ເຢເຣມີຢາ 14:16 - ພຣະຄຳພີສັກສິ16 ປະຊາຊົນຜູ້ໃດທີ່ຟັງພວກເຂົາເວົ້າໃນສິ່ງເຫຼົ່ານີ້ ກໍຈະຖືກຂ້າໂດຍວິທີດຽວກັນນີ້. ຊາກສົບຂອງພວກເຂົາຈະຖືກໂຍນຖິ້ມ ຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມ ແລະຈະບໍ່ມີຜູ້ໃດຝັງຊາກສົບຂອງພວກເຂົາ. ເຫດການນີ້ຈະເກີດຂຶ້ນກັບພວກເຂົາທຸກຄົນ ລວມທັງເມຍ, ລູກຊາຍ ແລະລູກສາວຂອງພວກເຂົາດ້ວຍ. ເຮົາຈະໃຫ້ພວກເຂົາໄດ້ຮັບໂທດກຳ ຍ້ອນພວກເຂົາເອງໄດ້ເຮັດຊົ່ວ.” Uka jalj uñjjattʼäta |
ເພາະສະນັ້ນ ອາມາຊີຢາເອີຍ ພຣະເຈົ້າຢາເວຈຶ່ງກ່າວຕໍ່ເຈົ້າວ່າ, ‘ເມຍຂອງເຈົ້າຈະກາຍເປັນໂສເພນີຢູ່ໃນເມືອງນີ້ ລູກຊາຍຍິງຂອງເຈົ້າຈະຖືກຂ້າໃນສົງຄາມ. ດິນແດນຂອງເຈົ້າຈະຖືກແບ່ງໃຫ້ຄົນອື່ນ ແລ້ວເຈົ້າເອງກໍຈະຕາຍຢູ່ໃນດິນແດນຂອງຄົນບໍ່ນັບຖືພຣະເຈົ້າ. ສ່ວນປະຊາຊົນອິດສະຣາເອນນັ້ນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.”’