ເຢເຣມີຢາ 14:14 - ພຣະຄຳພີສັກສິ14 ແຕ່ພຣະເຈົ້າຢາເວໄດ້ຕອບຄືນວ່າ, “ພວກຜູ້ທຳນວາຍກຳລັງໃຊ້ນາມຂອງເຮົາກ່າວຖ້ອຍຄຳບໍ່ຈິງ ເຮົາບໍ່ໄດ້ໃຊ້ພວກເຂົາໄປ ແລະບໍ່ໄດ້ສັ່ງ ຫລືເວົ້າແມ່ນແຕ່ຄຳດຽວກັບພວກເຂົາ. ນິມິດທັງຫລາຍທີ່ພວກເຂົາເວົ້າເຖິງນັ້ນບໍ່ໄດ້ມາຈາກເຮົາ ການທຳນວາຍຂອງພວກເຂົາບໍ່ມີປະໂຫຍດ ແລະເປັນສິ່ງທີ່ພວກເຂົາຄິດຝັນເອົາເອງ. Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວກ່ຽວກັບອາຮາບລູກຊາຍຂອງໂກໄລຢາ ແລະເຊເດກີຢາລູກຊາຍຂອງມາອາເສອີຢາ ທີ່ກຳລັງເວົ້າຕົວະໃນນາມຂອງພຣະອົງວ່າ: ‘ເຮົາຈະໃຫ້ພວກເຂົາ ຕົກຢູ່ໃນກຳມືຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ. ລາວຈະປະຫານຊີວິດພວກເຂົາຕໍ່ໜ້າຕໍ່ຕາພວກເຈົ້າ.
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”
ປະຊາຊົນປຶກສາກັບບັນດາຮູບເຄົາຣົບ ແລະໝໍດູໝໍມໍ ແຕ່ພວກມັນໃຫ້ຄຳຕອບທີ່ຕົວະ ແລະຫລອກລວງ. ບາງຄົນກໍແກ້ຄວາມຝັນ ແຕ່ເປັນຄຳຫລອກລວງພວກເຈົ້າເທົ່ານັ້ນ; ຄຳເລົ້າໂລມທີ່ພວກມັນໃຫ້ພວກເຈົ້ານັ້ນບໍ່ມີປະໂຫຍດ. ເພາະສະນັ້ນ ປະຊາຊົນຈຶ່ງຊັດເຊພະເນຈອນໄປດັ່ງຝູງແກະ. ພວກເຂົາຕົກຢູ່ໃນຄວາມເດືອດຮ້ອນຍ້ອນບໍ່ມີຜູ້ນຳພາ.