Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 14:18 - ພຣະຄຳພີສັກສິ

18 ເມື່ອ​ຂ້ານ້ອຍ​ອອກ​ໄປ​ຕາມ​ທ້ອງ​ທົ່ງນາ ກໍ​ເຫັນ​ຊາກສົບ​ຄົນຕາຍ​ຢາຍ​ຢູ່​ໃນ​ສະໜາມຮົບ; ເມື່ອ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ນະຄອນ ກໍ​ເຫັນ​ຄົນ​ກຳລັງ​ອຶດ​ຕາຍ​ກັນ​ທັງນັ້ນ. ຜູ້ທຳນວາຍ​ແລະ​ປະໂຣຫິດ​ກໍ​ເຮັດ​ວຽກ​ຂອງ​ພວກເຂົາ ແຕ່​ພວກເຂົາ​ບໍ່​ຮູ້ຈັກ​ສິ່ງ​ທີ່​ພວກຕົນ​ກຳລັງ​ເຮັດ​ຢູ່.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 14:18
19 Jak'a apnaqawi uñst'ayäwi  

ທົ່ວ​ທັງ​ເມືອງ​ກຳລັງ​ອຶກກະທຶກ ເຕັມ​ໄປ​ດ້ວຍ​ສຽງ​ຄຶກໂຄມ​ແລະ​ຕື່ນເຕັ້ນ. ພວກ​ຜູ້ຊາຍ​ທີ່​ຕາຍ​ໃນ​ເສິກ​ນີ້ ບໍ່ໄດ້​ຕາຍ​ຍ້ອນ​ການ​ສູ້ຮົບ.


ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ມືນເມົາ​ເໝືອນກັນ ຈົນ​ຍ່າງ​ໂຊເຊ ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ດື່ມ​ເຫຼົ້າ​ຫລາຍ ຈົນ​ມືນເມົາ​ເຕະ​ສະດຸດ. ພວກ​ຜູ້ທຳນວາຍ​ເມົາຫຼາຍ ຈົນ​ບໍ່​ເຂົ້າໃຈ​ນິມິດ​ຕ່າງໆ​ທີ່​ພຣະເຈົ້າ​ສົ່ງ​ມາ; ແລະ​ພວກ​ປະໂຣຫິດ​ກໍ​ເມົາໂພດ ຈົນ​ຕັດສິນ​ຄະດີ​ທີ່​ຄົນ​ນຳ​ມາ​ຫາ​ພວກເຂົາ​ບໍ່ໄດ້.


ປະໂຣຫິດ​ບໍ່ໄດ້​ຖາມ​ວ່າ, ‘ພຣະເຈົ້າຢາເວ​ຢູ່​ໃສ?’ ພວກ​ທີ່​ຮັກສາ​ກົດບັນຍັດ​ຂອງເຮົາ​ກໍ​ບໍ່ໄດ້​ຮູ້ຈັກ​ເຮົາ​ຊໍ້າ. ພວກ​ຜູ້ປົກຄອງ​ກໍໄດ້​ກະບົດ​ຕໍ່ສູ້​ເຮົາ ຜູ້ທຳນວາຍ​ໄດ້​ກ່າວ​ໃນ​ນາມ​ພະບາອານ ພວກເຂົາ​ພາກັນ​ນ້ອມ​ນະມັດສະການ ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ບໍ່ມີ​ປະໂຫຍດ.


“ເຮົາ​ບໍ່ໄດ້​ໃຊ້​ຜູ້ທຳນວາຍ​ເຫຼົ່ານີ້​ໄປ ແຕ່​ພວກເຂົາ​ໄປ​ເອງ. ເຮົາ​ບໍ່ໄດ້​ໃຫ້​ຖ້ອຍຄຳ​ຫຍັງ​ແກ່​ພວກເຂົາ​ເລີຍ; ແຕ່​ພວກເຂົາ​ກໍ​ກ່າວ​ໃນ​ນາມ​ຂອງເຮົາ.


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ຍ້ອນ​ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ ພະຍາຍາມ​ຈະ​ຫາ​ເງິນ​ໃນ​ທາງ​ທີ່​ບໍ່​ສັດຊື່; ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ພວກເຮົາ​ບໍ່​ກ້າ​ອອກ​ໄປ​ນອກ​ເມືອງ ຫລື​ຍ່າງ​ຕາມ​ຖະໜົນ​ຫົນທາງ ເພາະ​ເຫຼົ່າ​ສັດຕູ​ຖື​ອາວຸດ​ອ້ອມລ້ອມ​ພວກເຮົາ​ຢູ່ ແລະ​ພວກເຮົາ​ກໍ​ຢ້ານກົວ​ພວກເຂົາ​ຫລາຍ.”


