Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 14:19 - ພຣະຄຳພີສັກສິ

19 ພຣະອົງ​ໄດ້​ປະຖິ້ມ​ຢູດາ​ເດັດຂາດ​ແລ້ວ​ບໍ? ພຣະອົງ​ກຽດຊັງ​ປະຊາຊົນ​ໃນ​ນະຄອນ​ຊີໂອນ​ຫລື​ນີ້? ເປັນຫຍັງ​ຈຶ່ງ​ທຳຮ້າຍ​ພວກ​ຂ້ານ້ອຍ​ໜັກ​ຫລາຍ? ຈົນ​ບໍ່​ຮັກສາ​ພວກ​ຂ້ານ້ອຍ​ໃຫ້​ດີ​ໄດ້? ສັນຕິສຸກ​ຄື​ສິ່ງ​ທີ່​ພວກ​ຂ້ານ້ອຍ​ຊອກຫາ ແຕ່​ກໍ​ບໍ່​ເຫັນ​ສິ່ງ​ທີ່​ດີ​ເກີດຂຶ້ນ​ມາ​ຈັກເທື່ອ; ພວກ​ຂ້ານ້ອຍ​ຫວັງ​ຈະ​ໄດ້​ຮັບ​ການ​ຮັກສາ​ໃຫ້​ດີ ແຕ່​ຄວາມ​ຢ້ານກົວ​ໃຫຍ່​ກໍ​ມາ​ແທນທີ່.

Uka jalj uñjjattʼäta Copia luraña




ເຢເຣມີຢາ 14:19
26 Jak'a apnaqawi uñst'ayäwi  

ແຕ່​ພວກເຂົາ​ໄດ້​ຫົວ​ເຍາະເຍີ້ຍ​ໃສ່​ພວກ​ຜູ້ນຳຂ່າວ​ຂອງ​ພຣະເຈົ້າ ໂດຍ​ບໍ່ຍອມ​ຮັບ​ເອົາ​ຖ້ອຍຄຳ​ຂອງ​ພຣະອົງ ແລະ​ຫົວຂວັນ​ໃສ່​ຜູ້ທຳນວາຍ​ຂອງ​ພຣະອົງ; ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ​ຫລາຍ​ຍິ່ງ​ຂຶ້ນ ຈົນ​ບໍ່ມີ​ຜູ້ໃດ​ໜີພົ້ນ​ໄປ​ໄດ້.


ຂ້ານ້ອຍ​ຫວັງ​ໄດ້​ຮັບ​ແສງແຈ້ງ​ແລະ​ຄວາມສຸກ ແຕ່​ຄວາມ​ເດືອດຮ້ອນ ແລະ​ມືດໜາ​ກໍ​ມາ​ແທນທີ່.


ເມື່ອ​ເຫັນ​ເຊັ່ນນີ້ ພຣະເຈົ້າ​ກໍ​ກິ້ວໂກດ​ຫລາຍ ສະນັ້ນ ພຣະອົງ​ຈຶ່ງ​ປະລະ​ປະຊາຊົນ​ຂອງ​ພຣະອົງ​ໝົດ​ສິ້ນ.


ແຕ່​ພຣະອົງ​ໂກດຮ້າຍ​ຕໍ່​ກະສັດ​ທີ່​ພຣະອົງ​ເລືອກເອົາ ພຣະອົງ​ໄດ້​ປະຖິ້ມ​ລາວ​ແລະ​ບໍ່​ຮັບ​ເອົາ​ລາວ​ດ້ວຍ.


ຄົນ​ທີ່​ສືບຕໍ່​ດື້ດ້ານ​ຕໍ່​ຄຳ​ບອກສອນ ກໍ​ຈະ​ຫຼົ້ມຈົມ​ຈົນ​ເຫລືອແກ້​ໃນ​ມື້​ໜຶ່ງ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ປະຖິ້ມ​ຊົນຊາດ​ອິດສະຣາເອນ ເຮົາ​ໄດ້​ໂຍນ​ຊົນຊາດ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ມອບ​ປະຊາຊົນ​ທີ່​ເຮົາ​ຮັກແພງ​ຫລາຍ ໄວ້​ໃນ​ເງື້ອມມື​ໃຕ້​ອຳນາດ​ຂອງ​ສັດຕູ​ສາ​ແລ້ວ.


ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກ​ນັ້ນ​ຫັນ​ມາ​ຕໍ່ສູ້​ເຮົາ ເໝືອນ​ດັ່ງ​ໂຕສິງ​ຢູ່​ໃນ​ປ່າດົງ​ພົງໄພ​ນັ້ນ ຕ່າງ​ກໍ​ຮ້ອງ​ແຜດສຽງ​ໃສ່​ເຮົາ ດັ່ງນັ້ນ ເຮົາ​ຈຶ່ງ​ກຽດຊັງ​ພວກເຂົາ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຖິງ​ແມ່ນ​ວ່າ​ໂມເຊ​ກັບ​ຊາມູເອນ​ຢືນ​ຮ້ອງຂໍ​ນຳ​ເຮົາ​ຢູ່​ທີ່​ນີ້; ເຮົາ​ກໍ​ຈະ​ບໍ່ມີ​ໃຈ​ເມດຕາ​ຕໍ່​ປະຊາຊົນ​ເຫຼົ່ານີ້​ເລີຍ. ຈົ່ງ​ໄລ່​ພວກເຂົາ​ໜີໄປ; ຈົ່ງ​ໃຫ້​ພວກເຂົາ​ໜີ​ພົ້ນ​ໄປ​ຈາກ​ສາຍຕາ​ຂອງເຮົາ​ສາ.


ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕ້ອງ​ທົນທຸກ​ຢູ່​ຢ່າງນີ້? ເປັນຫຍັງ​ບາດແຜ​ຂອງ​ຂ້ານ້ອຍ​ຈຶ່ງ​ບໍ່​ດີ​ຈັກເທື່ອ? ເປັນຫຍັງ​ບາດແຜ​ນັ້ນ​ຈຶ່ງ​ປິ່ນປົວ​ບໍ່​ດີ? ພຣະອົງ​ຕັ້ງໃຈ​ຈະ​ໃຫ້​ຂ້ານ້ອຍ​ຕ້ອງ​ຜິດຫວັງ ດັ່ງ​ນໍ້າ​ຫ້ວຍ​ທີ່​ບົກແຫ້ງ​ລົງ​ໃນ​ລະດູຮ້ອນ​ຊັ້ນບໍ?”


ພຣະເຈົ້າຢາເວ​ກ່າວ​ວ່າ, “ບາດແຜ​ຂອງ​ພວກເຈົ້າ​ຈະ​ປົວ​ບໍ່​ດີ ບ່ອນ​ເຈັບປວດ​ຂອງ​ພວກເຈົ້າ​ກໍ​ເຮັດ​ໃຫ້​ຫາຍດີ​ບໍ່ໄດ້.


ບໍ່ມີ​ຜູ້ໃດ​ບົວລະບັດ​ພວກເຈົ້າ​ເລີຍ ບາດແຜ​ປົວ​ບໍ່​ດີ​ແລະ​ຫວ້ານຢາ​ກໍ​ບໍ່ມີ​ດ້ວຍ.


ພຣະເຈົ້າ​ຂອງ​ພວກເຂົາ ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ບໍ່ໄດ້​ປະຖິ້ມ​ອິດສະຣາເອນ​ແລະ​ຢູດາ ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ກໍຕາມ.


ຄົນ​ທັງຫລາຍ​ຈະ​ເອີ້ນ​ພວກເຂົາ​ວ່າ​ເປັນ​ຂອງ​ເສດເຫລືອ; ເພາະ​ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ປະຖິ້ມ​ພວກເຂົາ​ແລ້ວ.”


ພຣະເຈົ້າຢາເວ​ກ່າວ​ວ່າ, “ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ທຸກ​ສາ​ເຖີດ ຈົ່ງ​ແຖ​ຜົມ​ພວກເຈົ້າ​ອອກ ແລະ​ໂຍນ​ມັນ​ຖິ້ມ​ສາ ຈົ່ງ​ຮ້ອງເພງ​ອາໄລ​ອາວອນ​ທີ່​ເທິງ​ຈອມພູ​ພຸ້ນ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ​ໃດ ແລະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ສາ​ແລ້ວ.”


ພວກເຮົາ​ຫວັງ​ໄດ້​ເຫັນ​ຄວາມ​ສະຫງົບສຸກ ແລະ​ຍາມ​ປິ່ນປົວ​ໃຫ້​ດີ ແຕ່​ຄວາມ​ແຕກຕື່ນ​ຕົກໃຈກົວ​ໄດ້​ເຂົ້າ​ມາ​ແທນທີ່; ມັນ​ບໍ່ມີ​ປະໂຫຍດ​ຫຍັງ​ແລ້ວ.


ບໍ່ມີ​ຫວ້ານຢາ​ທີ່​ກີເລອາດ ບໍ່ມີ​ໝໍ​ຜູ້ໃດ​ປິ່ນປົວ​ໄດ້​ບໍ? ຖ້າດັ່ງນັ້ນ ເປັນຫຍັງ​ບາດແຜ​ຂອງ​ປະຊາຊົນ​ຈຶ່ງ​ປິ່ນປົວ​ບໍ່ໄດ້?


ຂ້ອຍ​ຈະ​ເວົ້າ​ຫຍັງ​ໄດ້​ແດ່? ໂອ ເຢຣູຊາເລັມ​ເອີຍ ຈະ​ອອຍໃຈ​ເຈົ້າ​ຢ່າງໃດ? ຜູ້ໃດ​ແດ່​ທົນ​ທຸກຢ່າງ​ນີ້? ໄພພິບັດ​ທີ່​ເຈົ້າ​ໄດ້​ຮັບ​ບໍ່ມີ​ຂອບເຂດ​ດັ່ງ​ມະຫາສະໝຸດ ບໍ່ມີ​ຫວັງ​ໃດໆ​ທີ່​ຈະ​ປິ່ນປົວ​ເຈົ້າ​ໄດ້​ສາ​ແລ້ວ.


ພຣະອົງ​ໄດ້​ເຊີນ​ໃຫ້​ເຫຼົ່າ​ສັດຕູ​ມາ​ງານລ້ຽງ ຄື​ນຳ​ເອົາ​ຄວາມຢ້ານ​ໃຫຍ່​ອ້ອມ​ຂ້ານ້ອຍ​ໄວ້ ໃນ​ວັນ​ທີ່​ພຣະເຈົ້າຢາເວ​ໂກດຮ້າຍ​ນັ້ນ​ບໍ່ມີ​ຜູ້ໃດ​ໜີໄປ​ໄດ້​ເລີຍ ພວກເຂົາ​ໄດ້​ຂ້າ​ລູກໆ​ທີ່​ຂ້ານ້ອຍ​ຮັກ​ລ້ຽງດູ​ມານັ້ນ.


ພວກເຮົາ​ຫລຽວເບິ່ງ​ຈົນ​ອິດເມື່ອຍ ແຕ່​ບໍ່​ເຫັນ​ຄວາມ​ຊ່ວຍເຫລືອ​ໃດໆ ພວກເຮົາ​ຄອງຄອຍ​ຖ້າ​ຄວາມ​ຊ່ວຍຊູ ຈາກ​ປະເທດ​ທີ່​ບໍ່ມີ​ຫຍັງ​ຊ່ວຍ​ໄດ້.


ຫລື​ພຣະອົງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ສືບໄປ​ຊັ້ນບໍ່? ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ບໍ່ມີ​ຂອບເຂດ​ເລີຍບໍ?


ຊາວ​ເມືອງ​ມາໂຣດ ຕ່າງ​ກໍ​ລໍຖ້າ​ການ​ບັນເທົາທຸກ​ດ້ວຍ​ໃຈ​ກະວົນ​ກະວາຍ ຍ້ອນ​ພຣະເຈົ້າຢາເວ​ໄດ້​ນຳ​ໄພພິບັດ​ເຂົ້າ​ມາ​ໃກ້​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ.


ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫຼະ ຄວາມ​ພິນາດ​ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ​ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka