Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 14:2 - ພຣະຄຳພີສັກສິ

2 “ຢູດາ​ກຳລັງ​ຢູ່​ໃນ​ສະພາບ​ໄວ້ທຸກ ເພາະ​ຄົນ​ໃນ​ເມືອງ​ກຳລັງ​ລົ້ມຕາຍ ປະຊາຊົນ​ໃນ​ເມືອງ​ກໍ​ໂສກເສົ້າ​ນອນ​ຕາມ​ຂີ້ດິນ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຮ້ອງຂໍ​ໃຫ້​ຊ່ວຍ.

Uka jalj uñjjattʼäta Copia luraña




ເຢເຣມີຢາ 14:2
30 Jak'a apnaqawi uñst'ayäwi  

ພວກເຂົາ​ບັງຄັບ​ຄົນ​ທຸກໄຮ້ ທີ່​ຮ້ອງຫາ​ພຣະເຈົ້າ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ໄດ້​ຍິນ​ຄຳຮ້ອງຂໍ​ຂອງ​ເຂົາເຈົ້າ.


ຂໍ​ໃຫ້​ຝູງງົວ​ຂອງ​ພວກ​ຂ້ານ້ອຍ​ອອກລູກ​ໃຫ້​ຫລາຍຂຶ້ນ ຂໍ​ຢ່າ​ໃຫ້​ມີ​ສຽງ​ຮ້ອງໄຫ້​ຮໍ່າໄຮ​ຕາມ​ທ້ອງ​ຖະໜົນ​ດ້ວຍ.


ພຣະເຈົ້າ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຄວນຄາງ​ຂອງ​ພວກເຂົາ ແລະ​ລະນຶກເຖິງ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ໃຫ້​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.


ຈິດໃຈ​ຂອງຂ້ອຍ​ຮໍ່າຮ້ອງ​ເຖິງ​ດິນແດນ​ໂມອາບ ປະຊາຊົນ​ພາກັນ​ປົບໜີໄປ​ທີ່​ເມືອງ​ໂຊອາ ແລະ​ໄປ​ທີ່​ເມືອງ​ເອັກລາດ-ເຊລິດຊີຢາ. ບາງຄົນ​ຍ່າງ​ຂຶ້ນຄ້ອຍ ຕ່າງ​ຮ້ອງໄຫ້​ໄປ​ທີ່​ເມືອງ​ລູຫິດ; ບາງຄົນ​ປົບໜີໄປ​ທີ່​ເມືອງ​ໂຮໂຣນາອິມ ທັງ​ຄວນຄາງ​ສຽງດັງ​ອຶກກະທຶກ.


ຊາວ​ເມືອງ​ຮ້ອງ​ດ່າ​ຕາມ​ຫົນທາງ​ຍ້ອນ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ​ອີກ. ຄວາມສຸກ​ໝົດ​ໄປ​ຈາກ​ດິນແດນ​ຢ່າງ​ບໍ່ມີ​ມື້​ຈະ​ກັບຄືນ​ມາ.


ແຜ່ນດິນ​ໂລກ​ຈະ​ແຫ້ງແລ້ງ ແລະ​ທຸກສິ່ງ​ຈະ​ຫ່ຽວແຫ້ງ​ໄປ; ທົ່ວ​ທັງໂລກ​ຈະ​ອ່ອນ​ລົງ ທັງ​ແຜ່ນດິນ​ໂລກ ແລະ​ຟ້າ​ສະຫວັນ ​ກໍ​ຈະ​ເສື່ອມເສຍ​ໄປ.


ກົກອະງຸ່ນ​ຈະ​ຫ່ຽວແຫ້ງ​ໄປ ແລະ​ເຫຼົ້າ​ອະງຸ່ນ​ຈະ​ຫາ​ຍາກ​ທີ່ສຸດ. ທຸກໆຄົນ​ທີ່​ເຄີຍ​ມີ​ຄວາມສຸກ ບັດນີ້ ກໍ​ຈະ​ມີ​ແຕ່​ຄວາມທຸກ


ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.


ດິນແດນ​ຖືກ​ປະຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ. ປ່າໄມ້​ຂອງ​ນະຄອນ​ເລບານອນ​ຫ່ຽວແຫ້ງ​ໄປ ຮ່ອມພູ​ທີ່​ອຸດົມສົມບູນ​ດີ​ໃນ​ຊາໂຣນ​ກໍ​ເປັນ​ດັ່ງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ຖິ່ນ​ບາຊານ ແລະ​ເທິງ​ພູ​ກາເມນ ໃບໄມ້​ກໍ​ຫລົ່ນ​ລົງ​ຈາກ​ຕົ້ນ​ໝົດ.


ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.


ສະນັ້ນ ເຮົາ​ຄື​ພຣະເຈົ້າຢາເວ​ຈຶ່ງ​ເຕືອນ​ພວກເຂົາ​ວ່າ ເຮົາ​ກຳລັງ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ແລະ​ພວກເຂົາ​ຈະ​ຫລົບຫລີກ​ໜີໄປ​ບໍ່ໄດ້. ເມື່ອ​ພວກເຂົາ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ ເຮົາ​ຈະ​ບໍ່​ຟັງ​ສຽງ​ຂອງ​ພວກເຂົາ.


ພວກເຂົາ​ເຮັດ​ໃຫ້​ດິນແດນ​ນັ້ນ​ຮົກຮ້າງ​ຫວ່າງເປົ່າ​ໄປ ໃຫ້​ນອນ​ຢຽດ​ຢູ່​ຕໍ່ໜ້າ​ເຮົາ​ຢ່າງ​ໂສກເສົ້າ. ດິນແດນ​ຈຶ່ງ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບໍ່ມີ​ຜູ້ໃດ​ກັງວົນ​ສົນໃຈ​ນຳ​ມັນ​ອີກ.


ດິນແດນ​ນັ້ນ​ຈະ​ແຫ້ງແລ້ງ​ຢູ່​ຢ່າງນີ້​ບໍ? ຫຍ້າ​ຕາມ​ທົ່ງນາ​ຈະ​ແຫ້ງ​ຢູ່​ຢ່າງນີ້​ດົນ​ປານໃດ? ຝູງສັດ ຝູງນົກ​ລົ້ມ​ຕາຍ​ຍ້ອນ​ປະຊາຊົນ​ຊົ່ວຊາມ ຄື​ຜູ້​ທີ່​ເວົ້າ​ວ່າ, ‘ພຣະເຈົ້າ​ບໍ່​ເຫັນ​ພວກເຮົາ​ເຮັດ​ດອກ.”’


ຈົ່ງ​ສົ່ງ​ຝູງ​ຄົນ​ເຂົ້າ​ມາ​ປຸ້ນ​ເຮືອນ​ຂອງ​ພວກເຂົາ ຢ່າງ​ພວກເຂົາ​ບໍ່​ຮູ້​ຕົວ; ຈົ່ງ​ເຮັດ​ໃຫ້​ພວກເຂົາ​ຮ້ອງໄຫ້​ດ້ວຍ​ຄວາມ​ຢ້ານກົວ​ແດ່ທ້ອນ. ພວກເຂົາ​ໄດ້​ຂຸດ​ຫລຸມ​ໄວ້​ດັກຈັບ​ຂ້ານ້ອຍ ແລະ​ໄດ້​ເຮັດ​ແຮ້ວ​ດັກຈັບ​ຂ້ານ້ອຍ​ຄືກັນ.


ສະນັ້ນ ແຜ່ນດິນ​ໂລກ​ຈຶ່ງ​ຈະ​ໄວ້ທຸກ​ກັນ ແລະ​ໃນ​ຟ້າ​ສະຫວັນ​ທົ່ວໄປ​ກໍ​ຈະ​ມືດມົວ​ໄປສິ້ນ. ເຮົາ​ກ່າວ​ໄປ​ແລ້ວ​ຈະ​ບໍ່ມີ​ການ​ປ່ຽນໃຈ ເມື່ອ​ເຮົາ​ໄດ້​ຕັດສິນໃຈ​ຈະ​ບໍ່ມີ​ການ​ປ່ຽນແປງ​ອີກ.