ສະນັ້ນ ເຮົາ​ຈຶ່ງ​ຈະ​ມອບ​ທົ່ງນາ​ຂອງ​ພວກເຂົາ​ໃຫ້​ຄົນ​ໃໝ່​ເປັນ​ເຈົ້າຂອງ ແລະ​ມອບ​ເມຍ​ຂອງ​ພວກເຂົາ​ໃຫ້​ເປັນ​ຂອງ​ຊາຍ​ອື່ນ. ທຸກຄົນ​ບໍ່​ວ່າ​ໃຫຍ່​ຫລື​ນ້ອຍ​ພະຍາຍາມ​ຫາ​ເງິນ​ໃນ​ທາງ​ບໍ່​ສັດຊື່. ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ສໍ້ໂກງ​ປະຊາຊົນ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ດ້ວຍ ເຈັບປວດ​ແລະ​ທຸກໃຈ​ເຫຼືອ​ທີ່​ຈະ​ກ່າວ ຫົວໃຈ​ຂ້ານ້ອຍ​ເຈັບປວດ​ເພາະ​ມີ​ບາບໜາ ຄົນ​ຂ້າ​ກັນ​ຕາມ​ຖະໜົນ ມີ​ຄົນ​ຕາຍ​ທີ່​ເຮືອນ​ດ້ວຍ.


ຕະຫລອດ​ທັງ​ຄືນ​ນັ້ນ​ໃຫ້​ເຈົ້າ​ລຸກຂຶ້ນ​ມາ ລຸກ​ແລ້ວ​ລຸກອີກ ຄໍ່າຄວນ​ຫາ​ອົງພຣະ​ຜູ້​ເປັນເຈົ້າ; ຈົ່ງ​ເປີດໃຈ​ເຈົ້າ​ອອກ​ຂໍ​ໃຫ້​ເມດຕາ​ລູກ​ເຈົ້າ​ທັງຫລາຍ ຜູ້​ທີ່​ອຶດຫິວ​ຕາຍ​ຕາມ​ແຈ​ຫົນທາງ​ທຸກ​ເສັ້ນ.


ພວກ​ທີ່​ຕາຍ​ໃນ​ການ​ສູ້ຮົບ​ກໍດີກວ່າ​ຕາຍ​ທີຫລັງ ທີ່​ຄ່ອຍໆ​ຫິວຕາຍ​ຂາດ​ອາຫານ​ກິນ​ໃຫ້​ມີ​ຊີວິດ​ຢູ່.


ການ​ສູ້ຮົບ​ກຳລັງ​ເກີດຂຶ້ນ​ຢູ່​ຕາມ​ທ້ອງ​ຖະໜົນ​ຫົນທາງ ຕະຫລອດ​ທັງ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການອຶດຢາກ​ກໍ​ມີ​ຢູ່​ຕາມ​ເຮືອນ. ຜູ້ໃດ​ຜູ້ໜຶ່ງ​ທີ່​ອອກ​ໄປ​ຢູ່​ຕາມ​ບ້ານນອກ​ຈະ​ຕາຍ​ໃນ​ການ​ສູ້ຮົບ; ຜູ້ໃດ​ຜູ້ໜຶ່ງ​ທີ່​ຢູ່​ໃນເມືອງ ຈະ​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ເຈັບໄຂ້​ໄດ້ປ່ວຍ​ແລະ​ການອຶດຢາກ.


“ແມ່ນ​ເຮົາ​ທີ່​ນຳ​ເອົາ​ຄວາມ​ອຶດຢາກ​ມາ​ສູ່​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ; ແຕ່​ເຖິງປານນັ້ນ ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ກັບຄືນ​ມາ​ຫາ​ເຮົາ.” ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ດັ່ງນີ້ແຫລະ.


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ພຣະເຈົ້າຢາເວ​ຈະ​ນຳ​ພວກເຈົ້າ​ແລະ​ກະສັດ​ຂອງ​ພວກເຈົ້າ​ໄປ​ສູ່​ຕ່າງແດນ ບ່ອນ​ທີ່​ພວກ​ເຈົ້າເອງ​ແລະ​ປູ່ຍ່າຕາຍາຍ​ບໍ່ເຄີຍ​ຢູ່​ມາ​ກ່ອນ; ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພະອື່ນ​ທີ່​ເຮັດ​ດ້ວຍ​ໄມ້ ແລະ​ຫີນ.


ພຣະເຈົ້າຢາເວ​ຈະ​ກະຈັດ​ກະຈາຍ​ພວກເຈົ້າ​ໃນ​ທ່າມກາງ​ທຸກ​ຊົນຊາດ ຕັ້ງແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ໂລກ ແລ້ວ​ພວກເຈົ້າ​ກໍ​ຈະ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ເປັນ​ໄມ້​ແລະ​ເປັນ​ຫີນ ຊຶ່ງ​ທັງ​ພວກເຈົ້າ​ເອງ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາກ່ອນ.


ແລະ​ດ້ວຍ​ໃຈ​ໂລບ ພວກເຂົາ​ຈະ​ໄດ້​ກຳໄລ​ຈາກ​ພວກເຈົ້າ​ດ້ວຍ​ກ່າວ​ຄຳ​ຕົວະ ການ​ລົງໂທດ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຖືກ​ພິພາກສາ​ດົນນານ​ມາ​ແລ້ວ ກໍ​ບໍ່​ເສີຍຊ້າ​ຢູ່. ຄວາມ​ຈິບຫາຍ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ບໍ່ໄດ້​ລືມ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka