Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 14:21 - ພຣະຄຳພີສັກສິ

21 ຈົ່ງ​ຈື່ຈຳ​ພຣະສັນຍາ ແລະ​ຢ່າ​ກຽດຊັງ​ພວກ​ຂ້ານ້ອຍ​ເລີຍ ຢ່າ​ນຳ​ຄວາມ​ອັບອາຍ​ມາ​ສູ່​ນະຄອນ​ເຢຣູຊາເລັມ ບ່ອນ​ທີ່​ບັນລັງ​ຂອງ​ພຣະເຈົ້າ​ຕັ້ງ​ຢູ່​ຢ່າງ​ສະຫງ່າຣາສີ ຢ່າ​ຍົກເລີກ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ທ້ອນ

Uka jalj uñjjattʼäta Copia luraña




ເຢເຣມີຢາ 14:21
39 Jak'a apnaqawi uñst'ayäwi  

ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ໄພ່ພົນ​ຂອງ​ພຣະອົງ ພຣະອົງ​ເບື່ອໜ່າຍ​ກຽດຊັງ​ພວກເຂົາ.


ເພື່ອ​ເຫັນ​ແກ່​ພວກເຂົາ ພຣະອົງ​ຈຶ່ງ​ຈົດຈຳ​ພັນທະສັນຍາ​ຂອງ​ພຣະອົງ ຍ້ອນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ຊົງ​ເມດຕາ​ພວກ​ເຂົາເຈົ້າ.


ພວກເຂົາ​ຈະ​ກ່າວ​ເຖິງ​ພຣະ​ຣາຊອຳນາດ​ຂອງ​ພຣະອົງ ແລະ​ບອກ​ເຖິງ​ອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນີ້​ມີ​ບາບ​ຫລາຍ ຂໍ​ຊົງ​ໂຜດ​ຮັກສາ​ພຣະສັນຍາ​ແລະ​ອະໄພ​ບາບກຳ​ໃຫ້​ດ້ວຍ.


ຂໍ​ຢ່າ​ຂັບໄລ່​ໃຫ້​ໜີໄປ​ຈາກ​ບ່ອນ​ທີ່​ພຣະອົງ​ສະຖິດ ແລະ​ຢ່າ​ຖອນ​ພຣະວິນຍານ​ບໍຣິສຸດ​ຂອງ​ພຣະອົງ​ໄປ​ຈາກ​ຂ້ານ້ອຍ.


ຂໍ​ໃຫ້​ລະນຶກເຖິງ​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຊັ່ນ: ອັບຣາຮາມ, ອີຊາກ ແລະ​ຢາໂຄບ. ໂຜດ​ລະນຶກເຖິງ​ພັນທະສັນຍາ​ອັນ​ໜັກແໜ້ນ ທີ່​ພຣະອົງ​ໄດ້​ຕັ້ງ​ໄວ້​ກັບ​ພວກເຂົາ​ວ່າ ພຣະອົງ​ຈະ​ໃຫ້​ພວກເຂົາ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ຈະ​ໃຫ້​ພວກເຂົາ​ໄດ້​ດິນແດນ​ທັງໝົດ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ນັ້ນ ເປັນ​ກຳມະສິດ​ຂອງ​ພວກເຂົາ​ຕະຫລອດໄປ.”


ນະຄອນ​ເຢຣູຊາເລັມ​ເອີຍ ເທິງ​ກຳແພງ​ເມືອງ​ຂອງ​ເຈົ້າ ເຮົາ​ໄດ້​ວາງ​ຄົນ​ຍາມ​ຫລາຍໆ​ຄົນ​ໄວ້; ພວກເຂົາ​ບໍ່​ຕ້ອງ​ມິດງຽບ​ໃນ​ກາງເວັນ​ຫລື​ກາງຄືນ ພວກເຂົາ​ຕ້ອງ​ບອກ​ພຣະເຈົ້າຢາເວ​ໃຫ້​ຈົດຈຳ​ເລື້ອຍໆ ຄື​ໃຫ້​ລະນຶກເຖິງ​ຄຳສັນຍາ​ຂອງ​ພຣະອົງ ແລະ​ບໍ່​ປ່ອຍ​ໃຫ້​ພຣະອົງ​ລືມໄລ​ຈັກເທື່ອ.


ພຣະອົງ​ໄດ້​ປະຖິ້ມ​ຢູດາ​ເດັດຂາດ​ແລ້ວ​ບໍ? ພຣະອົງ​ກຽດຊັງ​ປະຊາຊົນ​ໃນ​ນະຄອນ​ຊີໂອນ​ຫລື​ນີ້? ເປັນຫຍັງ​ຈຶ່ງ​ທຳຮ້າຍ​ພວກ​ຂ້ານ້ອຍ​ໜັກ​ຫລາຍ? ຈົນ​ບໍ່​ຮັກສາ​ພວກ​ຂ້ານ້ອຍ​ໃຫ້​ດີ​ໄດ້? ສັນຕິສຸກ​ຄື​ສິ່ງ​ທີ່​ພວກ​ຂ້ານ້ອຍ​ຊອກຫາ ແຕ່​ກໍ​ບໍ່​ເຫັນ​ສິ່ງ​ທີ່​ດີ​ເກີດຂຶ້ນ​ມາ​ຈັກເທື່ອ; ພວກ​ຂ້ານ້ອຍ​ຫວັງ​ຈະ​ໄດ້​ຮັບ​ການ​ຮັກສາ​ໃຫ້​ດີ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ກໍ​ມາ​ແທນທີ່.


ປະຊາຊົນ​ຂອງເຮົາ​ນັ້ນ​ຕ່າງ​ກໍ​ຮ້ອງ​ຫາ​ເຮົາ​ວ່າ, ‘ແມ່ນ​ການບາບ​ທີ່​ກ່າວໂທດ​ໃສ່​ພວກ​ຂ້ານ້ອຍ ແຕ່​ໂຜດ​ຊ່ວຍ​ໃຫ້​ພົ້ນ​ດ້ວຍ ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີ​ຫລາຍ​ເທື່ອ​ຈາກ​ພຣະອົງ ພວກ​ຂ້ານ້ອຍ​ກະທຳ​ບາບ​ຕໍ່ສູ້​ພຣະອົງ​ສາ​ແລ້ວ.


ພຣະວິຫານ​ນັ້ນ ເປັນ​ດັ່ງ​ບັນລັງ​ອັນ​ສະຫງ່າຣາສີ ໂດຍ​ຕັ້ງ​ຢູ່​ເທິງ​ພູເຂົາ​ສູງ​ມາ​ແຕ່​ຕົ້ນເດີມ​ພຸ້ນ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອີ້ນ​ນະຄອນ​ເຢຣູຊາເລັມ​ວ່າ, ‘ບັນລັງ​ຂອງ​ພຣະເຈົ້າຢາເວ’ ແລະ​ທຸກ​ຊົນຊາດ​ຈະ​ມາ​ໂຮມກັນ​ທີ່​ນັ້ນ​ເພື່ອ​ນະມັດສະການ​ຖວາຍກຽດ​ໃນ​ນາມຊື່​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ຈະ​ບໍ່​ເຮັດ​ຕາມ​ຈິດໃຈ​ດື້ດ້ານ​ແລະ​ຊົ່ວຊ້າ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.


ພວກ​ສັດຕູ​ເຂົ້າ​ມາ​ປຸ້ນ​ມາ​ລັກ​ເອົາ ຊັບສົມບັດ​ທັງໝົດ​ທີ່​ນາງ​ມີ​ຢູ່​ນັ້ນ. ນາງ​ໄດ້​ເຫັນ​ພວກ​ສັດຕູ​ເຂົ້າ​ໄປ​ໃນ​ພຣະວິຫານ ທີ່​ພຣະເຈົ້າ​ຫ້າມປາມ​ບໍ່​ໃຫ້​ຄົນຕ່າງຊາດ​ເຂົ້າ.


ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ ເບິ່ງ​ພວກ​ທີ່​ພຣະອົງ​ກຳລັງ​ເຮັດ​ໃຫ້​ທໍລະມານ​ຢູ່​ນັ້ນ ສົມຄວນ​ບໍ​ທີ່​ພວກຜູ້ຍິງ​ພາກັນ​ກິນ​ລູກ​ທີ່​ພວກຕົນ​ຮັກ​ຫລາຍ ສົມຄວນ​ບໍ​ທີ່​ພວກ​ປະໂຣຫິດ​ທັງ​ຜູ້ທຳນວາຍ​ຈະ​ຖືກ​ຂ້າ​ທີ່​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ​ອາດ​ເປັນ​ການ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ທີ່​ໄດ້​ເຫັນ​ເຮົາ​ນຳ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ແຕ່​ບັດນີ້ ເຮົາ​ຈະ​ເມດຕາ​ເຊື້ອສາຍ​ຂອງ​ຢາໂຄບ ຄື​ປະຊາຊົນ​ອິດສະຣາເອນ ແລະ​ເຮັດ​ໃຫ້​ພວກເຂົາ​ຮຸ່ງເຮືອງ​ຂຶ້ນ​ໃໝ່. ເຮົາ​ຈະ​ຫວງແຫນ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


“ມະນຸດ​ເອີຍ ນີ້ແຫລະ​ແມ່ນ​ບັນລັງ​ຂອງເຮົາ. ເຮົາ​ຈະ​ຢູ່​ທີ່​ນີ້​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ ແລະ​ປົກຄອງ​ພວກເຂົາ​ຕະຫລອດໄປ. ປະຊາຊົນ​ອິດສະຣາເອນ​ຕະຫລອດ​ທັງ​ບັນດາ​ກະສັດ​ຂອງ​ພວກເຂົາ ຈະ​ຕ້ອງ​ບໍ່​ເຮັດ​ໃຫ້​ນາມ​ອັນ​ບໍຣິສຸດ​ຂອງເຮົາ​ເປັນ​ທີ່​ອັບອາຍ​ຂາຍໜ້າ​ອີກ​ຕໍ່ໄປ ໂດຍ​ຂາບໄຫວ້​ພະອື່ນ ຫລື​ໂດຍ​ຝັງສົບ​ຂອງ ກະສັດ​ຂອງ​ພວກເຂົາ​ທີ່​ໄດ້​ຕາຍໄປ​ແລ້ວ​ໃນ​ທີ່​ນີ້​ອີກ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ກະທຳ​ໃນ​ສິ່ງ​ທີ່​ຍຸດຕິທຳ​ສະເໝີ; ແຕ່​ພວກ​ຂ້ານ້ອຍ​ໄດ້​ນຳ​ເອົາ​ແຕ່​ຄວາມ​ເສື່ອມເສຍ ມາ​ສູ່​ພວກ​ຂ້ານ້ອຍ​ເອງ​ຢູ່​ເລື້ອຍ. ດັ່ງ​ໃນ​ກໍລະນີ​ທີ່​ພວກ​ຂ້ານ້ອຍ​ທັງໝົດ​ຄື​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ, ໃນ​ນະຄອນ​ເຢຣູຊາເລັມ, ຕະຫລອດ​ທັງ​ຊາວ​ອິດສະຣາເອນ ທີ່​ພຣະອົງ​ໄດ້​ໃຫ້​ກະຈັດ​ກະຈາຍ​ໄປ​ໃນ​ປະເທດ​ໃກ້​ແລະ​ໄກ ຍ້ອນ​ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະອົງ.


ເຮົາ​ຈະ​ສະຖິດ​ຢູ່​ໃນ​ຫໍເຕັນ​ຂອງເຮົາ​ໃນ​ທ່າມກາງ​ພວກເຈົ້າ ໂດຍ​ຈະ​ບໍ່​ຫັນ​ໜີໄປ​ຈາກ​ພວກເຈົ້າ​ຈັກເທື່ອ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ສາບານ​ໂດຍ​ພຣະອົງ​ເອງ​ວ່າ: ເຮົາ​ກຽດຊັງ​ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ ແລະ​ປະນາມ​ຫໍໂຮງ​ອັນ​ຫລູຫລາ​ຂອງ​ພວກເຂົາ. ເຮົາ​ຈະ​ມອບ​ເມືອງຫລວງ​ຂອງ​ພວກເຂົາ ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໄວ້​ໃນ​ກຳມື​ຂອງ​ສັດຕູ.”


ດັ່ງນັ້ນ ຈຶ່ງ​ຊົງ​ສຳແດງ​ພຣະ​ກະລຸນາ ຊຶ່ງ​ຊົງ​ສັນຍາ​ແກ່​ບັນພະບຸລຸດ​ ຂອງ​ພວກເຮົາ ແລະ​ຊົງ​ລະນຶກເຖິງ​ພັນທະສັນຍາ​ ອັນ​ບໍຣິສຸດ​ຂອງ​ພຣະອົງ


ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ ແລະ​ຈະ​ຖືກ​ຈັບ​ກວາດ​ໄປ​ເປັນ​ຊະເລີຍ​ໃນ​ທົ່ວ​ທຸກ​ປະເທດ ແລະ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ຈະ​ຢຽບຢໍ່າ​ນະຄອນ​ເຢຣູຊາເລັມ ຈົນກວ່າ​ຈະ​ຄົບ​ກຳນົດ​ເວລາ​ຂອງ​ພວກເຂົາ.”


ເພື່ອ​ໃນ​ຄາວ​ຕໍ່ໄປ ພຣະອົງ​ຈະ​ໄດ້​ຊົງ​ສຳແດງ​ພຣະຄຸນ​ອັນ​ອຸດົມ​ເຫລືອລົ້ນ​ຂອງ​ພຣະອົງ ຊຶ່ງ​ພຣະອົງ​ໄດ້​ຊົງ​ເມດຕາ​ເຮົາ​ທັງຫລາຍ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ເມື່ອ​ພຣະເຈົ້າຢາເວ​ເຫັນ​ເຊັ່ນນີ້ ພຣະອົງ​ຈຶ່ງ​ໂກດຮ້າຍ​ຫລາຍ ຈຶ່ງ​ບໍ່​ຮັບ​ຊາຍ​ຍິງ​ເຫຼົ່ານີ້ ເປັນ​ບຸດ​ຂອງ​ພຣະເຈົ້າ.


ແຕ່​ຢ່າ​ແທກ​ບໍລິເວນ​ຂ້າງ​ນອກ​ຂອງ​ພຣະວິຫານ ເພາະ​ບ່ອນ​ນັ້ນ​ໄດ້​ມອບ​ໃຫ້​ພວກ​ບໍ່​ນັບຖື​ພຣະເຈົ້າ​ແລ້ວ ຄື​ພວກ​ທີ່​ຈະ​ຢຽບຢໍ່າ​ນະຄອນ​ສັກສິດ​ເປັນ​ເວລາ​ສີ່ສິບສອງ​ເດືອນ.


ພຣະເຈົ້າຢາເວ​ຈະ​ບໍ່​ປະຖິ້ມ​ພວກ​ຂອງ​ພຣະອົງ ໂດຍ​ເຫັນ​ແກ່​ນາມຊື່​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ເພາະ​ພຣະເຈົ້າຢາເວ​ໄດ້​ຕັດສິນໃຈ​ຮັບ​ເອົາ​ພວກເຈົ້າ ເປັນ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka