕົກຕາມທີ່ເຄື່ອງປູກຂອງຝັງຂອງພວກເຈົ້າຕ້ອງການທີ່ສຸດ. ເຮົາໃຫ້ຝົນຕົກໃສ່ເມືອງໜຶ່ງ, ແຕ່ບໍ່ໃຫ້ຕົກໃສ່ອີກເມືອງໜຶ່ງ. ຝົນຕົກລົງໃສ່ທົ່ງນາແຫ່ງໜຶ່ງ ແຕ່ທົ່ງນາແຫ່ງອື່ນພັດແຫ້ງແລ້ງ.
ປະຊາຊົນໃນຫລາຍໆເມືອງ ຕ່າງກໍອ່ອນແຮງເພາະຫິວນໍ້າ; ສະນັ້ນ ພວກເຂົາຈຶ່ງໄປໃນເມືອງໜຶ່ງ ບ່ອນທີ່ພວກເຂົາຄິດວ່າຈະພົບນໍ້າກິນ ແຕ່ບໍ່ມີພຽງພໍຈະດື່ມ. ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບຄືນມາຫາເຮົາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຖ້າຊົນຊາດໃດບໍ່ຍອມໄປນະມັດສະການພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ ຄືອົງຊົງເປັນກະສັດແລ້ວ ຝົນກໍຈະບໍ່ຕົກລົງມາສູ່ດິນແດນຂອງພວກເຂົາ.