ຊົນຊາດ​ຕ່າງ​ກໍ​ໄດ້​ຍິນ​ວ່າ​ພວກເຈົ້າ​ອັບອາຍ ທຸກຄົນ​ຕ່າງ​ກໍ​ໄດ້​ຍິນ​ສຽງ​ພວກເຈົ້າ​ຮ້ອງໄຫ້. ທະຫານ​ຜູ້ໜຶ່ງ​ເຕັ້ນ​ໃສ່​ຜູ້​ອື່ນ​ທີ່​ເປັນ​ໝູ່​ຂອງຕົນ ແລະ​ທັງສອງ​ຕ່າງ​ກໍ​ລົ້ມລົງ​ດິນ​ທັງນັ້ນ.


ຫົວໃຈ​ຂອງ​ຂ້ານ້ອຍ​ບວມຊໍ້າ​ຍ້ອນ​ປະຊາຊົນ​ຖືກ​ຢຽບຢໍ່າ​ໃດ ຂ້ານ້ອຍ​ໄວ້ທຸກ​ລະທົມ​ໃຈ​ເພາະ​ຖືກ​ກະທຳ​ໃຫ້​ທໍ້ແທ້.


ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ຢ່າງ​ແນ່ນອນ​ວ່າ ກຳແພງ​ທີ່​ຕັ້ງ​ພູເຂົາ​ຊີໂອນ​ຕ້ອງ​ຖືກ​ທຳລາຍ​ກ້ຽງ; ພຣະອົງ​ວັດແທກ​ໃຫ້​ແນ່ໃຈ​ວ່າ​ມັນ​ຖືກ​ທຳລາຍ​ໝົດ ບັດນີ້ ຫໍຄອຍ​ແລະ​ກຳແພງ​ກໍ​ຫັກ​ເພພັງ​ລົງກ້ຽງ.


ປະຕູ​ກຳແພງ​ກໍ​ລົ້ມ ແລະ​ພັງ​ລົງ​ເປັນ​ເສດ​ຫີນ ກົງເຫລັກ​ກໍ​ຫັກ​ຕົກລົງ​ເປັນ​ຊິ້ນໆ. ບັດນີ້ ກະສັດ​ແລະ​ຂຸນນາງ​ກໍ​ຖືກ​ຈັບ​ເປັນ​ຊະເລີຍ ການ​ສັ່ງສອນ​ກົດບັນຍັດ​ກໍ​ບໍ່ມີ​ຕໍ່ໄປ​ອີກ​ແລ້ວ ສ່ວນ​ພວກ​ຜູ້ທຳນວາຍ​ກໍ​ບໍ່ໄດ້​ຮັບ​ນິມິດ​ຈາກ​ພຣະເຈົ້າຢາເວ


ຄວາມ​ອຶດຫິວ​ເຮັດ​ໃຫ້​ເຈັບໄຂ້​ຮ້ອນ​ທົ່ວ​ທັງຕົວ ຈົນ​ໜັງ​ແດງ​ດັ່ງ​ເຕົາ​ອົບ​ທີ່​ກຳລັງ​ຮ້ອນ.


ສະນັ້ນ ດິນແດນ​ຈະ​ແຫ້ງແລ້ງ ທຸກສິ່ງ​ທີ່​ມີ​ຊີວິດ​ຢູ່​ໃນ​ນັ້ນ​ຈະ​ຕາຍໄປ​ໝົດ. ສັດ​ແລະ​ນົກ​ທັງປວງ​ແມ່ນແຕ່​ປາ​ກໍ​ຈະ​ຕາຍ​ດ້ວຍ.”


ທົ່ງໄຮ່​ທົ່ງນາ​ກໍ​ຖືກ​ທຳລາຍ​ຈົນ​ໝົດ ທີ່ດິນ​ກໍ​ຈົມ​ຢູ່​ໃນ​ຄວາມ​ງຽບເຫງົາ​ທັງສິ້ນ. ບໍ່ມີ​ຮວງເຂົ້າ​ແລະ​ບໍ່ມີ​ພົ້ວ​ໝາກອະງຸ່ນ ໝາກກອກເທດ​ກໍ​ບໍ່ມີ​ຢູ່​ຕົ້ນ ພໍ​ເຮັດ​ນໍ້າມັນ​ໄດ້.


ພໍ່ນາ​ທັງຫລາຍ​ເອີຍ ຈົ່ງ​ໂສກເສົ້າ​ກັນ​ເຖີດ ຜູ້ເຝົ້າ​ສວນອະງຸ່ນ​ເອີຍ ຈົ່ງ​ຮ້ອງໄຫ້​ສາ​ເຖີດ ເພາະ​ເຂົ້າບາເລ​ແລະ​ເຂົ້າເດືອຍ​ກໍດີ ແລະ​ຜົນລະປູກ​ທັງໝົດ​ກໍ​ຖືກ​ທຳລາຍ​ກ້ຽງ.


ຈົ່ງ​ອອກ​ຄຳສັ່ງ​ໃຫ້​ປະຊາຊົນ​ອົດອາຫານ ຈົ່ງ​ເອີ້ນ​ກັນ​ມາ​ປະຊຸມ​ເປັນການ​ນັດ​ພິເສດ ຈົ່ງ​ເຕົ້າໂຮມ​ພວກ​ຜູ້ປົກຄອງ​ທັງ​ຊາວ​ຢູດາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ພາກັນ​ຮ້ອງໄຫ້​ຫາ​ພຣະເຈົ້າຢາເວ.


ເມື່ອ​ມັນ​ເຂົ້າມາ​ໃກ້ໆ ທຸກຄົນ​ຕ່າງ​ກໍ​ຢ້ານກົວ ຈົນ​ໜ້າ​ແຕ່ລະຄົນ​ຊີດຂາວ​ໄປ.


ເຮົາ​ໄດ້​ນຳ​ໄພ​ແຫ້ງແລ້ງ​ມາ​ສູ່​ດິນແດນ​ຄື: ເນີນພູ​ຕ່າງໆ, ທົ່ງນາ, ສວນອະງຸ່ນ, ສວນ​ໝາກກອກເທດ ຕະຫລອດ​ທັງ​ເຄື່ອງປູກ​ຂອງຝັງ​ທຸກໆ​ຊະນິດ ທີ່​ໄດ້​ເກີດຂຶ້ນ​ຕາມ​ພື້ນດິນ; ສູ່​ມະນຸດ​ແລະ​ສັດ​ທັງຫລາຍ ແລະ​ທຸກສິ່ງ​ທີ່​ພວກເຈົ້າ​ພະຍາຍາມ​ປູກ​ຂຶ້ນ.”


ຍ້ອນ​ພວກເຂົາ​ບໍ່​ເຊື່ອຟັງ​ເມື່ອ​ເຮົາ​ກ່າວ, ເຮົາ​ຈຶ່ງ​ບໍ່​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຂົາ. ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ແມ່ນແຕ່​ພວກ​ທີ່​ລອດຕາຍ​ມາ​ໄດ້​ກໍ​ຍັງ​ເປັນ​ຕຸ່ມຝີ; ສະນັ້ນ ພວກເຂົາ​ຈຶ່ງ​ໄດ້​ຂໍຮ້ອງ​ໃຫ້​ບັນດາ​ພະ​ຂອງ​ພວກເຂົາ​ຊ່ວຍເຫລືອ.


“ມື້ອື່ນ ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ສົ່ງ​ຄົນ​ໜຶ່ງ​ຈາກ​ເຜົ່າ​ເບັນຢາມິນ​ມາ​ຫາ​ເຈົ້າ; ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ລາວ​ໃຫ້​ເປັນ​ກະສັດ ເພື່ອ​ປົກຄອງ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ; ແລະ​ລາວ​ຈະ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ. ເຮົາ​ໄດ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ ແລະ​ໄດ້ຍິນ​ສຽງ​ຮ້ອງ​ຂໍ​ໃຫ້​ຊ່ວຍເຫລືອ​ຂອງ​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka