Biblia Todo Logo
Internet tuqin Biblia

- Anuncios ukanaka -




ເຢເຣມີຢາ 14:10 - ພຣະຄຳພີສັກສິ

10 ພຣະເຈົ້າຢາເວ​ໄດ້​ກ່າວ​ໃສ່​ປະຊາຊົນ​ເຫຼົ່ານີ້​ວ່າ, “ພວກເຂົາ​ມັກ​ແລ່ນ​ໜີໄປ​ຈາກ​ເຮົາ ແລະ​ຈະ​ຄອບຄຸມ​ພວກເຂົາ​ເອງ​ບໍ່ໄດ້. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບໍ່​ພໍໃຈ​ນຳ​ພວກເຂົາ ເຮົາ​ຈະ​ຈົດຈຳ​ຄວາມຜິດ​ທີ່​ພວກເຂົາ​ໄດ້​ເຮັດ ແລະ​ຈະ​ລົງໂທດ​ພວກເຂົາ​ເພາະ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ.”

Uka jalj uñjjattʼäta Copia luraña




ເຢເຣມີຢາ 14:10
25 Jak'a apnaqawi uñst'ayäwi  

ຜູ້​ເປັນ​ແມ່​ຈຶ່ງ​ເວົ້າ​ກັບ​ເອລີຢາ​ວ່າ, “ທ່ານ​ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ເປັນຫຍັງ​ທ່ານ​ຈຶ່ງ​ເຮັດ​ກັບ​ຂ້ານ້ອຍ​ແບບ​ນີ້? ທ່ານ​ມາ​ນີ້​ເພື່ອ​ທົບທວນ​ໃຫ້​ຫວນ​ລະນຶກເຖິງ​ບາບ​ຂອງ​ຂ້ານ້ອຍ​ແຕ່​ເກົ່າກ່ອນ ແລະ​ເປັນ​ເຫດ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ຕາຍ​ດ້ວຍ?”


ຂ້ານ້ອຍ​ໄດ້​ເວັ້ນ​ຈາກ​ການ​ກະທຳ​ຊົ່ວ​ທຸກຢ່າງ ເພາະ​ຂ້ານ້ອຍ​ຕ້ອງການ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ຕະຫລອດ​ສີ່ສິບ​ປີ​ເຮົາ​ເບື່ອໜ່າຍ​ປະຊາຊົນ​ເຫຼົ່ານີ້ ເຮົາ​ຈຶ່ງ​ກ່າວ​ວ່າ, ‘ພວກເຂົາ​ບໍ່​ສັດຊື່​ແລະ​ຝ່າຝືນ​ຂໍ້ຄຳສັ່ງ​ຢູ່ເລື້ອຍ.’


ບັດນີ້​ຈົ່ງ​ໄປ​ສາ ນຳ​ປະຊາຊົນ​ໃຫ້​ໄປ​ເຖິງ​ບ່ອນ​ທີ່​ເຮົາ​ໄດ້​ບອກ​ເຈົ້າ​ນັ້ນ. ຈົ່ງ​ຈົດຈຳ​ໄວ້​ວ່າ ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ເຈົ້າ​ໄປ. ເມື່ອ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ແລ້ວ ເຮົາ​ຈະ​ລົງໂທດ​ພວກ​ທີ່​ໄດ້​ເຮັດ​ບາບ​ນັ້ນ.”


ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.


ຂໍ​ພຽງແຕ່​ເຈົ້າ​ຍອມ​ຮັບຮູ້​ວ່າ​ເຈົ້າ​ໄດ້​ກະທຳ​ຜິດ ແລະ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເທົ່ານັ້ນ. ຈົ່ງ​ສາລະພາບ​ວ່າ ຢູ່​ກ້ອງ​ຕົ້ນໄມ້​ໃບຂຽວ​ທຸກ​ຕົ້ນ​ເຈົ້າ​ໄດ້​ມອບ​ຄວາມຮັກ​ໃຫ້​ແກ່​ບັນດາ​ພະ​ຕ່າງຊາດ ແລະ​ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຕ່າງໆ​ຂອງເຮົາ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ສັ່ງສອນ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ​ໃຫ້​ຮູ້ຈັກ​ພຣະເຈົ້າຢາເວ ເພາະ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ ແຕ່​ຜູ້ນ້ອຍ​ທີ່ສຸດ​ຈົນເຖິງ​ຜູ້ໃຫຍ່​ທີ່ສຸດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ຈົດຈຳ​ຄວາມຜິດ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.”


ມີ​ປະໂຫຍດ​ຫຍັງ​ແກ່​ເຮົາ​ແດ່ ທີ່​ພວກເຂົາ​ໄດ້​ທູບຫອມ​ມາ​ແຕ່​ເມືອງ​ເຊບາ ຫລື​ໄດ້​ເຄື່ອງຫອມ​ມາ​ຈາກ​ທາງ​ໄກ? ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງຖວາຍ​ຂອງ​ພວກເຂົາ ຫລື​ຍິນດີ​ກັບ​ເຄື່ອງບູຊາ​ຂອງ​ພວກເຂົາ.


ຖ້າດັ່ງນັ້ນ ປະຊາຊົນ​ຂອງເຮົາ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໜີ​ຈາກ​ເຮົາ​ໄປ ໂດຍ​ບໍ່​ກັບຄືນ​ມາ​ຈັກເທື່ອ? ພວກເຈົ້າ​ຢຶດໝັ້ນ​ຢູ່​ກັບ​ບັນດາ​ຮູບເຄົາຣົບ​ຂອງ​ພວກເຈົ້າ ແລະ​ບໍ່​ຍອມ​ກັບ​ມາ​ຫາ​ເຮົາ​ເລີຍ.


ຊາດ​ອິດສະຣາເອນ​ຈະ​ບໍ່​ຂຶ້ນ​ຕໍ່​ພວກເຂົາ​ເພື່ອ​ໃຫ້​ຊ່ວຍເຫລືອ​ອີກ​ຕໍ່ໄປ. ຊາຕາກຳ​ຂອງ​ເອຢິບ​ຈະ​ເຕືອນ​ຊາດ​ອິດສະຣາເອນ​ໃຫ້​ສຳນຶກ​ເຖິງ​ວ່າ, ຕົນ​ໄດ້​ຜິດພາດ​ສໍ່າໃດ​ທີ່​ເພິ່ງພາ​ອາໄສ​ພວກເຂົາ. ແລ້ວ​ຊາດ​ອິດສະຣາເອນ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ.”’


ພວກເຂົາ​ຂືນ​ໜີໄປ​ຈາກ​ເຮົາ. ພວກເຂົາ​ຈະ​ຮ້ອງໄຫ້​ຍ້ອນ​ແບກ​ແອກ ແລະ​ຈະ​ບໍ່ມີ​ຜູ້ໃດ​ປົດ​ແອກ​ອອກ​ໃຫ້​ພວກເຂົາ​ໄດ້.


ເຮົາ​ຈະ​ບໍ່​ລົງໂທດ​ເຈົ້າ​ຢ່າງ​ຄຽດແຄ້ນ​ໜັກ​ດອກ ເຮົາ​ຈະ​ບໍ່​ທຳລາຍ​ເອຟຣາອິມ​ຕໍ່ໄປ​ອີກ. ເພາະ​ເຮົາ​ເປັນ​ພຣະເຈົ້າ​ແລະ​ບໍ່ແມ່ນ​ມະນຸດ ເຮົາ​ຜູ້​ບໍຣິສຸດ​ຢູ່​ນຳ​ເຈົ້າ​ຈະ​ມາ​ຫາ​ແລະ​ອີດູ​ເຈົ້າ.


ເຄາະກຳ​ມາ​ເຖິງ​ພວກເຂົາ​ແລ້ວ ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໄປ ແລະ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ຈະ​ຖືກ​ທຳລາຍ. ເຮົາ​ຢາກ​ໄຖ່​ພວກເຂົາ​ໃຫ້​ພົ້ນ ແຕ່​ພວກເຂົາ​ກ່າວ​ຄຳຕົວະ​ຕໍ່ສູ້​ເຮົາ​.


ພວກເຂົາ​ບໍ່ເຄີຍ​ຄິດ​ວ່າ ເຮົາ​ຈະ​ຈົດຈຳ​ກິດຈະການ​ຊົ່ວ​ທັງໝົດ​ຂອງ​ພວກເຂົາ; ແຕ່​ການບາບ​ຂອງ​ພວກເຂົາ​ໄດ້​ອ້ອມ​ພວກເຂົາ​ໄວ້ ແລະ​ເຮົາ​ຈະ​ບໍ່​ລະເວັ້ນ​ເບິ່ງ​ການບາບ​ນັ້ນ.”


ພວກເຂົາ​ເຜົາ​ຖວາຍບູຊາ​ແກ່​ເຮົາ ແລະ​ກິນ​ຊີ້ນ​ທີ່​ໄດ້​ບູຊາ​ນັ້ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ພວກເຂົາ; ມາບັດນີ້ ເຮົາ​ຈະ​ຈົດຈຳ​ການບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ຍ້ອນ​ການບາບ​ນັ້ນ; ເຮົາ​ຈະ​ສົ່ງ​ພວກເຂົາ​ກັບຄືນ​ໄປ​ປະເທດ​ເອຢິບ.


ພວກເຂົາ​ເຮັດ​ຊົ່ວຮ້າຍ​ຫລາຍ​ຈົນ​ບໍ່ມີ​ທາງ​ຊ່ວຍ ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ທີ່​ກີເບອາ. ພຣະເຈົ້າ​ຈະ​ຈົດຈຳ​ບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ໃຫ້​ສົມໃຈ.


“ຈາກ​ຊົນຊາດ​ທັງໝົດ​ໃນ​ໂລກນີ້ ແມ່ນ​ພວກເຈົ້າ​ເທົ່ານັ້ນ​ທີ່​ເຮົາ​ໄດ້​ຮູ້ຈັກ​ດີ ແລະ​ເອົາໃຈໃສ່. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຈົ້າ ຍ້ອນ​ການບາບ​ອັນ​ຮ້າຍແຮງ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.”


ເມື່ອ​ພວກເຈົ້າ​ນຳ​ເຄື່ອງ​ເຜົາບູຊາ ແລະ​ຜົນລະປູກ​ມາ​ຖວາຍບູຊາ​ແກ່​ເຮົາ ເຮົາ​ຈະ​ບໍ່​ຮັບ​ເອົາ; ເຮົາ​ຈະ​ບໍ່​ຮັບ​ເອົາ​ສັດ​ທີ່​ພວກເຈົ້າ​ໄດ້​ລ້ຽງ​ໄວ້​ໃຫ້​ຕູ້ຍພີ ແລະ​ນຳ​ມາ​ຖວາຍບູຊາ​ໂມທະນາ​ຂອບພຣະຄຸນ​ແກ່​ເຮົາ.


ເພາະ​ເຮົາ​ຈະ​ກະລຸນາ​ຕໍ່​ການ​ອະທຳ ຂອງ​ພວກເຂົາ ແລະ​ການ​ຜິດບາບ​ຂອງ​ພວກເຂົາ ເຮົາ​ຈະ​ບໍ່​ຈົດຈຳ​ຕໍ່ໄປ.”’


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເຮົາ​ຈະ​ລົງໂທດ​ຊາວ​ອາມາເຫຼັກ ຍ້ອນ​ວ່າ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຕໍ່ຕ້ານ​ຊາວ​ອິດສະຣາເອນ ສະໄໝ​ທີ່​ຊາວ​ອິດສະຣາເອນ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka