Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 14:20 - ພຣະຄຳພີສັກສິ

20 ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ ຈຶ່ງ​ຮັບຮູ້​ບາບກຳ​ທີ່​ບັນພະບຸລຸດ​ໄດ້​ກະທຳ​ນັ້ນ ຄື​ການບາບ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ມາ ຊຶ່ງ​ເປັນ​ຄວາມຜິດ​ຕໍ່ສູ້​ພຣະອົງ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 14:20
21 Jak'a apnaqawi uñst'ayäwi  

ດາວິດ​ຈຶ່ງ​ເວົ້າ​ຕໍ່​ນາທານ​ວ່າ, “ເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ແລ້ວ.” ນາທານ​ກ່າວ​ຕໍ່​ດາວິດ​ວ່າ, “ພຣະເຈົ້າຢາເວ​ອະໄພ​ໃຫ້​ທ່ານ ແລະ​ທ່ານ​ຈະ​ບໍ່​ຕາຍ.


ແຕ່​ຫລັງຈາກ​ກະສັດ​ດາວິດ​ໄດ້​ສຳຫລວດ​ເບິ່ງ​ຈຳນວນ​ປະຊາຊົນ​ແລ້ວ ເພິ່ນ​ກໍ​ເປັນທຸກໃຈ​ຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ທີ່​ໄດ້​ກະທຳ​ເຊັ່ນນີ້. ແຕ່​ບັດນີ້ ຂ້າແດ່​ພຣະເຈົ້າຢາເວ ຂໍ​ພຣະອົງ​ຍົກໂທດ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ​ເທີ້ນ ເພາະ​ຂ້ານ້ອຍ​ໄດ້​ເຮັດ​ໄປ​ຢ່າງ​ໂງ່ຈ້າ​ທີ່ສຸດ.”


ແຕ່ລະຄົນ​ຈະ​ກ່າວ​ອອກ​ມາ​ວ່າ, ‘ຂ້ອຍ​ໄດ້​ເຮັດ​ບາບ ຂ້ອຍ​ບໍ່ໄດ້​ເຮັດ​ສິ່ງ​ຊອບທຳ, ແຕ່​ພຣະເຈົ້າ​ໄດ້​ໄວ້​ຊີວິດ.


ແລ້ວ​ຂ້ານ້ອຍ​ກໍ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ ຄື​ການ​ເຮັດ​ຜິດ​ຂອງ​ຂ້ານ້ອຍ​ທຸກຢ່າງ​ນັ້ນ. ຂ້ານ້ອຍ​ໄດ້​ຕັດສິນໃຈ​ຄັກແນ່​ແລ້ວ​ວ່າ ສາລະພາບ​ຕໍ່​ພຣະອົງ ການບາບ​ທັງໝົດ​ຂອງ​ຂ້ານ້ອຍ​ກໍ​ຖືກ​ອະໄພ​ແລ້ວ.


ປະຊາຊົນ​ຂອງເຮົາ​ນັ້ນ​ຕ່າງ​ກໍ​ຮ້ອງ​ຫາ​ເຮົາ​ວ່າ, ‘ແມ່ນ​ການບາບ​ທີ່​ກ່າວໂທດ​ໃສ່​ພວກ​ຂ້ານ້ອຍ ແຕ່​ໂຜດ​ຊ່ວຍ​ໃຫ້​ພົ້ນ​ດ້ວຍ ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຊ່ວຍເຫລືອ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ພວກ​ຂ້ານ້ອຍ​ໄດ້​ຫັນ​ໜີ​ຫລາຍ​ເທື່ອ​ຈາກ​ພຣະອົງ ພວກ​ຂ້ານ້ອຍ​ກະທຳ​ບາບ​ຕໍ່ສູ້​ພຣະອົງ​ສາ​ແລ້ວ.


ຂໍ​ພຽງແຕ່​ເຈົ້າ​ຍອມ​ຮັບຮູ້​ວ່າ​ເຈົ້າ​ໄດ້​ກະທຳ​ຜິດ ແລະ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເທົ່ານັ້ນ. ຈົ່ງ​ສາລະພາບ​ວ່າ ຢູ່​ກ້ອງ​ຕົ້ນໄມ້​ໃບຂຽວ​ທຸກ​ຕົ້ນ​ເຈົ້າ​ໄດ້​ມອບ​ຄວາມຮັກ​ໃຫ້​ແກ່​ບັນດາ​ພະ​ຕ່າງຊາດ ແລະ​ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຕ່າງໆ​ຂອງເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພວກ​ຂ້ານ້ອຍ​ຄວນ​ນອນ​ລົງ​ດ້ວຍ​ຄວາມ​ລະອາຍ​ໃຈ ແລະ​ໃຫ້​ພວກ​ຂ້ານ້ອຍ​ຮັບ​ເອົາ​ຄວາມ​ອັບອາຍ​ຂາຍໜ້າ​ນີ້​ສາ. ພວກ​ຂ້ານ້ອຍ​ພ້ອມ​ທັງ​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ ຕ່າງ​ກໍໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເລື້ອຍ​ມາ. ພວກ​ຂ້ານ້ອຍ​ບໍ່ເຄີຍ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.”


ປະຊາຊົນ​ຂອງ​ພຣະເຈົ້າ​ໄດ້​ຖາມ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເມົາ​ນັ່ງ​ເສີຍ​ຢູ່? ຮິບ​ມາ​ເຖີດ ໃຫ້​ພວກເຮົາ​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ຕາຍ​ຢູ່​ໃນ​ທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ລົງໂທດ​ພວກເຮົາ​ໃຫ້​ເຖິງ​ຕາຍ​ສາ​ແລ້ວ; ພຣະອົງ​ໄດ້​ໃຫ້​ພວກເຮົາ​ດື່ມ​ຢາ​ເບື່ອ ຍ້ອນ​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ດ້ວຍ ເຈັບປວດ​ແລະ​ທຸກໃຈ​ເຫຼືອ​ທີ່​ຈະ​ກ່າວ ຫົວໃຈ​ຂ້ານ້ອຍ​ເຈັບປວດ​ເພາະ​ມີ​ບາບໜາ ຄົນ​ຂ້າ​ກັນ​ຕາມ​ຖະໜົນ ມີ​ຄົນ​ຕາຍ​ທີ່​ເຮືອນ​ດ້ວຍ.


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລະ​ເປັນ​ກະບົດ ແຕ່​ພຣະອົງ​ບໍ່ໄດ້​ຍົກໂທດ​ໃຫ້.


ບັນພະບຸລຸດ​ໄດ້​ເຮັດ​ບາບ ແຕ່​ບັດນີ້​ເພິ່ນ​ຕາຍໄປ ພວກ​ຂ້ານ້ອຍ​ທົນທຸກ​ຍ້ອນ​ການບາບ​ຂອງ​ພວກເພິ່ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ສຳແດງ​ຣິດອຳນາດ​ຂອງ​ພຣະອົງ​ໃຫ້​ເຫັນ ໂດຍ​ນຳ​ເອົາ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກ​ຂ້ານ້ອຍ​ຍັງ​ຈົດຈຳ​ຣິດອຳນາດ​ຂອງ​ພຣະອົງ​ຢູ່. ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລະ​ເຮັດ​ຜິດ.


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ຝູງຕັກແຕນ​ກິນ​ທຸກຢ່າງ ທີ່​ມີ​ສີຂຽວ​ທັງໝົດ​ຢູ່​ໃນ​ດິນແດນ. ຂ້າພະເຈົ້າ​ຈຶ່ງ​ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂໍໂຜດ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ແດ່ທ້ອນ ພວກ​ນີ້​ຈະ​ລອດຊີວິດ​ໄດ້​ຢ່າງໃດ? ເພາະ​ພວກເຂົາ​ເປັນ​ພຽງແຕ່​ຄົນ​ກຸ່ມ​ນ້ອຍ​ແລະ​ອ່ອນແອ​ຫລາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka