ເຢເຣມີຢາ 14:22 - ພຣະຄຳພີສັກສິ22 ບໍ່ມີຮູບເຄົາຣົບຂອງຊົນຊາດໃດເຮັດໃຫ້ຝົນຕົກມາ ຟ້າສະຫວັນກໍເຮັດໃຫ້ຝົນຫລັ່ງລິນລົງມາບໍ່ໄດ້; ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ເພາະແມ່ນພຣະອົງທີ່ໄດ້ກະທຳທຸກສິ່ງເຫຼົ່ານີ້. Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.
ໂດຍຮູບເຄົາຣົບຂອງພວກເຂົານັ້ນ ພວກເຂົາແກ້ງເຮັດໃຫ້ເຮົາໂມໂຫ ໂດຍແກ້ງເຮັດໃຫ້ເຮົາຫຶງຫວງ ຕໍ່ສິ່ງທີ່ພວກເຂົາເອີ້ນວ່າພະຂອງເຂົາເຈົ້ານັ້ນ; ພະເກ້ໆເຫຼົ່ານັ້ນລ້ວນແຕ່ເປັນພະທຽມ ບໍ່ແມ່ນພຣະເຈົ້າແທ້ຈັກດີ້. ສະນັ້ນ ເຮົາຈຶ່ງຈະໃຊ້ຊາດໜຶ່ງມາເຮັດໃຫ້ ພວກເຂົາເຈົ້າເກີດໂມໂຫ; ເຮົາຈະເຮັດໃຫ້ພວກເຂົາເກີດອິດສາ ຊົນຊາດເບົາປັນຍານີ້.