Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 14:13 - ພຣະຄຳພີສັກສິ

13 ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຮູ້​ເຖິງ​ເລື່ອງ​ທີ່​ບັນດາ​ຜູ້ທຳນວາຍ​ກຳລັງ​ບອກ​ປະຊາຊົນ​ວ່າ ຈະ​ບໍ່ມີ​ເສິກ​ສົງຄາມ ແລະ​ການ​ອຶດຕາຍ​ດອກ ກໍ​ເພາະ​ພຣະອົງ​ໄດ້​ສັນຍາ​ໄວ້. ດັ່ງນັ້ນ ພວກເຂົາ​ເວົ້າ​ວ່າ, ໃນ​ດິນແດນ​ຂອງ​ພວກເຮົາ​ຈະ​ມີ​ແຕ່​ຄວາມ​ສະຫງົບສຸກ​ເທົ່ານັ້ນ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 14:13
17 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ວ່າ, “ບັນດາ​ຜູ້ນຳ​ທັງໝົດ ຄື​ຜູ້​ທີ່​ຖືກ​ສົ່ງ​ມາ​ຕັກເຕືອນ​ປະຊາຊົນ​ຂອງເຮົາ​ນັ້ນ​ຕາບອດ​ໝົດ ພວກເຂົາ​ບໍ່​ຮູ້ຈັກ​ຫຍັງ. ພວກເຂົາ​ເປັນ​ດັ່ງ​ໝາ​ນອນ​ເຝົ້າ​ທີ່​ບໍ່​ເຫົ່າ ຄື​ມັກ​ເອ່ນ​ຕົວ​ລົງ ແລະ​ເພີ້ຝັນ. ພວກເຂົາ​ມັກ​ນອນ​ຫລາຍ​ແທ້.


ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ຈະ​ກ່າວ​ຢ່າງໃດ; ຂ້ານ້ອຍ​ຍັງ​ໜຸ່ມ​ເກີນໄປ​ທີ່​ຈະ​ກ່າວ​ຕໍ່ໜ້າ​ມະຫາຊົນ.”


ປັດຊູ​ເອີຍ ສຳລັບ​ເຈົ້າ ແລະ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ຖືກ​ຈັບ​ໄປ​ທີ່​ນັ້ນ​ເຊັ່ນກັນ. ເຈົ້າ​ຈະ​ຕາຍ​ແລະ​ຖືກ​ຝັງ​ໄວ້​ໃນ​ທີ່ນັ້ນ​ຮ່ວມ​ກັບ​ມິດ​ສະຫາຍ​ທັງໝົດ ທີ່​ເຈົ້າ​ໄດ້​ບອກ​ໃຫ້​ພວກເຂົາ​ເວົ້າ​ຕົວະ​ຫລາຍໆ​ຢ່າງນັ້ນ.”’


ສຳລັບ​ປະຊາຊົນ​ຜູ້​ທີ່​ບໍ່​ຍອມ​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ ພວກເຂົາ​ຕ່າງ​ກໍ​ສືບຕໍ່​ບອກ​ວ່າ, ‘ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ.’ ພວກເຂົາ​ບອກ​ທຸກຄົນ​ທີ່​ດື້ດ້ານ​ວ່າ, ‘ໄພພິບັດ​ຈະ​ບໍ່​ມາ​ຖືກ​ພວກເຈົ້າ​ຈັກເທື່ອ.”’


ພວກ​ຜູ້ທຳນວາຍ​ທີ່​ເຕືອນ​ທ່ານ​ວ່າ ກະສັດ​ແຫ່ງ​ບາບີໂລນ​ຈະ​ບໍ່​ມາ​ໂຈມຕີ​ທ່ານ ຫລື​ອານາຈັກ​ນີ້ ພາກັນ​ໄປ​ໃສ​ໝົດ​ແລ້ວ?


ແລ້ວ​ຂ້າພະເຈົ້າ​ກໍ​ເວົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພຣະອົງ​ຫລອກລວງ​ຊາວ​ນະຄອນ​ເຢຣູຊາເລັມ​ຢ່າງ​ໝົດສິ້ນ​ສາ​ແລ້ວ ພຣະອົງ​ໄດ້​ບອກ​ວ່າ ຈະ​ມີ​ສັນຕິສຸກ ແຕ່​ກັບ​ມີ​ດາບ​ຈີ້​ຢູ່​ທີ່​ຄໍຫອຍ​ຂອງ​ພວກ​ຂ້ານ້ອຍ.”


ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ຕ່າງ​ກໍ​ປະຕິເສດ​ພຣະອົງ ໂດຍ​ເວົ້າ​ວ່າ, “ພຣະອົງ​ບໍ່ມີ​ຣິດອຳນາດ​ຫຍັງ​ດອກ. ພວກເຮົາ​ຈະ​ບໍ່ມີ​ຄວາມ​ຍາກ​ລຳບາກ; ພວກເຮົາ​ຈະ​ບໍ່ມີ​ເສິກ ແລະ​ຄວາມ​ອຶດຢາກ.”


ພວກເຂົາ​ເວົ້າ​ວ່າ, “ພວກ​ຜູ້ທຳນວາຍ​ບໍ່ມີ​ຫຍັງ​ດອກ ເປັນ​ພຽງແຕ່​ຖົງ​ລົມ​ເທົ່ານັ້ນ. ພວກເຂົາ​ບໍ່ມີ​ຖ້ອຍຄຳ​ຫຍັງ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.” ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເພາະ​ປະຊາຊົນ​ເຫຼົ່ານີ້​ໄດ້​ເວົ້າ​ເຊັ່ນນັ້ນ ເຮົາ​ຈະ​ກະທຳ​ໃຫ້​ຖ້ອຍຄຳ​ຂອງເຮົາ​ເປັນ​ດັ່ງ​ໄຟ​ທີ່​ປາກ​ຂອງເຈົ້າ. ປະຊາຊົນ​ຈະ​ເປັນ​ດັ່ງ​ຟືນ ແລະ​ໄຟ​ຈະ​ໄໝ້​ເຜົາຜານ​ພວກເຂົາ​ຖິ້ມ.”


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ພວກເຂົາ​ປະພຶດ​ຄື​ກັບ​ວ່າ ບາດແຜ​ຂອງ​ປະຊາຊົນ​ເຮົາ​ນັ້ນ​ເປັນ​ພຽງແຕ່​ແປ້ວ​ເທົ່ານັ້ນ. ພວກເຂົາ​ເວົ້າ​ວ່າ, ‘ສະຫງົບສຸກ, ສະຫງົບສຸກ,’ ໃນ​ເມື່ອ​ທຸກສິ່ງ​ບໍ່ໄດ້​ສະຫງົບສຸກ​ເລີຍ.


ພວກເຂົາ​ບໍ່​ສົນໃຈ​ຮັກສາ​ບາດແຜ​ປະຊາຊົນ​ຂອງເຮົາ​ເລີຍ. ພວກເຂົາ​ເວົ້າ​ວ່າ, ‘ສະຫງົບສຸກ, ສະຫງົບສຸກ’ ໃນ​ເມື່ອ​ທຸກສິ່ງ​ບໍ່ມີ​ຄວາມ​ສະຫງົບສຸກ​ດັ່ງ​ທີ່​ໄດ້​ເວົ້າ​ນັ້ນ.


ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ຈະ​ບໍ່ມີ​ນິມິດ​ປອມ ຫລື​ຄຳທຳນວາຍ​ທີ່​ນຳ​ໄປ​ສູ່​ທາງ​ຜິດ.


ດ້ວຍ​ການຕົວະ​ຂອງ​ພວກເຈົ້າ​ນັ້ນ ພວກເຈົ້າ​ເຮັດ​ໃຫ້​ຄົນ​ຊອບທຳ​ໝົດ​ກຳລັງໃຈ ຄື​ຄົນ​ທີ່​ເຮົາ​ບໍ່​ຕ້ອງການ​ທຳຮ້າຍ. ພວກເຈົ້າ​ປ້ອງກັນ​ຄົນຊົ່ວ​ໄວ້​ບໍ່​ໃຫ້​ພວກເຂົາ​ປະຖິ້ມ​ຄວາມຊົ່ວ ແລະ​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຂົາ​ໄວ້.


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ບັນດາ​ຜູ້​ປະກາດ​ພຣະທຳ​ປອມ ໄດ້​ເກີດ​ມີ​ຂຶ້ນ​ໃນ​ທ່າມກາງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມື່ອ​ກ່ອນ​ສັນໃດ ກໍ​ຈະ​ມີ​ຄູສອນ​ປອມ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ​ສັນນັ້ນ ພວກເຂົາ​ຈະ​ນຳ​ເອົາ​ຄຳສອນ​ບໍ່​ຈິງ ທີ່​ເປັນ​ການ​ທຳລາຍ​ມາ​ສິດສອນ ຈົນເຖິງ​ກັບ​ປະຕິເສດ​ພຣະອົງ ຜູ້​ຊົງ​ເປັນ​ພຣະເຈົ້າ​ທີ່​ໄດ້​ໄຖ່​ພວກເຂົາ​ໄວ້ ຊຶ່ງ​ຈະ​ນຳ​ຄວາມ​ຈິບຫາຍ​ມາ​ເຖິງ​ຕົວ​ພວກເຂົາ​ໂດຍ​ໄວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka