ເຢເຣມີຢາ 14:15 - ພຣະຄຳພີສັກສິ15 ເຮົາຄືພຣະເຈົ້າຢາເວບອກເຈົ້າໃຫ້ຮູ້ເຖິງສິ່ງທີ່ເຮົາກຳລັງຈະເຮັດ ຕໍ່ພວກຜູ້ທຳນວາຍເຫຼົ່ານີ້ ແລະເຮົາບໍ່ໄດ້ໃຊ້ພວກເຂົາໄປ; ແຕ່ພວກເຂົາເວົ້າໃນນາມຂອງເຮົາວ່າ ສົງຄາມ ແລະຄວາມອຶດຕາຍຈະບໍ່ເກີດຂຶ້ນຢູ່ໃນດິນແດນນີ້; ເຮົາຈະຂ້າພວກເຂົາໃນສົງຄາມ ແລະໃນການອຶດຢາກ. Uka jalj uñjjattʼäta |
ພວກເຂົາອັບອາຍຂາຍໜ້າບໍ ທີ່ໄດ້ກະທຳສິ່ງອັນໜ້າລັງກຽດເຊັ່ນນີ້? ບໍ່ເລີຍ ພວກເຂົາບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຂົາຢູ່ຊື່ໆບໍ່ແດງຊໍ້າ. ສະນັ້ນ ພວກເຂົາຈຶ່ງຈະລົ້ມລົງດັ່ງຄົນອື່ນທີ່ໄດ້ລົ້ມລົງ; ເມື່ອເຮົາລົງໂທດພວກເຂົາກໍແມ່ນຈຸດຈົບສຳລັບພວກເຂົາສາແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ປະຊາຊົນຂອງເຮົາເອີຍ ພວກເຈົ້າບໍ່ອັບອາຍເພາະສິ່ງອັນໜ້າລັງກຽດນີ້ບໍ? ບໍ່ ພວກເຈົ້າບໍ່ອັບອາຍຂາຍໜ້າຫຍັງດອກ; ສີໜ້າຂອງພວກເຈົ້າຊື່ໆ ແລະບໍ່ແດງເລີຍ ສະນັ້ນ ພວກເຈົ້າຈຶ່ງຈະລົ້ມລົງດັ່ງພວກອື່ນທີ່ລົ້ມລົງແລ້ວ; ເມື່ອເຮົາລົງໂທດພວກເຈົ້າ ກໍແມ່ນຈຸດຈົບສຳລັບພວກເຈົ້າເທົ່ານັ້ນແລ້ວ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ເຮົາໃກ້ຈະລົງໂທດພວກເຈົ້າ ຄືພວກຜູ້ທຳນວາຍທີ່ມີນິມິດຈອມປອມ ແລະເວົ້າຄຳທຳນວາຍທີ່ນຳໄປສູ່ທາງຜິດ. ພວກເຈົ້າຈະບໍ່ໄດ້ຢູ່ໃນທີ່ນັ້ນ ເມື່ອປະຊາຊົນຂອງເຮົາມາປະຊຸມກັນ; ຊື່ພວກເຈົ້າຈະບໍ່ໄດ້ລວມເຂົ້າ ໃນບັນຊີລາຍຊື່ຂອງພົນລະເມືອງຂອງຊາດອິດສະຣາເອນ; ພວກເຈົ້າຈະບໍ່ໄດ້ກັບຄືນເມືອສູ່ດິນແດນຂອງພວກເຈົ້າອີກ. ແລ້ວພວກເຈົ້າກໍຈະຮູ້ວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າ.
ເພາະສະນັ້ນ ອາມາຊີຢາເອີຍ ພຣະເຈົ້າຢາເວຈຶ່ງກ່າວຕໍ່ເຈົ້າວ່າ, ‘ເມຍຂອງເຈົ້າຈະກາຍເປັນໂສເພນີຢູ່ໃນເມືອງນີ້ ລູກຊາຍຍິງຂອງເຈົ້າຈະຖືກຂ້າໃນສົງຄາມ. ດິນແດນຂອງເຈົ້າຈະຖືກແບ່ງໃຫ້ຄົນອື່ນ ແລ້ວເຈົ້າເອງກໍຈະຕາຍຢູ່ໃນດິນແດນຂອງຄົນບໍ່ນັບຖືພຣະເຈົ້າ. ສ່ວນປະຊາຊົນອິດສະຣາເອນນັ້ນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.”’